Breaking News

ລາວທ່ຽວລາວ! ໄປພະຈົນໄພທີ່”ພູເກົ້ານາງ”ນໍາກັນບໍ່? ໄປໃຫ້ທໍາມະຊາດບໍາບັດຈິດໃຈ!

ແບ່ງປັນ

ວຸ້ນວາຍໃຈນໍາເລື່ອງໂຄວິດ-19, ເລື່ອງວຽກ-ເລື່ອງຮຽນ, ອົກຫັກ, ແຟນຖິ້ມ, ຜິດກັບໝູ່, ບໍ່ມີໝູ່ຄົບ ບຣາໆໆ…ມາທາງນີ້ພີ້ເດີ້ຊຸມເຈົ້າ! ມື້ນີ້ ຂວັນໃຈ ຈະພາໄປທ່ອງທ່ຽວພັກຜ່ອນຢ່ອນໃຈ ໄປເຕີມພະລັງໃຫ້ຊີວິດ ໄປຍ່າງເຂົ້າປ່າຈັກຄາວສອງຄາວ ທີ່ພູເກົ້ານາງ ເມືອງທຸລະຄົມ, ແຂວງວຽງຈັນ ປະເທດລາວເຮົານີ້ເອງ, ເລີ່ມກ້າວເຂົ້າສູ່ລະດູຝົນແລ້ວເດີ້ ໄລຍະນີ້ແນມໄປທາງໃດກໍເຫັນແຕ່ຕົ້ນໄມ້ສີຂຽວເຕັມໄປໝົດ ພູຜາປ່າໄມ້ກໍເລີ່ມມີຊີວິດຊີວາ ແລະ ກັບມາສວຍງາມອີກເທື່ອໜຶ່ງ ເປັນໄລຍະທີ່ເໝາະແກ່ການໄປທ້ອງທ່ຽວ ເອົາຮ່າງກາຍໄປປະທະກັບອາຍຝົນ ອາຍໝອກ, Trip ນີ້ຈະນຳພາແຟນໆໄປພົົບພໍ້ທຳມະຊາດທີ່ສວຍສົດງົດງາມ ອາກາດດີໆ ອ້ອມຮອບບໍລິເວນໄປດ້ວຍຕົ້ນໄມ້ສີຂຽວອຸ່ມທຸ່ມ ເຊິ່ງບອກເລີຍວ່າທຳມະຊາດບ້ານເຮົາເປັນດັ່ງຟ້າປະທານສະຫວັນປັ້ນແຕ່ງແທ້ໆເດີ!

ມາເອົາໃຈສາຍເລາະສາຍລຸຍທີ່ມັກພະຈົນໄພໃນປ່າ ໄປຄົ້ນຫາທໍາມະຊາດອັນແສນມະຫັດສະຈັນທີ່ພູເກົ້ານາງ ຖ້າໃຜໄດ້ໄປບອກເລີຍວ່າບໍ່ຜິດຫວັງແນ່ນອນ. ແຕ່…ແຕ່! ຕ້ອງກຽມພ້ອມປວດຂາກັນແດ່ເດີ ເນື່ອງຈາກວ່າຈະເປັນແນວພະຈົນໄພຍ່າງເລາະລຸຍປ່າໄລຍະຍາວ ແລະ ຢ່າລືມກຽມພ້ອມ ກ້ອງ, ກຽມແບັດເຕີຮີ ແລະ ສາກໂທລະສັບໄວ້ດີໆເດີ ເພາະທຸກຈຸດທີ່ເຮົາຈະໄປນັ້ນແມ່ນບໍ່ມີບ່ອນໃດຈະວາງກ້ອງໄດ້ເລີຍແຫລະ ແຊະກັນແບບລົວໆໂລດ! ແຖມໄປເຊົ້າກັບແລງກໍໄດ້ແບບສະບາຍໆເລີຍ ໄປເບິ່ງວິວງາມໆນໍາກັນເລີຍ….

ຂໍ້ມູນຈາກ: FB Phanou Souvannapheng

ແບ່ງປັນ