ເມື່ອ “ເຮືອນ” ບໍ່ແມ່ນສະຖານທີ່ປອດໄພອີກຕໍ່ໄປ!!!ໍ
ປັດຈຸບັນ ເຖິງວ່າຈະມີກົດໝາຍຫຼາຍສະບັບທີ່ອອກມາວ່າດ້ວຍສິດສະເໝີພາບລະຫວ່າງຍິງ-ຊາຍ ແຕ່ກໍຍັງມີຫຼາຍໆເຫດການໃນສັງຄົມ ທີ່ສະແດງໃຫ້ເຫັນວ່າ ສິດສະເໝີພາບນັ້ນຍັງໃຊ້ບໍ່ໄດ້ ໂດຍສະເພາະເຫດການທີ່ແມ່ຍິງຖືກກະທໍາຄວາມຮຸນແຮງໃນຫຼາຍໆຮູບແບບເຊັ່ນ: ການທໍາຮ້າຍຮ່າງກາຍ, ການທໍາຮ້າຍຈິດໃຈ ແລະການຂົ່ມຂືນ, ບາງຄັ້ງກໍເປັນເຫດໃຫ້ເຖິງແກ່ຊີວິດ ແຕ່ແມ່ຍິງເຫຼົ່ານັ້ນບໍ່ສາມາດຮຽກຮ້ອງສິດທິໃຫ້ກັບຕົນເອງໄດ້ເທົ່າທີ່ຄວນ ແລະທີ່ໂສກເສົ້າໃຈໄປກວ່ານັ້ນຄື ຄວາມຮຸນແຮງຕໍ່ແມ່ຍິງສ່ວນຫຼາຍແມ່ນເກີດຂຶ້ນພາຍໃນຄອບຄົວ ແລະກະທຳໂດຍບຸກຄົນໃກ້ຕົວ.
ຈາກລາຍງານປະເດັນຄວາມຮຸນແຮງຕໍ່ແມ່ຍິງ ຂອງອົງການສະຫະປະຊາຊາດ (UN) ເຜີຍໃຫ້ຮູ້ວ່າ ໃນຄະດີຄາດຕະກໍາ ເຫຍື່ອທີ່ເປັນແມ່ຍິງຫຼາຍກວ່າເຄິ່ງໜຶ່ງ ມີສາຍເຫດມາຈາກ ຝີມືຂອງຄູ່ຮັກ ຫຼືສະມາຊິກໃນຄອບຄົວ; ຈົນເວົ້າໄດ້ວ່າ “ເຮືອນ” ບໍ່ຕ່າງຫຍັງຈາກ “ສະຖານທີ່ອັນຕະລາຍທີ່ສຸດສໍາລັບແມ່ຍິງ” ຂໍ້ມູນນີ້ໄດ້ຖືກຮວບຮວມໂດຍສໍານັກງານວ່າດ້ວຍຢາເສບຕິດ ແລະອາດຊະຍາກໍາແຫ່ງສະຫະປະຊາຊາດ (UNODC) ເຜີຍແຜ່ຂຶ້ນເນື່ອງໃນ ວັນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງສາກົນ ວັນທີ 25 ພະຈິກ 2018 ທີ່ສະຫະປະຊາຊາດໄດ້ກໍານົດໄວ້; ຈາກຈໍານວນຄະດີຄາດຕະກໍາທີ່ມີຜູ້ເສຍຊີວິດເປັນແມ່ຍິງທົ່ວໂລກລວມ 87.000 ຄະດີ. ໃນປີທີ່ຜ່ານມາ ມີຄະດີທັງໝົດ 50.000 ຄະດີ ຫຼືປະມານ 58% ທີ່ຜູ້ກໍ່ເຫດຢູ່ໃນຄວາມສໍາພັນ ຫຼືເປັນຄົນໃນຄອບຄົວຂອງເຫຍື່ອ, ຖ້າເຈາະເລິກສະເພາະຄະດີທີ່ຄູ່ຮັກເປັນຜູູ້ລົງມືນັ້ນ ແມ່ນປະມານ 30.000 ຄະດີ ຫຼືທຽບເປັນ 34%. ທຸກໆຊົ່ວໂມງຈະມີແມ່ຍິງປະມານ 6 ຄົນເສຍຊີວິດຈາກຝີມືຂອງຄົນທີ່ຮູ້ຈັກ. ແຕ່ເນື່ອງຈາກຄວາມບໍ່ເທົ່າທຽມທາງເພດ, ການເລືອກປະຕິບັດວຽກ ແລະການເໝົາລວມໃນທາງລົບ ຈຶ່ງເຮັດໃຫ້ແມ່ຍິງທີ່ຖືກເຄາະຮ້າຍບໍ່ໄດ້ຮັບສິດທິໃນການຮຽກຮ້ອງຄວາມຖືກຕ້ອງໃຫ້ກັບຕົນເອງເທົ່າທີ່ຄວນ.
ໃນລາຍງານຍັງລະບຸອີກວ່າ ຖ້າທຽບເປັນສັດສ່ວນແລ້ວ ໃນແມ່ຍິງທຸກໆ 100.000 ຄົນ ຈະມີຜູ້ເສຍຊີວິດຈາກເຫດການລັກສະນະນີ້ 1.3 ຄົນ ແລະພື້ນທີ່ສ່ຽງທີ່ສຸດສໍາລັບແມ່ຍິງ ແມ່ນທະວີບອາຟຣິກາ ແລະອາເມລິກາ ສະເລ່ຍແລ້ວ 3.1 ຄົນ ແລະ 1.6 ຄົນຕາມລໍາດັບ; ສ່ວນທະວີບໂອເຊອານີ ມີໂອກາດເກີດຂຶ້ນເທົ່າກັບຄ່າສະເລ່ຍທົ່ວໂລກ, ທະວີບອາຊີ 0.9 ຄົນ ແລະທະວີບເອີຣົບ ມີໂອກາດເກີດຄວາມຮຸນແຮງຕໍ່ແມ່ຍິງຕໍ່າທີ່ສຸດ 0.7 ຄົນ.
ລາຍງານຂອງ UNODC ລະບຸອີກວ່າ ໃນໄລຍະບໍ່ເທົ່າໃດປີຜ່ານມາ ຍັງປາສະຈາກຄວາມຄືບໜ້າຢ່າງເປັນຮູບປະທໍາ ເພື່ອຕໍ່ສູ້ກັບຄວາມຮຸນແຮງດັ່ງກ່າວ ເຖິງວ່າຈະມີການອອກກົດໝາຍ ແລະໂຄງການຕ່າງໆທີ່ພັດທະນາຂຶ້ນເພື່ອກໍາຈັດຄວາມຮຸນແຮງຕໍ່ແມ່ຍິງ ພ້ອມທັງເນັ້ນໃຫ້ເພີ່ມມາດຕະການຄວາມປອດໄພ ແລະຄວາມຍຸຕິທໍາທາງອາຍາໃຫ້ມີປະສິດທິພາບຫຼາຍຂຶ້ນ ພ້ອມທັງຮຽກຮ້ອງໃຫ້ມີການປະສານງານລະຫວ່າງເຈົ້າໜ້າທີ່ຕໍາຫຼວດ ແລະລະບົບຍຸຕິທໍາ ຕະຫຼອດຈົນການບໍລິການຟື້ນຟູສະພາບຈິດໃຈ ແລະການບໍລິການທາງສັງຄົມທີ່ດີອີກດ້ວຍ. ສິ່ງສໍາຄັນທີ່ຈະສາມາດແກ້ໄຂບັນຫາຄວາມຮຸນແຮງຕໍ່ແມ່ຍິງ ແມ່ນຕ້ອງໃຫ້ຜູ້ຊາຍມີສ່ວນຮ່ວມ ໂດຍການໃຫ້ຄວາມຮູ້ແລະສ້າງຄວາມເຂົ້າໃຈຕັ້ງແຕ່ຍັງນ້ອຍ ເພື່ອປູກຈິດສໍານຶກໃຫ້ພວກເຂົາໄດ້ຄຳນຶງເຖິງບັນຫາຄວາມຮຸນແຮງໃນສັງຄົມ.