Breaking News

ການເສຍຊີວິດຂອງ “ຄູ ຮາຣາ” ອາດີດນັກຮ້ອງວົງ KARA Girls Group ຊື່ດັງຂອງເກົາຫລີໃຕ້ ສື່ໃຫ້ເຫັນເຖິງສັງຄົມທີ່ຜູ້ຊາຍເປັນໃຫຍ່… 

ແບ່ງປັນ

ການເສຍຊີວິດຂອງ “ຄູ ຮາຣາ” ອາດີດນັກຮ້ອງວົງ KARA Girls Group ຊື່ດັງຂອງເກົາຫລີໃຕ້ ສື່ໃຫ້ເຫັນເຖິງສັງຄົມທີ່ຜູ້ຊາຍເປັນໃຫຍ່… 

ຖືວ່າເປັນຂ່າວທີ່ເສົ້າສະລົດໃຈ ແລະ ສະເທືອນວົງການ K-Pop ຢ່າງແຮງ ກັບຂ່າວການເສຍຊີວິດຂອງ ອາດີດນັກຮ້ອງ Girls Group ຊື່ດັງຂອງເກົາຫຼີໃຕ້ ຄື ສາວ ຮາຣາ ທີ່ຜ່ານມາ ແລະ ສິ່ງທີ່ມາກັບຄວາມເສົ້າສະລົດໃຈນີ້ ກໍຄືຄໍາຖາມທີ່ເກີດຂຶ້ນຫຼາກເຖິງສາເຫດການເສຍຊີວິດດັ່ງກ່າວ. ແລະ ເຖິງວ່າຜົນການພິສູດສົບອອກມາຢ່າງຊັດເຈນແລ້ວ ແຕ່ທາງຕໍາຫຼວດຂອງເກົາຫຼີໃຕ້ໄດ້ລະບຸເຖິງຈົດໝາຍທີ່ພົບເຫັນເທິງໂຕະທີ່ຂຽນດ້ວຍລາຍມືຂອງ ຮາຣາ ນັ້ນມີເນື້ອໃນເວົ້າເຖິງຄວາມເຈັບປວດທີ່ແສນສາຫັດໃນຊີວິດຂອງລູກຜູ້ຍິງຄົນໜຶ່ງ… ແລະນີ້ກໍບໍ່ແມ່ນຄັ້ງທໍາອິດທີ່ນາງຄິດຈະຂ້າຕົວຕາຍ ເພາະເມື່ອວັນທີ 27 ພຶດສະພາ 2019 ນາງກໍເຄີຍພະຍາຍາມຂ້າຕົວຕາຍແລ້ວ ພ້ອມກັບໂພສຂໍ້ຄວາມໃນ IG ວ່າ “ລາກ່ອນ” ແຕ່ຄັ້ງນັ້ນຕໍາຫຼວດເຂົ້າໄປຊ່ວຍເຫຼືອໄວ້ໄດ້ທັນ. ຫຼັງຈາກນັ້ນນາງກໍໄດ້ໂພສຂໍ້ຄວາມ ຂໍໂທດແຟນໆທີ່ເຮັດແບບນັ້ນລົງໄປໂດຍລະບຸວ່າ “ນາງຮູ້ສຶກເຈັບປວດກັບຫຼາຍສິ່ງຫຼາຍຢ່າງໃນຊີວິດ”

ແລະ ເມືຶ່ອຍ້ອນກັບໄປເມື່ອປີ 2018 ຮາຣາ ເຄີຍມີ VDO ຈາກກ້ອງວົງຈອນປິດແຫ່ງໜຶ່ງເຜີຍແຜ່ອອກມາທາງໂຊຊ່ຽວ ໂດຍໃນ VDO ດັ່ງກ່າວເຜີຍໃຫ້ເຫັນວ່າ ຮາຣາ ກໍາລັງຖືກແຟນເກົ່າຂົ່ມຂູ່ວ່າ ຖ້າບໍ່ເຮັດຫຍັງບາງຢ່າງ ລາວຈະປ່ອຍຄຣິບ VDO ມີເຊັກກັບນາງ ລົງສູ່ສາທາລະນະ ຫຼັງຈາກນັ້ນ ອາດີດແຟນໜຸ່ມຂອງນາງກໍໄດ້ຖືກຕໍາຫຼວດຈັບ ຈົນຕອນນັ້ນກໍເປັນຂ່າວດັງພໍສົມຄວນໃນຕອນນັ້ນ ແລະ ນີ້ກໍເປັນສາເຫດທີ່ເຮັດໃຫ້ຕົ້ນສັງກັດຕັດສິນໃຈຍົກເລີກສັນຍາກັບ ຮາຣາ ໃນເດືອນມັງກອນ ປີ 2019 ໂດຍບໍ່ມີຂໍ້ຊີ້ແຈງໃດໆ…

ໃນປະເທດເກົາຫຼີໃຕ້ ຖ້າແມ່ຍິງຄົນໃດມີຄຣິບ VDO ການມີເຊັ໊ກລົງສູ່ສາທາລະນະ ພວກເຂົາຈະຖືກສັງຄົມປະນາມຢ່າງໜັກໜ່ວງກ່ຽວກັບພຶດຕິກໍາດັ່ງກ່າວ ເຖິງວ່າຈະເປັນຜູ້ຖືກກະທໍາຈາກຝ່າຍຊາຍກໍຕາມ. ສາວໆໃນຮູບເງົາເລື່ອງຕ່າງໆຂອງເກົາຫຼີທີ່ພວກເຮົາມັກຕິດຕາມຈະເຫັນວ່າ ຜູ້ຊາຍເກົາຫຼີນັ້ນໜ້າຕາດີ, ມີຄວາມອົບອຸ່ນ, ໂຣແມນຕິກ ແລະ ທີ່ສໍາຄັນພວກເຂົາຍັງໃຫ້ກຽດແມ່ຍິງທີ່ສຸດ ນັ້ນເປັນໂຄສະນາຊວນເຊື່ອ. ເພາະຄວາມຈິງແລ້ວ ປະເທດເກົາຫຼີໃຕ້ ຍັງເປັນສັງຄົມທີ່ຜູ້ຊາຍເປັນໃຫຍ່, ກົດຂີ່ຂົມເຫັງແມ່ຍິງ ລວມທັງຍັງມີການເບິ່ງວ່າ ແມ່ຍິງເປັນເພດທີ່ດ້ອຍກວ່າ ເພາະເກົາຫຼີເປັນປະເທດທີ 116 ຈາກ 145 ປະເທດ ການສໍາຫຼວດ Global Gender Gap ໃນປີ 2017. ແມ່ຍິງເກົາຫຼີຍັງຖືກກີດກັນໂອກາດໃນການເຮັດວຽກ ແລະ ການໄດ້ຮັບເງິນເດືອນທີ່ເທົ່າທຽມກັບຜູ້ຊາຍ ເຖິງວ່າຈະຮຽນຈົບຈາກ ມະຫາວິທະຍາໄລດຽວກັນກໍຕາມ.

ຜ່ານມາເຄີຍມີກໍລະນີຕ່າງໆທີ່ຖືກເວົ້າເຖິງໃນເກົາຫຼີໃຕ້ ຕົວຢ່າງເຊັ່ນ ກໍລະນີທີ່ພະນັກງານຍິງຄົນໜຶ່ງໃນບໍລິສັດເກມຊື່ດັງ ໂພສຮູບຕົວເອງໃສ່ເສື້ອ Girls do not need a prince ລົງໂຊຊ່ຽວແລ້ວຖືກໄລ່ອອກຈາກວຽກ ຫຼືກໍລະນີທີ່ ນາອຶນ ສິນລະປິນວົງ Apink ໂພສຮູຸບເຄສໂທລະສັບມືຖືຕົວເອງໂດຍມີຂໍ້ຄວາມຂຽນວ່າ GIRLS CAN DO ANYTHING ເພື່ອສະໜັບສະໜູນໂຄງການຂອງ Zading & Voltaire ເພື່ອໄປຮ່ວມງານ Fashion week ເຮັດໃຫ້ນາງຖືກໂຈມຕີຢ່າງໜັກຈາກສັງຄົມຈົນໄດ້ລົບຮູບພາບດັ່ງກ່າວໄປ… ແລະ ຈາກຜົນການສໍາຫຼວດພົບວ່າ ຜູ້ຊາຍເກົາຫຼີຍັງຕິດອັນດັບຄົນທີ່ມັກໃຊ້ຄວາມຮຸນແຮງໃນຄອບຄົວ ແລະ ຕີເມຍເປັນຕົ້ນ. ແລະອີກ 80% ຍັງຄິດວ່າຕົນເອງມີອໍານາດໃນທຸກເລື່ອງ. ເຊິ່ງແນວຄວາມຄິດດັ່ງກ່າວແມ່ນໄດ້ມາຈາກ ແນວຄວາມຄິດຂົງຈື້ທີ່ມີອິດທິພົນໃນສັງຄົມເກົາຫຼີເມື່ອ 500 ປີກ່ອນ ເຊິ່ງສະທ້ອນເຖິງການກົດຂີ່ຂົມເຫັງແມ່ຍິງເຊັ່ນ: ແມ່ຍິງທີ່ດີຕ້ອງເຊື່ອຟັງຜູ້ຊາຍຢ່າງເຄັ່ງຄັດ, ຕ້ອງປະຕິບັດຕໍ່ພໍ່ແມ່ຜົວ ແລະ ຕ້ອງເກີດລູກຊາຍໃຫ້ໄດ້… ເຖິງວ່າແນວຄວາມຄິດດັ່ງກ່າວຈະບໍ່ໄດ້ສະແດງອອກໃນເລື່ອງການໃຊ້ຄວາມຮຸນແຮງໃນປັດຈຸບັນ ແຕ່ມັນເປັນສິ່ງທີ່ຝັງເລິກໃນໃຈຈົນຍາກທີ່ຖອນອອກມັນໄດ້ ແລະ ປ່ຽນມາເປັນຄໍາວິພາກວິຈານແທນ ຈົນເຮັດໃຫ້ເກີດເຫດການຕ່າງໆ ຄືດັ່ງກໍລະນີຂອງອາດີດນັກຮ້ອງດັງ “ຮາຣາ”

RIP KU HARA…

ແບ່ງປັນ