Breaking News

ສ່ອງ! ງານ “SENGLAO ARTIST NIGHT” ງານທີ່ລວມສິລະປິນໄວໜຸ່ມລາວໃນການສະແດງສີມືດ້ານ “Art”  ແບບບໍ່ເຄີຍມີມາກ່ອນ!!!

ແບ່ງປັນ

ທ້າຍປີແບບນີ້ເຊື່ອວ່າແຟນໆຫຼາຍໆທ່ານກໍຄົງຈະມີແຜນກຽມພັກຜ່ອນໃນຊ່ວງ ເຄົ້າດາວ-ປີໃໝ່ 2019  ຫຼື ວ່າບາງທ່ານກໍຄົງຈະເດີນທາງແລ້ວກໍມີ… ແຕ່ສຳລັບ ຊະນີIndy ແລ້ວ ຍັງສືບຕໍ່ຊອກຫາຂ່າວສານທີ່ໜ້າສົນໃຈມາຝາກແຟນໆເຊັ່ນເຄີຍ ໃນມື້ນີ້ຈະພາແຟນໆມາອັບເດດງານທີ່ເກີດຂຶ້ນໃນຊ່ວງທ້າຍອາທິດ ຈັດຂຶ້ນໃນ ວັນທີ 21 ທັນວາ 2018 ທີ່ຜ່ານມາ ຢູ່ທີ່ ຮ້ານອາຫານ Senglao Café  ນັ້ກກໍຄືໍງານ “SENGLAO ARTIST NIGHT” ໂດຍ STELLA ເຊິ່ງງານນີ້ເປັນງານທີ່ລວມຕົວສາຍ Art ລຸ້ນ Young ໃຫ້ໄດ້ມາປ່ອຍຂອງ ໄດ້ມີພື້ນທີ່ໃນການສະແດງສີມືຂອງໄວໜຸ່ມລາວທີ່ແບບບໍ່ເຄີຍມີມາກ່ອນ…

ແຟນໆທ່ານໃດທີ່ພາດໄປ ກໍບໍ່ຕ້ອງເສຍໃຈໄປເດີ້ ເພາະໃນມື້ນີ້ມີຮູບພາບບັນຍາກາດພາຍໃນງານມາຝາກ…

ສຳລັບງານ “SENGLAO ARTIST NIGHT” ໂດຍ STELLA ນີ້ ຈຸດປະສົງຈັດຂຶ້ນເພື່ອສົ່ງເສີມໄວຫນຸ່ມລາວທີ່ມີຄວາມຄິດສ້າງສັນ ໄດ້ມີພື້ນທີ່ໃນການສະແດງສີມືໃນດ້ານງານສິລະປະ ແລະ ຍັງໄດ້ມີການພົບປະ, ແລກປ່ຽນ ສ້າງແຮງບັນດານໃຈ ປຸກຄວາມເປັນສິລະປິນ ແລະ ຄວາມ Art ໃນໂຕໄວໜຸ່ມລາວອອກມາ, ນອກຈາກນັ້ນຍັງມີການຈຳໜ່າຍສິນຄ້າຫັດຖະກຳ ຄວາມບັນເທີງ ເຮັດກິດຈະກຳ ແລະ ສາຍຮູບເງົາຂອງໄວໜຸ່ມລາວເປັນຜູ້ຜະລິດອີກດ້ວຍ.

ຮູບພາບ: fb/ Senglao Café,Ketsavanh Panyathip ,STELLA – ສະເຕ່ວລ້າ

ແບ່ງປັນ