Breaking News

ຮູບຫາຍາກ! ສ່ອງ…ບັນດາອະດີີດນາງງາມ 3 ເວທີດັງລວມຕົວສະຫຼອງ Christmas ທີ່ USA

ແບ່ງປັນ

ມາອັບເດດບັນດານາງງາມຂວັນໃຈແຟນໆຫຼາຍໆທ່ານ ບໍ່ວ່າຈະເປັນ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017, ຟ້າໃສ ຈິນນາລີ ນໍລະສິງ Miss Grand Laos 2017 ແລະ ມິມີ່ ພູນຊັບ ພົບໂຍທາ Miss International Laos 2017 ທີ່ຫຼ້າສຸດລວມຕົວກັນສະຫຼອງເທສະການ Christmas ທີ່ USA ເຊິ່ງງານນີ້ບັນດາອະດີດນາງງາມທັງ 3ເວທີດັງ ກໍບໍ່ພາດທີ່ຈະເກັບພາບ ພ້ອມໂພສແຄັບຊັ່ນໜ້າຮັກໆ ມາໃຫ້ແຟນໆໄດ້ອັບເດດແບບນີ້…

ສຳລັບການລວມຕົວຂອງພວກນາງໃນເທື່ອນີ້ແມ່ນລວມຕົວເພື່ອຮ່ວມງານເດີນແບບທີ່ USA 

ແລະ ຍັງມີຮູບພາບ ໜ້າຮັກໆ ຂອງທັງ 3 ມາຝາກແຟນໆ…!!!

ເປັນແນວໃດແດ່? ໄດ້ເຫັນທັງ 3ແລ້ວ ໜ້າຮັກສຸດໆເລີຍວ່າບໍ່ແຟນໆ ແລະ ຖືວ່າເປັນຫຍັງທີ່ຍາກຫຼາຍທີ່ຈະເຫັນພາບສາວງາມທັງ 3 ໄດ້ລວມຕົວກັນແບບນີ້, ຢ່າງໃດກໍຝາກເປັນກຳລັງໃຈໃຫ້ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017, ຟ້າໃສ ຈິນນາລີ ນໍລະສິງ Miss Grand Laos 2017 ແລະ ມິມີ່ ພູນຊັບ ພົບໂຍທາ Miss International Laos 2017 ກັນຫຼາຍໆແດ່ເດີ້!!! #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

Story: ຊະນີIndy

ຮູບພາບ: FB/Nui SouphaphoneFasai Chinnaly NorasingPhounsap Phonnyotha

ແບ່ງປັນ