ຍິນດີນໍາ!!! ຖືໄດ້ວ່າເປັນຂ່າວດີສໍາລັບ ໝຸ່ມກັນ ແລະ ສາວພອຍ ທີ່ຄອງຄອຍມາເປັນເວາ 9 ເດືອນ ໃນທີ່ສຸດກໍໄດ້ເຫັນໜ້າລູກແລ້ວ!!! ຫຼາຍຄົນຄົງຈະຮູ້ກັນດີກັບໝຸ່ມກັນໃນນາມ ນັກສະແດງຊື່ດັງຂອງປະເທດໄທ ໝຸ່ມຫຼໍ່ໄຟແຮງທີ່ຫຼາກຫຼາຍຄວາມສາມາດບໍ່ວ່າຈະເປັນການຖ່າຍແບບ,ຊີຮີ, ນັກສະແດງຮູບເງົາເລື່ອງ: ຮັກບໍ່ມີວັນຕາຍ, ແຮງຊັງ, ຮັກຂອງເຮົາ the moment ແລະ ອີກຫຼາຍໆເລື່ອງ...ມາໃນປັດຈຸບັນໝຸ່ມກັນກໍໄດ້ຫັນມາເປັນພິທີກອນລາຍການ The mask singer, The wall song.... ຖືໄດ້ວ່າເປັນພິທີກອນຄິວທອງເລີຍກໍວ່າໄດ້ ແລະ ກໍຍັງມີຊ່ອງຢູທູບເປັນຂອງຕົວເອງອີກດ້ວຍ.


ມາແລ້ວ!!! ນ້ອງພ້ອມ ເກີດວັນທີ 07 ເມສາ ທີ່ຜ່ານມາ, ນໍ້າໜັກ 3,160 ກິໂລ



