Breaking News

ຢາກໃຫ້ທຸກຄົນໄດ້ເບິ່ງ! ຮູບເງົາສັ້ນ “ໄດ້ມາເພາະກ້າປ່ຽນ” ສື່ເຖິງສາຍສໍາພັນທີ່ດີໃນຄອບຄົວ ແລະ ຄວາມສະເໝີພາບຍິງ-ຊາຍໃນປະເທດລາວ…

ແບ່ງປັນ

ຢາກໃຫ້ທຸກຄົນໄດ້ເບິ່ງ! ຮູບເງົາສັ້ນ “ໄດ້ມາເພາະກ້າປ່ຽນ” ສື່ເຖິງສາຍສໍາພັນທີ່ດີໃນຄອບຄົວ ແລະ ຄວາມສະເໝີພາບຍິງ-ຊາຍໃນປະເທດລາວ…

ເພື່ອຕໍ່ຕ້ານ ແລະ ຢຸດການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ທັງເປັນການຕ້ອນຮັບ 16 ວັນຕໍ່ຕ້ານການໃຊ້ຄວາມຮຸນແຮງໂລກທີ່ໃຫ້ຈະມາຮອດນີ້ ທາງອົງການແຄຣ໌ ປະຈໍາລາວ ຈຶ່ງໄດ້ສ້າງຮູບເງົາສັ້ນສະທ້ອນສັງຄົມ ເພື່ອໃຫ້ສັງຄົມຄິດເຖິງເລື່ອງລາວບວກກ່ຽວກັບບົດບາດຍິງ-ຊາຍ ທີ່ເກີດຂຶ້ນໃນແຕ່ລະຊູມຊົນ ພ້ອມທັງເຊີນຊວນໃຫ້ທຸກຄົນຮ່ວມແລກປ່ຽນປະສົບການ ການປ່ຽນແປງໃໝ່ໃນຊູມຊົນຂອງຕົນເອງ ເຊິ່ງກໍມີຫຼາຍໆຄົນເຂົ້າຮ່ວມກິດຈະກໍາຍຸຕິການໃຊ້ຄວາມຮຸນແຮງດັ່ງກ່າວ.

ສໍາລັບຮູບເງົາສັ້ນ ເລື່ອງ “ໄດ້ມາເພາະກ້າປ່ຽນ” ແມ່ນມີເນື້ອໃນທີ່ໜ້າສົນໃຈຫຼາຍ ແລະ ຢາກໃຫ້ທຸກຄົນໄດ້ເບິ່ງນໍາກັນ  ມີເນື້ອໃນສື່ເຖິງ ມີເປົ້າໝາຍສື່ເຖິງ ສາຍສໍາພັນຄອບຄົວທີ່ດີ ແລະ ຄວາມສະເໝີພາບຍິງຊາຍ ສະແດງເຖິງ ບັນທັດຖານທາງສັງຄົມ ທີ່ມີໃນ ສປປ ລາວ ແລະ ທົ່ວໂລກ ທີ່ຮ່ວມກັນສ້າງຂື້ນໂດຍ ອົງການແຄຣ໌ ແລະ ສູນກາງສະຫະພັນແມ່ຍິງລາວ. ນອກນັ້ນ ຮູບເງົາດັ່ງກ່າວຍັງເລົ່າເຖິງເລື່ອງລາວການຕໍ່ສູ້ ກັບບັນທັດຖານທາງສັງຄົມດັ່ງກ່າວຂອງຄອບຄົວໜື່ງ ເຊິ່ງຮູບເງົາແຕ່ລະຕອນແມ່ນ ກວມເອົາເລື່ອງລາວ ກ່ຽວກັບ ການແບ່ງໜ້າວຽກໃນຄົວເຮືອນ, ການມີສ່ວນຮ່ວມເພື່ອຕັດສິນໃຈໃນຄອບຄົວ, ການໃຫ້ໂອກາດແມ່ຍິງໄດ້ມີສ່ວນຮ່ວມໃນການອອກຄໍາເຫັນ ແລະ ຕັດສິນໃຈຂັ້ນຊຸມຊົນ ແລະ ບັນທັດຖານທາງສັງຄົມ: ການລ້ຽງລູກຍິງ ແລະ ລູກຊາຍ… ລາຍລະອຽດເບິ່ງໄດ້ຕາມລິ້ງນີ້ເລີຍ: https://www.youtube.com/watch?v=IXomwrb4fuY

ແລະ ທາງວາລະສານ ຂວັນໃຈ ຂອງພວກເຮົາເອງ ກໍມີກິດຈະກໍາລົນນະລົງຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍຢູ່ເຊັ່ນກັນ ໂດຍໃສ່ຊື່ໂຄງການວ່າ  Bike for Her ເຊິ່ງກໍາລັງຈະຈັດຂຶ້ນເປັນປີທີ 3 ແລ້ວ ໃນເດືອນ ກຸມພາ 2020 ທີ່ໃກ້ຈະມາຮອດນີ້ ຈຶ່ງຢາກຂໍເຊີນຊວນໃຫ້ທຸກຄົນອອກມາຮ່ວມປະກາດຈຸດຢືນກັບພວກເຮົາ ກໍຄືການຮ່ວມກິດຈະກໍາຍຸຕິຄວາມຮຸນແຮງທີ່ທາງອົງການແຄຣ໌ໄດ້ຈັດຂຶ້ນ ເພື່ອໃຫ້ສັງຄົມລາວປາສະຈາກຄວາມຮຸນແຮງ… ຕິດຕາມກິດຈະກໍາຂອງພວກເຮົາໄດ້ທີ່ Page: Bike For Her

ຂອບໃຈຮູບເງົາສັ້ນຈາກ: CARE International in Lao PDR – Standing Up Speaking Out – SUSO

ແບ່ງປັນ