Breaking News

ຍັງມີຢູ່ບໍ່! ຄົນທີ່ຍັງບໍ່ທັນໄດ້ໄປກາບໄຫວ້ ປູ່ນາໂຄສີສຸດນາກຄະລາດ ແລະ ປູ່ສີສັດຕະນາກຄະລາດ ທີ່ວັດທົ່ງທາດ

ແບ່ງປັນ

ຢຸດເລື່ອງວຽກງານ, ເລື່ອງການຮຽນ, ເລື່ອງບ່າວ-ສາວ ແລະ ເລື່ອງອື່ນໆຮ້ອຍພັນປະການ ໄວ້ຈັກບາດສອງບາດກ່ອນ! ມື້ນີ້ Kuanjai ຈະພາມາກາບໄຫວ້ຂໍພອນນໍາອົງປູ່ພະຍານາກ ທີ່ວັດທົ່ງທາດ ສາກ່ອນເດີແຟນໆ!. ປະເທດລາວຊາວພຸດນັ້ນມີຄວາມເຊື່ອ ແລະ ນັບຖືກພະຍານາກມາແຕ່ດົນນານແລ້ວ ເຊິ່ງເຮົາຈະສັງເກດໄດ້ວ່າເກືອບທຸກວັດທົ່ວປະເທດລາວແມ່ນຈະມີຮູບປັ້ນພະຍານາກຢູ່ນໍາ.

ວັດທົ່ງທາດ ເປັນວັດໜຶ່ງທີ່ໄດ້ຮັບຄວາມນິຍົມຈາກຜູ້ຄົນທີ່ພາກັນລັ່ງໄຫຼູກັນໄປກາບໄຫວ້ ເພື່ອເປັນສິລິມຸງຄົນໃຫ້ແກ່ຕົນເອງ ແລະ ຄົນທີ່ຕົນເອງຮັກ ຍ້ອນຄວາມເຫຼື້ອມໃສໃນອົງປູ່ນາໂຄສີສຸດນາກຄະລາດ ແລະ ປູ່ສີສັດຕະນາກຄະລາດ ເຊິ່ງເຊື່ອວ່າຫຼາຍຄົນທີ່ໄດ້ມາແລ້ວກໍກັບມາອີກກໍມີ. ເນື່ອງຈາດວ່າວັດນີ້ເປັນວັດທີ່ມີປະຫວັດຊື່ສຽງຂອງພະຍານາກມາດົນນານແລ້ວ ປະຊາຊົນຜູ້ໃດທີ່ໄດ້ໄປກໍພາກັນອື່ມອົກອຸ່ນໃຈ.

ເຊິ່ງວ່າ ຮູບປັ້ນອົງປູ່ພະຍານາກຈະສໍາເລັດໄດ້ ແລະ ງົດງາມດັ່ງທຸກມື້ນີ້ ກໍແມ່ນມາຈາກຄວາມເຫຼື້ອມໃສສັດທາຂອງປະຊາຊົນທຸກທົ່ວສາລະທິດທີ່ມາຮ່ວມສັດທາສ້າງນໍາກັນນັ້ນເອງ.

ວັດທົ່ງທາດ ແມ່ນຕັ້ງຢູ່ບ້ານຫ້ອມໃຕ້, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ

ຂໍ້ມູນຈາກ: FB ວັດທົ່ງທາດ ແລະ ຄໍາຄົມສອນໃຈ

ແບ່ງປັນ