Breaking News

“ກ້ອຍ ຣັດຊະວິນ” ຊຶ້ງນໍ້າຕາໄຫຼ ແກັງໝູ່ພາກັນເຊີໄພຼສປາຕີ້ສະຫຼະໂສດດ້ວຍມິດຕະພາບທີ່ອົບອຸ່ນ

ແບ່ງປັນ

ງານນີ້ບອກເລີຍວ່າ ສາວກ້ອຍ ຣັດຊະວິນ ວົງວິຣິຍະ ຊື້ງໃຈຈົນກັ້ນນໍ້າຕາບໍ່ຢູ່ ຫຼ້າສຸດຫຼັງຈາກທີ່ແກັງຫມູ່ເພື່ອນທັງຫຼາຍເຊີໄພຼສປາຕີ້ສະຫຼະໂສດຢ່າງອົບອຸ່ນທີ່ແຄມທະເລໃຫ້ ງານນີ້ສາວກ້ອຍໄດ້ອອກມາໂພສພາບພ້ອມກັບແຄັບຊັ້ນ ບັນຍາກາດສຸດພິເສດນີ້ວ່າ

“ເຊີໄພຼສທໍາອິດແມ່ນນັດກັນໄປທີ່ເກາະສະເມັດ ເປັນການປິດຣີສອດ 3 ມື້ 2 ຄືນ ແລະ ໝູ່ 3 ກຸ່ມທີ່ບໍ່ເຄີຍຮູ້ຈັກກັນມາກ່ອນ ພາກັນລັກຕັ້ງກຸ່ມແບບລັບໆຂຶ້ນມາເພື່ອຈັດງານປາຕີ້ສະຫຼະໂສດໃຫ້ກ້ອຍ ສິ່ງທີ່ພິກທີ່ສຸດແມ່ນ ກ້ອຍເຂົ້າໃຈວ່າທຸກຄົນຕ່າງພາກັນຂັບລົດແຍກອອກໄປເພື່ອຈະໄປກິນຟາມຫອຍ ໂດຍທີ່ບໍ່ຮູ້ວ່າໝູ່ພາກັນມາຖ້າຢູ່ຈຸດພັກ ເພື່ອນເຮັດສິ່ງບ້າບໍນີ້! ໝູ່ພາກັນຢືນຕາກແດກແຄມທາງພ້ອມຈັບປ້າຍໄວນິວຮູບສະໄໝຫຼີ້ນລະຄອນເວທີຈຸລາ ແລະ ລົດທົວລາຍດອກໂຕເມຍໄປອີກ! #ອັນນີ້ດີຄິກສຸດໆ ຈື່ໄດ້ວ່ານັ່ງລົດທົວໄປທ່ຽວກັບໝູ່ເທື່ອສຸດທ້າຍສະໄໝຢູ່ມະຫາວິທະຍາໄລ ອັນນີ້ຍ້ອນໄວທີ່ສຸດ ຫື!!! “

ເຊິ່ງກ່ອນໜ້ານີ້ ສາວກ້ອຍກໍໄດ້ໂພສບອກວ່າ “ສາມມື້ສອງຄືນທີ່ຜ່ານມາ ທຸກຢ່າງເລີ່ມຈາກຈຸດນີ້ ປາຕີ້ສະຫຼະໂສດທີ່ເກີນຄວາມຄາດໝາຍສຸດໆ ໝູ່ຄູ່ເຊີໄພຼສເກັ່ງທີ່ສຸດ ເຊີໄພຼສທຸກມື້ ແລະ ກໍໄຫ້ທຸກມື້!”

ຂວັນໃຈຂໍສະແດງຄວາມຍິນດີນໍາລ່ວງໜ້ານໍາຄູ່ວ່າທີ່ເຈົ້າສາວ ກ້ອຍ ຣັດຊະວິນ! ເຊິ່ງງານດອງຂອງສາວ ກ້ອຍ ແລະ ຕູນ ແມ່ນຈະໄດ້ຈັດຂຶ້ນໃນວັນທີ 28 ພະຈິກ 2020 ນີ້ແລ້ວເດີແຟນໆ.

ຂໍ້ມູນຈາກ: MGRONLINE.COM

ແບ່ງປັນ