Breaking News

Amanda Gorman ແມ່ຍິງ!!!ທີ່ມີຄວາມຝັນຢາກເປັນປະທານນາທິບໍດີ ໃນປີ 2036…

ແບ່ງປັນ

ມາຮູ້ຈັກ ອະແມນດ້າ ກໍແມນ ກະວີສາວ ຜູ້ທີ່ຢູ່ເທິງເວທີອັນຊົງກຽດລະດັບປະເທດ ຫຼັງຈາກພິທີການກ່າວປະຕິຫານຕົນເພື່ອເຂົ້າຮັບຕໍາແໜ່ງ ປະທານນາທິບໍດີສະຫະລັດຄົນທີ່ 46 ຢ່າງເປັນທາງການຂອງ Jo Baiden. ແລ້ວແມ່ນຫຍັງ? ທີ່ເຮັດໃຫ້ສາວຄົນນີ້ກ້າວຂຶ້ນມາຢູ່ເທິງເວທີອັນຊົງກຽດ ມື້ນີ້ຂວັນໃຈຈະພາທຸກຄົນໄປຮູ້ຈັກກັບສາວຄົນນີ້ກັນເລີຍ…

ອາແມນດ້າ ກໍແມນ ເກີດເມື່ອວັນທີ 7 ມີນາ 1998 ປັດຈຸບັນອາຍຸພຽງ 22 ປີ ເຕິບໂຕໃນຄອບຄົວ ທີ່ມີແມ່ເປັນແມ່ລ້ຽງດ່ຽວ ເຊິ່ງແມ່ເຮັດວຽກເປັນຄູສອນ ຊ່ວງຍັງນ້ອຍ ອາແມນດ້າ ເປັນເດັກທີ່ເວົ້າຕິດອ່າງ ເຮັດໃຫ້ມີປັນຫາດ້ານການສື່ສານເຊິ່ງເລື່ອງນີ້ເຮັດໃຫ້ເປັນບົມຂອງສາວອາແມນດ້າ ແຕ່ກໍບໍ່ແມ່ນເລື່ອງທີ່ເຮັດໃຫ້ລາວທໍ້ ລາວກັບໃຊ້ເລື່ອງນີ້ເປັນແຮງພັກດັນ ແລະ ເຮັດໃຫ້ຕົນເອງກ້າວເຂົ້າສູ່ໂລກແຫ່ງບົດກະວີ

ດ້ວຍນິໄສສ່ວນຕົວເປັນຄົນມັກອ່ານ ແລະ ຫຼົງໄຫຼໃນການຂຽນ ໂດຍແມ່ກໍໄດ້ສັງເກດເຫັນທັກສະໃນດ້ານນີ້ ຈຶ່ງຄອຍສະໜັບສະໜູນມາໂດຍຕະຫຼອດ ແລະ ອີກໜຶ່ງບຸກຄົນທີ່ເປັນຕົ້ນແບບຜູ້ເປັນແຮງບັນດານໃຈໃຫ້ສາວ ອະແມນດ້າ ເດີນຕາມເສັ້ນທາງສາຍກະວີ ກໍຄື ມະລາລະ ຢູຊາບໄຊ ເປັນແມ່ຍິງທີ່ຮຽກຮ້ອງສິດທິຄວາມເທົ່າທຽມ ຈົນໄດ້ຮັບລາງວັນ ໂນໂບລ ສັນຕິພາບ.

ໃນປີ 2014 ອະແມນດ້າ ກໍແມນ ໄດ້ຮັບຕໍາແໜ່ງກະວີເຍົາວະຊົນຂອງເມືອງ ລອສແອນເຈີລີສ ຕອນອາຍຸພຽງ 16 ປີ ເທົ່ານັ້ນ. ແລະ ຫຼັງຈາກນັ້ນ ລາວກໍໄດ້ອອກໜັງສືເພື່ອບອກເລົ່າເລື່ອງລາວ ຄວາມຫິວໂຫຍຂອງສັງຄົມທີ່ບໍ່ຮູ້ຈັກພໍ ໃນຊື່: The one for whom Food is not enough

This image has an empty alt attribute; its file name is WhatsApp-Image-2021-01-28-at-10.56.34.jpeg

ແລະ ລ່າສຸດກໍໄດ້ຮັບກຽດຂຶ້ນກ່າວບົດກະວີ “The Hill We Climb” ຫຼື ເນີນເຂົາທີ່ເຮົາປີນ. ໃນງານປະຕິຫານຕົນເຂົ້າຮັບຕໍາແໜ່ງປະທານນາທິບໍດີສະຫະລັດຄົນທີ່ 46 ບົດກະວີດັ່ງກ່າວມີຄວາມສໍາຄັນເພື່ອຕ້ອງການໃຫ້ເກີດຄວາມສາມັກຄີໃນປະເທດ. ເຊິ່ງການປາກົດຕົວຂອງ ອະແມນດ້າ ໃນຄັ້ງນີ້ກໍໄດ້ຮັບຄວາມສົນໃຈຈາກບຸກຄົນທີ່ມີຊື່ສຽງເປັນຈໍານວນຫຼາຍ ເຊິ່ງສາວ ອະແມນດ້າກໍ່ໄດ້ກ່າວປີດທ້າຍດ້ວຍຂໍ້ມູນທີ່ໜ້າສົນໃຈວ່າ: “ຄວາມຝັນຢາກລົງສະໝັກຕໍາແໜ່ງປະທານນາທິບໍດີສະຫະລັດ ຊຶ່ງບໍ່ແນ່ໃຈວ່າມື້ໜຶ່ງ ສະຫະລັດອາເມຣິກາອາດຈະມີປະທານນາທິບໍດີຍິງທີ່ເປັນນັກກະວີກໍເປັນໄດ້”.

ແບ່ງປັນ