Breaking News

ສີເຫຼືອງມາແຮງ! ມິກ ແອນ ແມັດແຟຊັ່ນໂທນເຫຼືອງ (Yellow Street Style)

ແບ່ງປັນ
Hello ໝູ່ເພື່ອນ ມາອັບເດດ Trend Fashion ໃນຊ່ວງນີ້ກັນແດ່ ຊ່ວງນີ້ເລື່ອນໄປໃສໃນໜ້າຈໍມືຖືຂອງເຮົາກໍ່ຈະເຫັນໂທນເສື້ອຜ້າສີເຫຼືອງເຕັມໄປໝົດ ຊະນີIndy ກໍ່ບໍ່ລໍຊ້າໄດ້ຊອກເອົາ ແນວ Style ການແຕ່ງໂຕໃນຄອນເສັບ Yellow Style ມາຝາກໝູ່ເພື່ອນເຊັ່ນດຽວກັນ ແຕ່ຈະເປັນອອກເປັນແນວ Street ແດ່ ເພື່ອໃຫ້ໝູ່ເພື່ອນໃສ່ ແລະ ມິກ ແອນ ແມັດ ເສື້ອຜ້າໃຫ້ໃສ່ໄດ້ໃນທຸກໆມື້ ລອງມາເບິ່ງໄອເດຍຈາກເຫຼົ່າເນັດໄອດໍ້ ສາວໆຝຣັ່ງກັນເບິ່ງເດີ້ ໃຜໃສ່ໂທນສີນີ້ມັນກໍ່ຈະນຳເທຼນສຸດໆໆໆ
ເຫັນໂທນສີເຫຼືອງແລ້ວເຂົ້າກັບແສງແດດບ້ານເຮົາຂະໜາດວ່າບໍ່ໝູ່ເພື່ອນ ໃຜທີ່ໃສ່ໂທນສີນີ້ ຊ່ວງນີ້ ຂໍບອກວ່ານອກຈາກຈະເດັ່ນແລ້ວ ຍັງຖ່າຍຮູບຂຶ້ນອີກນຳເດີ້ ໃຜບໍ່ແຕ່ງໂທນສີນີ້ ຊ່ວງນີ້ ລະວັງ ເອົ້າກະແສ ບໍ່ທັນເທຼນແຟຊັນກັບໝູ່ເດີ້!!!
ແບ່ງປັນ