Breaking News

ສະແດງຄວາມຍິນດີນໍາ! ຄູ່ຮັກດາລາ ຄຣິສຕີນ່າ-ວິນລີ່ ຄວ້າລາງວັນ Asian International Super Model Contest 2019 ທີ່ມາເກົ໊າ.

ແບ່ງປັນ

ສະແດງຄວາມຍິນດີນໍາ! ຄູ່ຮັກດາລາ ຄຣິສຕີນ່າ-ວິນລີ່ ຄວ້າລາງວັນ Asian International Super Model Contest 2019 ທີ່ມາເກົ໊າ.

ຖືວ່າເປັນຄູ່ຮັກດາລາ ລະດັບແຖວໜ້າຂອງລາວທີ່ເໝາະສົມກັນທັງຄວາມສາມາດ, ຄວາມຫຼໍ່-ຄວາມງາມອີ່ຫຼີສໍາລັບຄູ່ຂອງ ໜຸ່ມ ວິນລີ່ ແລະ ສາວ ຄຣິສຕີນ່າ ແຖມຍັງເປັນຄູ່ຮັກທີ່ຫຼາຍໆຄົນກໍາລັງອິດສາຕາຮ້ອນຢູ່ໃນໄລຍະນີ້ ເພາະມີຮູບໂຊຄວາມຫວານອອກມາໃຫ້ແຟນຄຣັບໄດ້ຟີນກັນເປັນໄລຍະໄລຍະ ຈົນຫຼາຍຄົນລຸ້ນວ່າມື້ໃດຈະມີຂ່າວດີຈັກເທື່ອ… ແຕ່ກ່ອນທີ່ຈະມີຂ່າວດີຄື ການເຂົ້າສູ່ປະຕູວິວານັ້ນ ທັງສອງກໍໄດ້ມີຂ່າວດີກ່ອນນັ້ນມາໃຫ້ຄົນລາວ ແລະ ວົງການບັນເທີງລາວກ້າວຂຶ້ນໄປອີກຂຶ້ນຄື ທັງສອງໄດ້ໄປຄວ້າລາງວັນຈາກການເດີນແບບໃນງານ Silk Road International Fashion Week 2019 ທີ່ຈັດຂຶ້ນຢູ່ທີ່ປະເທດ ມາເກົ໊າ ໃນທ້າຍອາທິດທີ່ຜ່ານມານີ້ເອງ… ເຊິ່ງດ້ານຂອງ ສາວ ຄຣິສຕີນ່າ ແມ່ນໄດ້ຮັບລາງວັນ Excellent Model ຫຼື ລາງວັນນາງແບບດີເດັ່ນ ສ່ວນດ້ານ ໜຸ່ມວິນລີ່ ແຟນໜຸ່ມຂອງນາງກໍບໍ່ໄດ້ນ້ອຍໜ້າ ສາມາດຍາດລາງວັນ ນາຍແບບອັນດັບຕົ້ນໆຂອງ Asian International Super Model Contest 2019 ນອກຈາກທັງສອງຄົນແລ້ວ ຍັງມີຕົວແທນຂອງປະເທດລາວໄປຮ່ວມເດີນແບບໃນງານດັ່ງກ່າວ ແລະ ກໍໄດ້ຮັບລາງວັນມາຄືກັນ ນັ້ນກໍຄື ບັນດິດ ລາດຊະວົງ ນັກອອກແບບລະດັບແຖວໜ້າ ແຖມຍັງເປັນເຈົ້າຂອງຫ້ອງເສື້ອຊື່ດັງຄື Men FOLDER ກໍໄດ້ຮັບລາງວັນ ນັກອອກແບບດີເດັ່ນມາເຊັ່ນກັນ…

ເຊິ່ງຫຼັງຈາກໄດ້ຮັບລາງວັນອັນພາກພູມໃຈແລ້ວ ສາວຄຣິສຕີນ່າ ກໍໄດ້ໂພສຂໍ້ຄວາມຜ່ານ Facebook ສ່ວນຕົວໂດຍມີຮູບພາບຈາກການເດີນແບບ ແລະ ຮູບການຮັບລາງວັນເທິງເວທີ ພ້ອມທັງແຄັບຊັ່ນວ່າ ” We did it ??? ພວກເຮົາເຮັດໄດ້ແລ້ວ ອີກບາດກ້າວໃນເວທີສາກົນ ທີ່ເກີນບັນຍາຍ #ຂໍຄົນລະແຊເປັນກຳລັງໃຈໃຫ້ພວກເຮົາແດ່ເດີ??♡Asian International Super Model 2019♡ ຕ້ອງໄດ້ມາຢືນຢູ່ຈຸດນີ້ດ້ວຍໂຕເອງ ຈຶ່ງຈະເຂົ້າໃຈມັນຢ່າງແທ້ຈິງ-ບໍ່ງ່າຍເລີຍ-ເຈັບປວດ-ອົດທົນ-ສູ້ຊົນ-ເສຍສະຫລະ -ເຊື່ອໝັ້ນ ດີໃຈນຳTalathep Willy Vilayvanh ໄດ້ເປັນໂຕTOP?? ຍິນດີນຳອ້າຍ Bandid Lasavong ນັກອອກແບບດີເດັ່ນ☆ ແລະ Christina Lasasimma ເອງ ນາງແບບດີເດັ່ນ#ຕົວແທນລາວທັງ3ຄົນ?? #ປະສົບການຊີວິດທີ່ຍິ່ງໃຫຍ່ #AsianInternationalSuperModel2019 #ThanksAFDS for the great opportunity” ຫຼັງຈາກນັ້ນມີຊາວເນັດ ແລະ ແຟນຄຣັບເຂົ້າມາຊື່ນຊົມ ແລະ ໃຫ້ກໍາລັງໃຈເປັນຈໍານວນຫຼວງຫຼາຍ ກັບຄວາມສາມາດ ແລະ ຄວາມສໍາເລັດຂອງທັງ 3 ຄົນໃນຄັ້ງນີ້.

   

 

 

ຂອບໃຈຮູບພາບຈາກ: Facebook: Christina Lasasimma

ແບ່ງປັນ