Breaking News

ຍິ່ງຮູ້ຈັກ ຍິ່ງຫຼົງຮັກ!  ເປີດເສັ້ນທາງສາຍນາງງາມຂອງ Catriona Gray ສູ່ຕໍາແໜ່ງ Miss Universe 2018 (ນັກລ່າຝັນຕົວຈິງ)

ແບ່ງປັນ

ຍັງອິນກັບກະແສ Miss Universe ແຟນໆນາງງາມທົ່ວໂລກກໍໄດ້ຮູ້ກັນໄປແລ້ວວ່າ ແຄດທີໂອນ່າ ເກຣ  (Catriona Gray) ສາວງາມຈາກ ປະເທດ ຟິລິປິນ (Philippines) ອາຍຸ 24 ປີທີ່ຄວ້າລາງວັນ Miss Universe 2018 ໄປຄອບຄອງໄດ້ແບບສະຫງ່າງາມ ແລະ ເໝາະສົມກັບຕຳແໜ່ງທີ່ສຸດ… ແຟນໆຫຼາຍໆທ່ານກໍຄົງຍັງອິນ ແລະ ຕິດຕາຕິດໃຈກັບຊ໋ອດ ສະໂລໂມເທີນ ຫຼື ຊ໋ອດຟູເທີນຂອງ Catriona Gray Miss Universe 2018 ຄົນນີ້ໄດ້ເປັນຢ່າງດີ ແລະ ກໍຢາກຮູ້ກັນແມ່ນບໍ່ວ່າປະຫວັດສາວຄົນນີ້ມີແນວໃດ ນາງເປັນໃຜມາຈາກໃສ? ເອົາເປັນວ່າບໍ່ເວົ້າຍາວເດີ້ ລອງມາຮູ້ຈັກກັບ Catriona Gray ຮັບຮອງວ່າໄດ້ຮູ້ເລື່ອງລາວຂອງນາງແລ້ວ ຈະຍິ່ງຈະຕົກຂຸມຮັກນາງຂື້ນເປັນຫຼາຍໆຮ້ອຍເທົ່າ!!!

ເປັນເດັກກິດຈະກຳຕັ້ງແຕ່ນ້ອຍໆ

ສຳລັບປະຫວັດຂອງສາວ Catriona Gray  ນາງເປັນລູກຊອດຟິລິປິນ-ອອດເຕຣເລຍ ເກີດວັນທີ 6 ມັງກອນ 1994 ທີ່ເມືອງແຄຣນ ລັດຄຣີນແລນ ປະເທດ ອອດເຕຣເລຍ, ສ່ວນ ພໍ່ Ian Gray ເປັນຊາວອອດເຕຣເລຍ-ສະກ໋ອດແລນ ສ່ວນ ແມ່ Normita Ragas Magnayon ເປັນຊາວ ຟິລິປິນ ສ່ວນຊື່ (Catriona) ຫຼື ທີ່ຫຼາຍຄົນຕັ້ງສາຍາໃຫ້ນາງວ່າ “ແມວເທົາ” ນັ່ນແມ່ນມາຈາກພາສາ Gaelic (ພາສາເຊຣຕິກໂບຮານຂອງຊາວສະກ໋ອດແລນ) ນັ່ນເອງ

แคทรีโอนา เกรย์ มิสยูนิเวิร์ส 2018

ເຫັນງາມໆແບບນີ້ບອກເລີຍວ່ານາງເປັນເດັກສາຍກິດຈະກຳມາແຕ່ນ້ອຍໆ ທັງຮຽນບັນເລ່ ແລະ ປະກວດ  Little Miss Philippines-Sydney 1999 ແຖມຍັງຄວ້າມົງກຸດນາງງາມເດັກມາໄດ້ອີກດ້ວຍ ແຕ່ຄວາມງາມຢ່າງດຽວອາດຈະບໍ່ພໍ Catriona ຍັງເປັນນັກກິລາສາຍດຳຂອງສິລະປະການຕໍ່ສູ້ທີ່ເອີນວ່າ ຊະເວຄັງໂດ ອີກດ້ວຍ, ນອກຈາກນີ້ ນາງຍັງມີຄວາມສາມາດພິເສດໃນການຮ້ອງເພງ ແລະ ການແຕ້ມຮູບ ສ່ວນການສຶກສາແມ່ນນາງຈົບການສຶກສາສາຂາທິດສະດີດົນຕຣີຈາກ ວິທະຍາໄລດົນຕຣີເບຣີກລີ ຄໍເລສ ໃນເມືອງ ບອສຕັນ (USA ) ເອີ້້ນໄດ້ວ່າເປັນນາງງາມຈັກກະວານທີ່ທັງງາມ ສະຫຼາດ ແລະ ມີຄວາມສາມາດຮອບດ້ານສຸດໆ

แคทรีโอนา เกรย์ มิสยูนิเวิร์ส 2018

แคทรีโอนา เกรย์ มิสยูนิเวิร์ส 2018

ຈາກເດັກນ້ອຍຂີ້ຮ້າຍ ສູ່ຕຳແໜ່ງນາງງາມຈັກກະວານ

“ຕອນຊ່ວງໄວເດັກ ຂ້ອຍບໍ່ມັກຮູບຮ່າງໜ້າຕາຂອງຕົວເອງ ຕົວຈ່ອຍສູງກວ່າໝູ່ຄົນອື່ນ ໃນຊັ້ນຮຽນ ແລະ ມີສີຜິວທີ່ແຕກຕ່າງ ຈົນຮູ້ສຶກຄ້າຍຄືກັບ ລູກເປັດຂີ້ຮ້າຍ ແຕ່ຕໍ່ມາຂ້ອຍກໍ່ເລີ່ມເບິ່ງແຍງຕົວເອງ ເບິ່ງແຍງຜິວພັນໃຫ້ງາມ ຍອມຮັບຕົວເອງ ແລະ ເລືອກທີ່ຈະໃຫ້ຄວາມສຳຄັນກັບສິ່ງທີ່ມີຫຼາຍກວ່າທີ່ຂ້ອຍຄິດວ່າຂາດໄປ ຊຶ່ງນັ້ນເຮັດໃຫ້ຂ້ອຍມີຄວາມສຸກ ແລະ ພູມໃຈໃນຕົວເອງຫຼາຍໆ” ແຄດທີໂອນ່າ ໄດ້ເລົ່າເຖິງມຸມມອງຄວາມງາມຂອງລາວໃນໄວເດັກ ກ່ອນຈະເດີນຕາມຄວາມຝັນສູ່ເວທີນາງງາມຈັກກະວານຈົນສຳເລັດ.
แคทรีโอนา เกรย์ มิสยูนิเวิร์ส 2018
ແນ່ນອນວ່າເສັ້ນທາງສູ່ນາງງາມຈັກກະວານບໍ່ແມ່ນເລື່ອງງ່າຍ ສາວງາມຄົນນີ້ບຸກບືນ ມຸ່ງໝັ້ນ ມາຫຼາຍເວທີກວ່າຈະມາສູ່ Miss Universe ນາງເລີ່ມຕົ້ນຈາກການເປັນນາງແບບ ຫຼັງຈາກຍ້າຍບ້ານຈາກ ປະເທດ ອອດເຕຣເລຍ ມາຢູ່ທີ່ ປະເທດ ຟິລິປິນ ຫຼັງຈາກຮຽນຈົບ ມ.ປາຍ ແລະ ໄດ້ຕັດສິນໃຈລົງປະກວດ Miss World Philippines 2016 ແລະ ນາງກໍຄວ້າມົງຈາກເວທີດັ່ງກ່າວ ຈຶ່ງໄດ້ເປັນຕົວແທນໄປປະກວດ Miss World 2016  ທີ່ USA ແລະ ໃນປີນັ້ນ ແຄດທີໂອນ່າ ກໍສາມມາດຕິດ Top 5 ໃນເວທີ Miss World 2016 ອີກດ້ວຍ.

ຫຼັງຈາກນັ້ນ ແຄດທີໂອນ່າ ກໍເດີນໜ້າເປັນນາງແບບ ພິທີກອນລາຍການທໍລະພາບ ແລະ ນັກຮ້ອງ ລວມໄປເຖິງນັກລົນນະລົງເລື່ອງ HIV/AIDS ໃຫ້ກັບອົງກອນ Love Yourself PH ອີກທັງຍັງເປັນອາສາສະໝັກຜູ້ຊ່ວຍສອນໃຫ້ກັບນັກຮຽນໃນໂຄງການ Young Focus NGO

ແລະແລ້ວເສັ້ນທາງສາຍນາງງາມຂອງ ແຄດທີໂອນ່າ ເກຣ (Catriona Gray) ກໍຍງັບໍ່ຈົບລົງພຽງແຕ່ເທົ່ານັ້ນ ໃນປີ 2018 ນາງຍັງຄົງເດີນໜ້າຕາມຄວາມຝັນ ແລະ ລົງສະໝັກເຂົ້າປະກວດໃນເວທີນາງງາມອີກຄັ້ງ ກັບເວທີ Miss Universe Philippines 2018
ແລະ ຍັງຄວ້າມົງກຸດທີ່ນາງມັກ ຮັກ ແລະ ໄຝ່ຝັນມາຄອງໄດ້ສຳເລັດອີກຄັ້ງ ຈົນໄດ້ເປັນຕົວແທນປະເທດເພື່ອປະກວດໃນເວທີ Miss Universe 2018 ທີ່ຈັດຂຶ້ນທີ່ ປະເທດ ໄທ ແລະ ສາມາດຄວ້າມົງກຸດ Miss Universe 2018 ມາໄດ້ສຳເລັດ ແລະ ເປັນທີ່ຮືຮາຂອງຄົນທົ່ວໂລກ
มิสยูนิเวิร์ส 2018
ໂດຍຫຼັງຈາກທີ່ Catriona ຄວ້າມົງກຸດ Miss Universe 2018 ມາໄດ້ສຳເລັດ ນາງກໍໄດ້ໂພສອິນສະຕາແກຣມສ່ວນຕົວເພື່ອສະເຫຼີມສະຫຼອງໃຫ້ກັບມົງກຸດແຫ່ງຄວາມຝັນ ຕອນທີ່ຂ້ອຍອາຍຸ 13 ປີ ແມ່ເຄີຍບອກວ່າ “ລູກຮັກແມ່ຝັນວ່າລູກຈະໄດ້ຮັບຕຳແໜ່ງນາງງາມຈັກກະວານໃນຊຸດສີແດງ” ໃນຕອນນັ້ນຂ້ອຍກໍ່ບໍ່ໄດ້ຄິດຫຍັງຫຼາຍ ແລະ ໃນມື້ນີ້ຄວມຝັນຂອງແມ່ກໍ່ເປັນຈິງແລ້ວ.
ເປັນແນວໃດແດ່ແຟນໆ ຍິ່ງໄດ້ຮູ້ຈັກ ຍິ່ງຫຼົງຮັກ Catriona Gray Miss Universe 2018 ຄົນນີ້ກັນສຸດໆເລີຍແມ່ນບໍ່? ແຖມນາງຍັງເປັນແບບຢ່າງທີ່ດີໃຫ້ກັບນ້ອງໆ ແຟນໆທີ່ຢາກເຮັດຕາມຝັນໃນເສັ້ນທາງສາຍນາງງາມອີກດ້ວຍ.
ທີ່ມາ: https://women.mthai.com/scoop/beauty-pageant/388845.html , entertainment.abs-cbn.com
(ຂໍຂອບໃຈຮູບພາບ)
ແບ່ງປັນ