Breaking News

ຄົນມີຄູ່ຄວນອ່ານ! 5 ວິທີງ່າຍໆ ທີ່ເຮັດໃຫ້ຊີວິດຄູ່ຫວານຂຶ້ນ… ແລ້ວບັນຫາມືທີ 2-3-4 ຈະບໍ່ມີມາໃຫ້ເຈັບຫົວ!!!

ແບ່ງປັນ

ຄົນມີຄູ່ຄວນອ່ານ! 5 ວິທີງ່າຍໆ ທີ່ເຮັດໃຫ້ຊີວິດຄູ່ຫວານຂຶ້ນ… ແລ້ວບັນຫາມືທີ 2-3-4 ຈະບໍ່ມີມາໃຫ້ເຈັບຫົວ!!!

ສາວໆ ຖ້າຈະເວົ້າເຖິງຄວາມຮັກແລ້ວ ມັນອາດຈະເປັນສິ່ງສວຍງາມສໍາລັບຫຼາຍຄົນ ແຕ່ມັນອາດຈະເປັນສິ່ງທີ່ເປັນຕາຢ້ານສໍາລັບບາງຄົນ ບາງຄົນໃນຊີວິດບໍ່ເຄີຍສົມຫວັງກັບຄວາມຮັກເລີຍ ບາງຄົນຖືກທໍາຮ້າຍຈິດໃຈມານັບຄັ້ງບໍ່ຖ້ວນ ຈົນເຮັດໃຫ້ເຄັດຫຼາບກັບຄວາມຮັກ ເມື່ອມີຮັກອີກຄັ້ງກໍເຮັດໃຫ້ລະແວງ, ຄິດຫຼາຍຈົນບໍ່ມີຄວາມສຸກໃນຊີວິດຄູ່… ແຕ່ສາວໆ ຖ້າໃຜທີ່ກໍາລັງພົບກັບຄວາມກັງວົນນີ້ຢູ່ ມື້ນີ້ ຂວັນໃຈເລີຍຢາກຈະມາຊ່ວຍສາວໆແກ້ໄຂບັນຫາຄວາມກັງວົນດ້ວຍການແນະນໍາ 5 ວິທີ ເຄັດ (ບໍ່) ລັບທີ່ຈະເຮັດໃຫ້ຄົນຮັກຂອງເຈົ້າ ຮັກເຈົ້າຫຼາຍຂຶ້ນ ແລະ ໝົດກັງວົນວ່າ ຄວາມຮັກຄັ້ງນີ້ຈະກັບໄປສູ່ຈຸດຈົບແບບເກົ່າໆອີກ ມາເບິ່ງກັນເລີຍ…

  1. ການໃຫ້ອະໄພ

ສາວໆຈະສາມາດປະຄອງຄວາມຮັກ ໄປໄດ້ຕະຫຼອດຮອດຝັງ ກໍຕໍ່ເມື່ອຮູ້ຈັກຍົກໂທດໃຫ້ກັບຄົນທີ່ເຈົ້າຮັກ ເພາະລາວເອງກໍເປັນພຽງຄົນທຳມະດາຄົນໜຶ່ງທີ່ເຮັດຜິດໄດ້ສະເໝີ.

  1. ບໍ່ຄວນປະຊົດປະຊັນຊີວິດ

ສາວໆ ເມື່ອໃດກໍຕາມທີ່ມີບັນຫາກັນ ຫ້າມເດັດຂາດເລີຍຄື ການປະຊົດຊີວິດດ້ວຍການລົມຄົນໃໝ່ເພື່ອເຮັດໃສ່ຄົນຮັກນັ້ນ ເພາະເປັນສິ່ງທີ່ເຮັດໃຫ້ລາວຕັດສິນໃຈໄປຈາກເຮົາໄດ້ໄວທີ່ສຸດ ເພາະມັນໃຊ້ບໍ່ໄດ້ກັບຄວາມຮູ້ສຶກ ຂອງຄົນທີ່ຮັກເຈົ້າແທ້ໆ

  1. ເອົາໃຈໃສ່ຕົວເອງຫຼາຍຂຶ້ນ

ສາວໆ ເມື່ອມີຄູ່ ຫຼືມີຄອບຄົວແລ້ວກໍບໍ່ຄວນປ່ອຍຕົວ ຕ້ອງສ້າງຕົວເອງເຮັດໃຫ້ດູດີ ແລ້ວປ່ຽນມາເອົາໃຈໃສ່ໃນການແຕ່ງຕົວໃຫ້ງາມຢູ່ສະເໝີ ເພາະເຮົາບໍ່ແມ່ນຂອງຕາຍຂອງໃຜ…

  1. ປີ່ນໜ້າເຂົ້າຫາກັນ

ສາເຫດຂອງການນອກໃຈ ອາດເກີດຂຶ້ນທັງສອງຝ່າຍ ເຊິ່ງສາວໆເອງກໍອາດຈະມີຂໍ້ບໍ່ດີໃນບາງສິ່ງ ແຕ່ຖ້າມີບັນຫາເກີດຂຶ້ນແລ້ວ ກໍຄວນປິ່ນໜ້າເຂົ້າຫາກັນ ແລ້ວລົມກັນດີໆ ເພື່ອປັບຄວາມຮູ້ສຶກກັບຄົນຮັກໃຫ້ຫຼາຍຂຶ້ນ.

  1. ບໍ່ຄວນເອົາເລື່ອງທີ່ຜິດກັນໄປເວົ້າໃຫ້ຄົນອື່ນຟັງ

ບັນຫາຕ່າງໆທີ່ເກີດຂຶ້ນເປັນເລື່ອງຂອງຄົນສອງຄົນ ທີ່ຈະຕ້ອງແກ້ໄຂໄປນໍາກັນ ບໍ່ຄວນເອົາເລື່ອງທີ່ຜິດກັນໄປລົມໃຫ້ຄົນອື່ນຟັງ ເພາະຈະເຮັດໃຫ້ຄົນຮັກຂອງເຈົ້າເສຍໜ້າ ເບິ່ງໜ້າກັນບໍ່ໄດ້.

ສາວໆ ແລະນີ້ກໍຄື ເທັກນິກງ່າຍໆໃນການຮັກສາຄົນທີ່ເຈົ້າຮັກເອົາໄວ້ໃຫ້ດົນເທົ່າທີ່ເຈົ້າຕ້ອງການໄດ້ ລອງເອົາໄປປະຕິບັດເບິ່ງເດີ້ ຖ້າໄດ້ຜົນແນວໃດຢ່າລືມຄອມເມັ້ນບອກແອັດມິ້ນແດ່…

ແບ່ງປັນ