Breaking News

ສະຫະພັນມວຍແຫ່ງຊາດ ແລະ ບັນດາບໍລິສັດ ມອບທຶນການສຶກສາໃຫ້ສາວເກັ່ງໃຈກ້າ “ລີນາ”

ແບ່ງປັນ

ແຟນໆຍັງຈື່ກັນໄດ້ບໍ່ ຈາກກໍລະນີຄຣີບວີດີໂອສາວນັກສຶກສາໃຈເດັດ ຂັບລົດຕໍາໂຈນທີ່ດືງກະເປົາຕົນເອງ ໃນວັນທີ 22 ຕຸລາ 2020 ທີ່ຜ່ານມາ

ເຊິ່ງຕອນນີ້ສາວ ລີນາ ກໍກາຍເປັນຂວັນໃຈຂອງຊາວເນັດໄປແລ້ວ ຍ້ອນຄວາມກ້າຫານ ແລະ ນອກຈາກຈະກ້າສູ້ກັບໂຈນທີ່ເປັນມານສັງຄົມລາວແລ້ວ ອີກໜຶ່ງເລື່ອງທີ່ໜ້າປະທັບໃຈຈາກສາວຄົນນີ້ກໍຄື ນ້ອງໄດ້ແບ່ງປັນເງິນທີ່ຊາວເນັດໃຈດີໄດ້ໂອນຊ່ວຍເປັນທຶນການສຶກສາ ໄປບໍລິຈາກໃຫ້ຜູ້ປະສົບໄພນໍ້າຖວມນໍາອີກ ໂດຍການໂອນສົມທົບທຶນກັບ ເທິ ຢູ່ນາ ນັ້ນເອງ. ເອີ້ນໄດ້ວ່າເປັນແບບຢ່າງທີ່ດີໃຫ້ກັບສັງຄົມລາວຕອນນີ້ໄດ້ເລີຍເດີ!

ເຊິ່ງຫລ້າສຸດມື້ນີ້ ວັນທີ 27 ຕຸລາ 2020 ສະຫະພັນມວຍແຫ່ງຊາດລາວພ້ອມດ້ວຍບັນດາບໍລິສັດ ໄດ້ມອບເສືອສາມາດ ຂອງມວຍລາວ ແລະ ນໍ້າໃຈຊຸກຍູ້ ການປົວແປງຈິດໃຈ ພ້ອມດ້ວຍທຶນການສຶກສາ ຈໍານວນໜຶ່ງໃຫ້ຍອດນັດສູ້ ສາວບ້ານເມືອງຮັງ, ເມືອງສົບເບົາ, ແຂວງຫົວພັນ ຄົນນີ້ເປັນທີ່ຮຽບຮ້ອຍແລ້ວ.

ຂໍ້ມູນຈາກ: suelao.com

ແບ່ງປັນ