Breaking News

ຂ່າວດີ! ນາງງາມລາວຄວ້າລາງວັນໃນເວທີ Miss Tourism International 2018 ທີ່ປະເທດ ມາເລເຊຍ (ຂໍສະແດງຄວາມຍິນດີ)

ແບ່ງປັນ

ປິດທ້າຍປີ 2018 ຕ້ອນຮັບປີ 2019 ກັບຂ່າວດີມາຝາກແຟນໆຊາວລາວເຮົາອີກແລ້ວເດີ້ ຫຼ້າສຸດ ຕູ່ ທິດາ ສິດທິໄຊ  Miss Tourism International Laos 2018 ສາວງາມຕົວແທນປະເທດລາວກໍບໍ່ເຮັດໃຫ້ຄົນລາວຜິດຫວັງ ສາມາດຄວ້າລາງວັນ Miss Socialite ໃນເວທີ  Miss Tourism International 2018 ທີ່ຈັດຂຶ້ນທີ່ ປະເທດ ມາເລເຊຍ ຕັດສິນກັນໄປໃນວັນທີ 21 ທັນວາ 2018 ທີ່ຜ່ານມາ (ຂໍສະແດງຄວາມຍິນດີນຳຫຼາຍໆ)

(ມີຄລິບ)

ຕູ່ ທິດາ ສິດທິໄຊ Thida Sitthixay ?? ໄດ້ຮັບລາງວັນ Miss Socialite

Congratulation! ສະແດງຄວາມຍິນດີກັບໂຕແທນສາວລາວ ຕູ່ ທິດາ ສິດທິໄຊ Thida Sitthixay ?? ໄດ້ຮັບລາງວັນ Miss Socialite. Congratulation! Miss Tourism International Laos wins the title of Miss Socialite ( ມິສ ໂຊໂຊໄລທ)​#MissTourismInternationallaos2018 ?? #MissTourismInternational #MissTourismInternational2018#MTI2018 #MalaysiaTrulyAsia #TourismMalaysia #BarstreetKL

Posted by Miss Tourism International Laos on Sunday, December 23, 2018

 

ສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ນີ້ ບອກເລີຍວ່າຄົນລາວເຮົາມີຄວາມດີໃຈ ຍິ້ມໄດ້ ເພາະມີແຕ່ເລື່ອງລາວດີໆ, ໃນປີ 2018 ນີ້ ເວົ້າໄດ້ເລີຍວ່າ ນາງງາມຈາກປະເທດລາວ ກໍຄືແມ່ຍິງລາວເຮົາໄດ້ໄປສ້າງຊື່ສຽງໃນເວທີລະດັບໂລກມາແລ້ວຫຼາຍເວທີ ເຮັດໃຫ້ຊາວຕ່າງຊາດໄດ້ຮັບຮູ້ປະເທດລາວຫຼາຍຂຶ້ນ ແລະ ຍັງຮັບຮູ້ ໄດ້ຍອມຮັບເຖິງຄວາມສາມາດຂອງ ແມ່ຍິງລາວ ເຮົາໄປທົ່ວໂລກແລ້ວໃນເວລານີ້.  #ແຊຣໄປໃຫ້ໂລກຮູ້ ??

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

Story: ຊະນີIndy

ທີ່ມາ: Firstmodelinglao

ແບ່ງປັນ