Breaking News

ສື່ຕ່າງປະເທດຈັບຕາ! MISS UNIVERSE LAOS ປ່ອຍຂອງກ່ອນເດີນທາງໄປປະກວດເວທີນາງງາມໂລກ ບອກເລີຍວ່າ ແຊ໊ບແຮງ!!!

ແບ່ງປັນ

ສື່ຕ່າງປະເທດຈັບຕາ! MISS UNIVERSE LAOS ປ່ອຍຂອງກ່ອນເດີນທາງໄປປະກວດເວທີນາງງາມໂລກ ບອກເລີຍວ່າ ແຊ໊ບແຮງ!!!

ນັບຖອຍຫຼັງກັນແລ້ວສໍາລັບການປະກວດຮອບຕັດສິນ Miss Universe 2019 ທີ່ຈະຈັດຂຶ້ນຢູ່ທີ່ ປະເທດ ສະຫະລັດ ອາເມຣິກາ ເວທີທີ່ມີນາງງາມເຂົ້າຮ່ວມຫຼາຍກວ່າ 100 ປະເທດ. ສໍາລັບນາງງາມຕົວແທນປະເທດລາວເຮົາກໍຄືດັ່ງທີ່ແຟນໆຮູ້ກັນດີແລ້ວວ່າ ແມ່ນ ສາວເມ ວິຈິດຕາ ພອນວິໄລ ຜູ້ທີ່ຄອງຕໍາແໜ່ງ Miss Universe Laos 2019 ນັ້ນເອງ ເຊິ່ງ ສາວເມ ກໍໄດ້ເດີນທາງໄປປະກວດໃນມື້ນີ້ແລ້ວ ແລະ ປີນີ້ທາງກອງປະກວດເພິ່ນໝັ້ນໃຈແຮງ ໃນຄວາມງາມທີ່ມາໃນ Look Inter ຂອງສາວເມ ບວກກັບຄວາມສາມາດ ແລະ ທັກສະດ້ານພາສາອັງກິດທີ່ມາແບບແໜ້ນແຮງ ຈຶ່ງຄາດວ່າ ສາວເມ ຂອງເຮົາຕ້ອງຄວ້າຈັກລາງວັນໃດລາງວັນໜຶ່ງມາຕ້ອນມາຝາກຄົນລາວກັນຢ່າງແນ່ນອນ…

ແລະ ກ່ອນທີ່ຈະເດີນທາງໄປປະກວດ ສາວເມ ກໍໄດ້ປ່ອຍຂອງລອງທາງ ຖ່າຍຮູບກັບຊຸດລອຍນໍ້າສຸດເຊັກຊີ່ ອວດຮູບຮ່າງທີ່ໄດ້ສັດສ່ວນ (ໃນການປະກວດຕ້ອງໄດ້ເດີນແບບຊຸດລອຍນໍ້າ) ເຊິ່ງງານນີ້ບອກໄດ້ເລີຍວ່າ ແຊ໊ບແຮງງງງງ ເຮັດໃຫ້ເພຈນາງງາມດັງທັງໃນ ແລະ ຕ່າງປະເທດຕ່າງປະເທດນໍາຮູບພາບດັ່ງກ່າວໄປເຜີຍແຜ່ຢ່າງຫຼວງຫຼາຍຈົນເປັນທີ່ຈັບຕາເບິ່ງຂອງມວນຊົນໄປແລ້ວຕອນນີ້!!! ເອົາເປັນວ່າ ຂໍໃຫ້ ສາວເມ ສູ້ໆ ຕັ້ງໃຈເຮັດໜ້າທີ່ຂອງຕົວເອງ ແລະ ພາລະກິດເປັນຕົວແທນຂອງປະເທດລາວໃຫ້ດີທີ່ສຸດ ໃຫ້ຍາດໄດ້ຈັກລາງວັນໃດໜຶ່ງມາໃຫ້ຄົນລາວໄດ້ຊື່ນຊົມ ແລະ ເປັນໜ້າຕາໃຫ້ກັບປະເທດຊາດເຮົາເດີ້!!! ເປັນກໍາລັງໃຈໃຫ້ສະເໝີ… ລາວສູ້ໆ!!!

ຂອບໃຈຮູບພາບ

ແບ່ງປັນ