ເຜີຍພາບງານແຕ່ງດອງ 2 ເດັກນ້ອຍໄວໃສຈາກປະເທດເພື່ອນບ້ານ (ປະເທດໄທ) ຍັງຮຽນມັດທະຍົມຕົ້ນໆ ອາຍຸພຽງ 14 ແລະ 16 ປີ ຈັດງານລຽບງ່າຍ ພໍ່ແມ່ຍາກໃຫ້ແຕ່ງງານກັນ ເຜີຍອາຍຸເປັນພຽງຕົວເລກ.
ເປັຳນກະແສຮືຮາ ແລະ ວິພາກວິຈານ ເມື່ອວັນທີ 8 ກໍລະກົດ 2018 ເປັນກະແສເທີງໂລກອອນລາຍ ເມື່ອມີການເຜີຍແຜ່ງານແຕ່ງດອງຂອງເດັກນ້ອຍຍິງ ແລະ ຊາຍ ທີ່ ຈັງຫວັດ ໄຊຍະພູມ ປະເທດໄທ ໄດ້ຈັດງານແຕ່ງດອງແບບລຽບງ່າຍ ດ້ວຍການມັດຂໍ່ຕໍ່ແຂນ ໃນວັນທີ 7 ກໍລະກົດ 2018 ທີ່ຜ່ານມາ.
ເຟສບຸກຂອງນ້ອງຜູ້ຍິງ ຍັງໄດ້ເຜີຍອີກວ່າ ເຮົາມີຄວາມຝັນທີ່ຈະຢູ່ນຳກັນດົນໆ ແລະ ບໍ່ຢາກແຍກຈາກກັນ ບໍ່ຢາກຈະຖ້າດົນເຖິງ 10-20ປີ ຕອນນີ້ກໍ່ 5-6 ເດືອນ ເຮົາບໍ່ຢາກຈະຖິ້ມມັນໄປ ກວ່າຈະຜ່ານມາໄດ້ພວກເຮົາກໍ່ຜ່ານມາຫຼາຍເຫດການ ມີຜິດກັນບາງເທື່ອ ແຕ່ຈະຈັບມືກັນສ້າງເນື້ອສ້າງຕົວ ພ້ອມກັບຮູບພາບທີ່ທັງ 2 ຄົນ ແຕ່ງຕົວດ້ວຍເສື້ອຍືດ-ໂສ້ງຍີນ ເຂົ້າພິທີວິວາ ຜູກຂໍ່ຕໍ່ແຂນ ແລະ ມີພະຍານຮັບຮູ້ທັງ 2 ຝ່າຍ
ເດັກນ້ອຍຍິງຍັງໄດ້ອອກມາບອກອີກວ່າ ທີ່ເຮົາແຕ່ງດອງກັນ ເພາະພໍ່ແມ່ຍາກໃຫ້ແຕ່ງ ອາຍຸເປັນພຽງຕົວເລກ ດຽວນີ້ກໍ່ບໍ່ໄດ້ແບເງິນພໍ່ແມ່ແລ້ວ ອາຍຸ 14-16 ປີ ກໍ່ສາມາດເຮັດວຽກໄດ້ ຂະໜາດ ອາຍຸ 10-12 ປີ ຍັງຂາຍເຄື່ອງໄດ້ແລ້ວ.
ນອກຈາກນີ້ລະຫວ່າງຮຽນເຮົາກໍ່ມີເງິນຫຼາຍ ສະບາຍກວ່າຫຼາຍ ຮຽນກໍ່ບໍ່ຮູ້ຈະເສຍເງີນອີກຫຼາຍປານໃດ ຄົນທີ່ມັກເຮັດອາຊີບທາງລາດຊະການກໍ່ຮຽນໄປ ຢາກມີອາຊີບອິດສະຫຼະ, ສ່ວນໃຜຢາກດ່າກໍ່ດ່າໄປ.
ທີ່ມາ: https://hilight.kapook.com/view/174879