Breaking News

ບໍ່ມີຫຍັງທີ່ເປັນໄປບໍ່ໄດ້! ຊີວິດຍິ່ງກວ່າລະຄອນ ຈາກຊ່າງເສີມສວຍ ສູ່ອາຊີບນັກບິນ

ແບ່ງປັນ

ຄົນມີຄວາມຝັນມັນຕ້ອງສູ້ ແລະ ໂລກນີ້ແມ່ນບໍ່ມີຫຍັງແນ່ນອນ ຫຼບໍ່ມີຫຍັງທີ່ຈະເກີດຂຶ້ນບໍ່ໄດ້ຖ້າເຮົາມີຄວາມກະຫາຍໃນສິ່ງນັ້ນໃຫ້ເຖິງທີ່ສຸດ ແລະ ບໍ່ວ່າຈະເດັກນ້ອຍ ຫຼືຄົນແກ່ ກໍບໍ່ແມ່ນບັນຫາ ພຽງແຕ່ເຈົ້າຕ້ອງມີຄວາມໝັ້ນໃຈໃນສັກກະຍະພາບຂອງຕົວເອງ ເຮັດຕາມທີ່ຕົວເອງຕ້ອງການ ແລະ ສານຕໍ່ຄວາມຝັນຂອງຕົວເອງໃຫ້ປະສົບຜົນສຳເລັດ ດັ່ງກັບ ຊ່າຣ່າ ໂຈແຮນສັນ ຍິງສາວຊາວສະວີເດັນ ອາຍຸ 35 ປີ ເຊິ່ງອະດີດແມ່ນເປັນພຽງຊ່າງເສີມສວຍ ແຕ່ມີຄວາມມຸ່ງໝັ້ນຕາມຄວາມຝັນ ເດີນໜ້າສຶກສາເລື່ອງການບິນຈົນສຳເລັດ ກ້າວເຂົ້າສູ່ ນັກບິນອາຊີບ ໃນທີ່ສຸດ.

ຊ່າຣ່າ ເລົ່າເຖິງຄວາມຝັນທີ່ເປັນຈິງຂອງນາງວ່າ: “ຕອນຍັງນ້ອຍ ຂ້ອຍຢ້ານຄວາມສູງ ກ່ອນໜ້ານີ້ຂ້ອຍເຄີຍເຮັດວຽກເປັນຊ່າງເຮັດຜົມມາກ່ອນ ແຕ່ຕໍ່ມາຂ້ອຍໄດ້ຄົ້ນພົບຄວາມຝັນຂອງຕົວເອງແບບແທ້ຈິງກໍ່ຕອນທີ່ໄດ້ເຂົ້າໄປນັ່ງໃນກ້ອງຂັບຂອງນັກບິນ ຂ້ອຍຮູ້ສຶກວ່າຫ້ອງນັກບິນນັ້ນມັນໜ້າຕື່ນເຕັ້ນແລະທ້າທາຍສຸດໆ”

“ຈາກນັ້ນ ຂ້ອຍກໍເດີນໜ້າສານຝັນຂອງຕົວເອງຢ່າງຈິງຈັງ ຂ້ອຍໄປຮຽນບິນ ແລະ ເຝິກທັກສະ, ຮຽນຮູ້ເລື່ອງຕ່າງໆ ເຊິ່ງມັນກໍບໍ່ແມ່ນເລື່ອງງ່າຍ ແຕ່ຂ້ອຍກໍບໍ່ເຄີຍທໍ້ຕໍ່ອຸປະສັກທາງໜ້າເລີຍ ແມ່ນວ່າຈະຕ້ອງຖືກທົດສອບຢ່າງໜັກ ເຊິ່ງວ່າຜົນທີ່ອອກມາກໍເປັນທີ່ໜ້າພໍໃຈຫຼາຍ ແລະ ຕອນນີ້ຂ້ອຍໄດ້ເປັນນັກບິນໂບອິ້ງ 737 ແລ້ວ”

ບໍ່ພຽງແຕ່ ຊ່າຣ່າ ຈະເຮັດຄວາມຝັນໃຫ້ເປັນຈິງເທົ່ານັ້ນ ນາງຍັງໄດ້ແຊຣເລື່ອງລາວຂອງນາງຜ່ານ Instagram ເພື່ອເປັນການສ້າງແຮງບັນດານໃຈໃຫ້ກັບຫຼາຍໆຄົນໄດ້ມີກຳລັງໃຈທີ່ຈະພິຊິດຄວາມຝັນໃຫ້ສຳເລັດອີກດ້ວຍ.

ຂໍ້ມູນຈາກ: https://women.mthai.com/amazing-women/359030.html , johsara

ແບ່ງປັນ