Breaking News

ຄວາມຮຸນແຮງຕໍ່ແມ່ຍິງ ເກີດຂຶ້ນໂດຍອິງຕາມຄວາມແຕກຕ່າງທີ່ຖືກກໍານົດໃນສັງຄົມ…

ແບ່ງປັນ

ຄໍາວ່າ GBV ແມ່ນຫຍັງ?

ບັນຫາຄວາມຮຸນແຮງທີ່ເກີດຂຶ້ນໃນສັງຄົມທຸກມື້ນີ້ ເຮົາຈະພົບເຫັນຢູ່ເປັນປະຈໍາໂດຍສະເພາະ ຄວາມຮຸນແຮງທີ່ເກີດຂຶ້ນກັບແມ່ຍິງ ແລະ ເດັກນ້ອຍ ທີ່ມີຂ່າວອອກຕາມ Social ເກືອບວ່າທຸກມື້ເຊັ່ນ ການຂົ່ມຂືນທໍາຊໍາເລົາ, ແມ່ຍິງຖືກເອົາປຽບທາງດ້ານເພດ… ແຕ່ຫຼາຍຄົນກໍເຫັນວ່າເລື່ອງນີ້ເປັນທີ່ຂອງຄົນອື່ນ ບໍ່ແມ່ນເລື່ອງທີ່ເກີດຂຶ້ນກັບຕົນເອງ ຈຶ່ງຍັງເບິ່ງຂ້າມເລື່ອງນີ້ໄປ ແລະ ບໍ່ໄດ້ມີການເຮັດຫຍັງເພື່ອຊ່ວຍໃຫ້ຄວາມຮຸນແຮງເຫຼົ່ານັ້ນໝົດໄປ, ປ່ອຍໃຫ້ມັນເກີດຂຶ້ນເລື້ອຍໆ ຈົນກາຍເປັນບັນຫາທີ່ແກ້ບໍ່ຕົກ.

ສໍາລັບຄວາມຮຸນແຮງຕໍ່ກັບແມ່ຍິງທີ່ພວກເຮົາຈະມັກໃຊ້ຄໍາວ່າ “Violence against women” ເຊິ່ງໝາຍເຖິງຄວາມຮຸນແຮງຕໍ່ກັບແມ່ຍິງ ແຕ່ຫຼາຍໆຄົນອາດຍັງບໍ່ຮູ້ວ່າ ຄວາມຮຸນແຮງ ຕໍ່ແມ່ຍິງນັ້ນ ມີຫຍັງແດ່? ການກະທໍາໃນຮູບແບບໃດທີ່ແດ່ທີ່ສາມາດເອີ້ນໄດ້ວ່າຄວາມຮຸນແຮງຕໍ່ແມ່ຍິງ; ມື້ນີ້ເຮົາເລີຍຢາກຈະມາແນະນໍາໃຫ້ຮູ້ຈັກກັບ GBV ເຊິ່ງຫຍໍ້ມາຈາກຄໍາວ່າ Gender-based violence ໝາຍເຖິງ ຄວາມຮຸນແຮງທີ່ເກີດຂຶ້ນບົນພື້ນຖານທາງເພດ, ເຊິ່ງຜູ້ຖືກກະທໍານີ້ອາດຈະເປັນເພດໃດກໍໄດ້, ຄົນປະເທດໃດກໍໄດ້ເຊັ່ນ: ການຂົ່ມຂືນທໍາຊໍາເລົາ ຫຼືການກະທໍາໂດຍເຈດຕະນາຂອງບຸກຄົນໜຶ່ງ ທີ່ປະຕິບັດຕໍ່ອີກຄົນໜຶ່ງ ໂດຍບໍ່ໄດ້ຮັບຄວາມເຕັມໃຈ ແລະ ອີງໃສ່ຄວາມແຕກຕ່າງທີ່ກໍານົດໃນສັງຄົມ (ເພດ) ລະຫວ່າງຍິງ-ຊາຍ… ເຊິ່ງຈາກການສໍາຫຼວດຂອງ VAW 2014 ໃນ ສປປ ລາວ ພົບວ່າ ແມ່ຍິງ 1 ໃນ 3 ຄົນ ໄດ້ຮັບຄວາມຮຸນແຮງໃນລັກສະນະນີ້ (ສ່ວນຫຼາຍບໍ່ກ້າເປີດເຜີຍ)

ການກະທໍາໃນລັກສະນະນີ້ ຖືວ່າຜິດຕໍ່ກັບກົດໝາຍຂອງ ສປປ ລາວ ທີ່ໄດ້ກໍານົດໃນ ກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ ມາດຕາທີ 15 ວ່າດ້ວຍ ຄວາມຮຸນແຮງທາງເພດ ໄດ້ລະບຸໄວ້ວ່າ: ຄວາມຮຸນແຮງທາງເພດແມ່ນ ການກະທໍາ ຫຼື ຄວາມພະຍາຍາມກະທໍາ ທີ່ກໍ່ຄວາມເສຍຫາຍຕໍ່ສິດທິທາງເພດຂອງແມ່ຍິງ ແລະ ເດັກນ້ອຍ ເປັນຕົ້ນການຂົ່ມຂືນທໍາຊໍາເລົາ, ການບັງຄັບຮ່ວມເພດ, ການທໍາລາມົກ, ການທໍາອະນາຈານ, ການກະທໍາທີ່ຫຍາບຊ້າທາງເພດ, ການເວົ້າຈາ ຫຼືການສໍາຜັດ ໃນລັກສະນະທາງເພດ ຊຶ່ງບໍ່ເປັນທີ່ຕ້ອງການຂອງຜູ້ຮັບຟັງ ຫຼືຜູ້ຖືກສໍາຜັດ ຫຼືສົ່ງແມ່ຍິງ-ເດັກນ້ອຍ ໃຫ້ບຸກຄົນອື່ນ ເພື່ອເປົ້າໝາຍທາງເພດ…

ທຸກຄົນທີ່ໄດ້ອ່ານບົດຄວາມນີ້ກໍຮັບຮູ້ແລ້ວວ່າ ບັນຫາຄວາມຮຸນແຮງທີ່ເກີດຂຶ້ນ ບໍ່ວ່າຈະເປັນລັກສະນະ ຫຼືຮູບແບບໃດກໍຕາມທີ່ລະບຸໄວ້ຂ້າງເທິງນັ້ນ ຖືວ່າເປັນການລະເມີດສິດທິສ່ວນຕົວ ແລະ ຍັງເປັນການລະເມີດໝົດໝາຍຂອງ ສປປ ລາວ ທີ່ວາງອອກ… ໃນນາມທີ່ເປັນພົນລະເມືອງລາວຄົນໜຶ່ງ ໂດຍສະເພາະແມ່ຍິງທີ່ເຄີຍຖືກກະທໍາຄວາມຮຸນແຮງ ຫຼືບໍ່ເຄີຍຖືກກໍຕາມ ຈົ່ງອອກມາຮ່ວມແຮງຮ່ວມໃຈກັນຕໍ່ຕ້ານ ແລະ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນທຸກໆຮູບແບບໃຫ້ໝົດໄປຈາກສັງຄົມ ແລະ ເພື່ອເປັນຕ້ອນຮັບ 16 ວັນຣົນນະລົງຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງທຸກຮູບແບບສາກົນ ວັນທີ 25 ພະຈິກ ຈົນເຖິງ 10 ທັນວາ.

ແບ່ງປັນ