Breaking News

ສຸດຍອດໄປເລີຍ! ໂຮງຮຽນ ແກ້ວປັນຍາ ປະກາດເປັນໂຮງຮຽນປອດພລາສຕິກ ເປັນແຫ່ງທໍາອິດໃນປະເທດລາວ…

ແບ່ງປັນ

ສຸດຍອດໄປເລີຍ! ໂຮງຮຽນ ແກ້ວປັນຍາ ປະກາດເປັນໂຮງຮຽນປອດພລາສຕິກ ເປັນແຫ່ງທໍາອິດໃນປະເທດລາວ…

ຖືໄດ້ວ່າປະສົບຄວາມສຳເລັດ ດັ່ງທີ່ຜູ້ອຳນວຍການເພີ່ນໄດ້ຕັ້ງໄວ້ ແລະ ເປັນແບບຢ່າງໃຫ້ແກ່ໂຮງຮຽນແຫ່ງອື່ນໆ ທີ່ຫັນມາເອົາໃຈໃສ່ ແລະ ຮັກສາສິ່ງແວດລ້ອມ, ຫຼຸດນຳໃຊ້ເຄື່ອງພລາສຕິກທີ່ບໍ່ຈຳເປັນ ຫັນມານຳໃຊ້ສິ່ງທີ່ສາມາດປະດິດຂຶ້ນເອງໄດ້ ດ້ວຍການນຳໃຊ້ເຄື່ອງຂອງທຳມະຊາດ ທີ່ມີຢູ່ ມາໝູນໃຊ້ໃຫ້ເກີດປະໂຫຍດ, ທັງນີ້ ກໍ່ເພື່ອເປັນການຮັກສາຄວາມສະອາດ ແລະ  ຫຼຸດພາວະໂລກຮ້ອນໄດ້ອີກດ້ວຍ! ຊົມເຊີຍ ທີ່ປະຕິບັດໄດ້ສຳເລັດ ແລະ ຫວັງວ່າ ຈະເປັນແບບຢ່າງທີ່ດີໃຫ້ແກ່ໂຮງຮຽນແຫ່ງອື່ນໆ ໄດ້ນຳເອົາປະປະຕິບັດ.

ທ່ານ ຄໍາແກ້ວ ອຸນນານົງນຸດ ເປັນອໍານວຍການໂຮງຮຽນ ຜູ້ທີ່ມີແນວຄິດລິເລີ່ມທີ່ດີໃນການຢາກເຫັນສິ່ງແວດລ້ອມສວຍງາມ, ໜ້າຢູ່ຄູ່ຄົນເຮົາໄປຕະຫຼອດຈຶ່ງໄດ້ມີວິໄສທັດ ແນວຄິດໃນການປູກຈິດສໍານຶກ ແລະ ຝຶກວິໄນໃຫ້ແກ່ນ້ອງໆ ນັກຮຽນ ແລະ ຄູອາຈານ ໃນໂຮງຮຽນ ໃນການປະກອບສ່ວນຮັກສາສິ່ງແວດລ້ອມ ບໍ່ວ່າຈະເປັນການເກັບກະຕຸກທີ່ໃຊ້ແລ້ວມາປະດິດເປັນສິ່ງຕ່າງ ໂດຍເລີ່ມທົດລອງ ໃຫ້ນັກຮຽນ ເອົາວັດຖຸ (ໄມ້ໄຜ່) ທີ່ມີຈາກທໍາມະຊາດມາຜະລິດເປັນຈອກ ແລະ ທໍ່ດູດ ແທນພລາສຕິກ.

ຫຼ້າສຸດ, ວັນທີ 21 ພະຈິກ 2019 ນີ້, ໂຮງຮຽນແກ້ວປັນຍາ ກໍ່ໄດ້ຈັດພິທີປະກາດເປັນໂຮງຮຽນ “ປະສະຈາກຈອກ ແລະ ທໍ່ດູດຢາງ”(Zero Plastic Cup and Straw) ແຫ່ງທໍາອິດຂອງລາວ. ໂດຍການເຂົ້າຮ່ວມຂອງທ່ານ ເຈົ້າເມືອງໆຊຳເໜືອ, ຮອງຫົວໜ້າ ອົງການພັດທະນາຄຸ້ມຄອງຕົວເມືອງ (ອພບຕ), ມີຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ຮອງຫົວໜ້າສຶກສາທິການ ແລະ ກິລາແຂວງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍອາຈານ ແລະ ນັກຮຽນພາຍໃນໂຮງຮຽນເຂົ້າຮ່ວມ.

ເຊິ່ງຈຸດປະສົງ ກໍ່ເພື່ອເປັນການສົ່ງເສີມໃຫ້ນ້ອງນັກຮຽນ ແລະ ຄູອາຈານ ພາຍໃນໂຮງຮຽນເອົາໃຈໃສ່ຮັກສາສິ່ງແວດລ້ອມ ຫຼຸດການນຳໃຊ້ພລາສຕິກພາຍໃນໂຮງຮຽນ. ນອກນັ້ນ, ຍັງໝູນໃຊ້ສິ່ງເສດເຫຼືອຈາກພລາສຕິກ ນໍາມາປະດິດເປັນສິ່ງຕ່າງໆ ເພື່ອນໍາໄປໃຊ້ໃຫ້ເກີດປະໂຫຍດສູງສຸດອີກດ້ວຍ.

ຜະດິດຈອກ ແລະ ທໍ່ດູດດ້ວຍບັ້ງໄມ້ໄຜ່

ສ້າງເຮືອນຂີ້ເຫຍື້ອ.

ຂອບໃຈເນື້ອໃຈຂ່າວຈາກ: Khamkom Sonejai

ແບ່ງປັນ