Breaking News

ງາມ ເກັ່ງຄົບສູດ! ທີມນາງງາມລາວໃນເວທີໂລກ 2018 ມາເບິ່ງກັນວ່າມີໃຜ ແລະ ເວທີໃດແດ່??? (ເຈົ້າເດເປັນ FC ນາງງາມຄົນໃດ?)

ແບ່ງປັນ

ເຫັນແລ້ວກໍອົດທີ່ຈະນຳມາຝາກແຟນໆບໍ່ໄດ້ ປີ 2018 ນີ້ ວົງການນາງງາມລາວເຮົາໂດ່ງດັງໄກໄປທົ່ວໂລກ ເພາະສາວງາມທີ່ເດີນທາງໄປເປັນຕົວແທນປະເທດລາວໃນເວທີໂລກ ເອີ້ນໄດ້ວ່າກວດລາງວັນມາຝາກພໍ່ແມ່ພີ່ນ້ອງຊາວລາວເປັນວ່າຫຼິ້ນ ແຖມແຕ່ລະສາວງາມທີ່ໄປເປັນຕົວແທນແຕ່ລະເວທີແມ່ນເຮັດໜ້າທີ່ໄດ້ດີຫຼາຍໆ ແບບວ່າທັງງາມ ທັງເກັ່ງຄົບສູດ (ຂໍຕົບມືຊົມເຊີຍທຸກໆສາວງາມເລີຍເດີ້) ແລະ ໃນມື້ນີ້ເຮົາຈະມາສ່ອງບັນດາສາວງາມປະຈຳປີ 2018 ທີ່ເປັນສາວງາມຕົວແທນປະເທດລາວໃນເວທີໂລກເຫຼົ່ານີ້ອີກຄັ້ງວ່າມີໃຜ ແລະ ມີເວທີໃດແດ່??? ເອົ້າ!!! ບໍ່ເວົ້າກັນຍາວເນາະ ແລະ ຢ່າລືມຄອມເມັ້ນບອກກັນແດ່ເດີ້ວ່າ ໃຜເປັນ FC ນາງງາມຄົນໃດແດ່?

ອອນອະນົງ ຫອມສົມບັດ Miss Universe Laos 2018

(ໄດ້ລາງວັນ ຊຸດປະຈຳຊາດດີເດັ່ນ)

ແສງມະນີ ໃສມະນີວັນ Miss Supranational Laos

(ໄດ້ລາງວັນ ຊຸດປະຈຳຊາດດີເດັ່ນ)

ຕິກນ້ຳ ກະດູມເພັດ Miss World Laos 2018

ປີຍະມາດ ພູນປະເສີດ Miss International Laos 2018

ນົບພະລັດ ສີໄກພັກ Miss Grand Laos 2018

ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018

ມີມີ່ ວິໄລພອນ Miss Planet Laos 2018

ແສງສະຫວັນ ສີຫາລາດ Miss Tourism Queen Of The Year International Laos 2018

ວານີພອນ ພູມີໄຊ Miss Tourism Queen Laos 2018

ພູຄຳ ທິບພົມວົງ Miss Tourism Universe Laos 2018

ນິດາກອນ ຈັນດາລາສານ Miss Tourism World Laos 2018

ມຸກທິດາ ສຸພັນທະຈິດ Miss Laos China-Asean Etiquette 2018

(ໄດ້ລາງວັນຮອງອັນດັບ 2)

ທິດາ ສິດທິໄຊ Miss Tourism International Laos 2018

(ໄດ້ລາງວັນ Miss Socialite)

ໃນປີ 2018 ນີ້ ເວົ້າໄດ້ເລີຍວ່າ ນາງງາມຈາກປະເທດລາວ ກໍຄືແມ່ຍິງລາວເຮົາໄດ້ໄປສ້າງຊື່ສຽງໃນເວທີລະດັບໂລກມາແລ້ວຫຼາຍເວທີ ມີທັງທີ່ເດີນທາງໄປເປັນຕົວແທນປະເທດລາວ ແລະ ໄດ້ລາງວັນມາຝາກຄົນລາວເຮົາ ເຮັດໃຫ້ມີຄວາມປິຕິຍິນດີ ເປັນຂ່າວດີສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່, ຈົນເຮັດໃຫ້ຊາວຕ່າງຊາດໄດ້ຮັບຮູ້ປະເທດລາວຫຼາຍຂຶ້ນ ພ້ອມຍອມຮັບເຖິງຄວາມສາມາດຂອງແມ່ຍິງລາວກັນໄປແດ່ແລ້ວ ແລະ ຍັງມີບັນດານາງງາມອີກຫຼາຍທ່ານທີ່ກຳລັງກຽມເດີນທາງໄປເປັນຕົວແທນສາວງາມຈາກປະເທດລາວເຮົາ, ຢ່າງໃດແຟນໆຊາວລາວກໍຢ່າລືມເປັນກຳລັງໃຈໃຫ້ກັບສາວງາມຕົວແທນປະເທດລາວທຸກໆຄົນກັນຫຼາຍໆເດີ້ແຟນໆ. (ຢ່າລືມຄອມເມັ້ນໃຫ້ນາງງາມເຫຼົ່ານີ້ຮູ້ວ່າ: ເຈົ້າ…ເປັນ FC ຂອງພວກນາງ!!!)

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????  

Story: ຊະນີIndy

(ຂໍຂອບໃຈສຳລັບຮູບພາບ)

ແບ່ງປັນ