Breaking News

ອາເລັກຊ້ານດ້ຼາ ພ້ອມດ້ວຍທີມງານ ຮ່ວມບຸນມະຫາກະຖິນ ແລະ ເປິດໂຮງທານນໍ້າປານະ 400 ຕຸກ….

ແບ່ງປັນ

ອອກພັນສາແລ້ວ! ເລີ່ມແລ້ວ! ເລີ່ມເຂົ້າສູ່ລະດູແຫ່ງງານດອງ-ງານບຸນ ເຊິ່ງບ້ານເຮົາປະເທດລາວຊາວພຸດ ການເຮັດບຸນສິນກິນທານຖືວ່າເປັນເລື່ອງທໍາມະດາປົກກະຕິ ຊ່ວງນີ້ເທດສະການບຸນກະຖິນກໍກໍາລັງມາແຮງ ແລະ ຂວັນໃຈ ຈະພາມາແຟນໆຮ່ວມທໍາບຸນອະນຸໂມທະນາສາທຸກັບຄົນດັງບັງເທິງລະດັບແຖວໜ້າຂອງປະເທດລາວເຮົາໃນການຮ່ວມງານບຸນມະຫາກະຖິນທີ່ວັດ ເຣືອງທອງບໍຣິບູນ …ຈະເປັນໃຜນັ້ນໄປອ່ານນໍາກັນເລີຍ…

ອາເລັກຊ້ານດ້ຼາ ທີດາວັນ ບຸນຊ່ວຍ ຫຼືອາເລັກຊ້ານດ້ຼາ ສິລະປິນ-ດາຣາ ແຖວໜ້າໃນວົງການບັນເທິງລາວ ທີ່ທັງງາມທັງເກັ່ງ ແຖມຍັງໃຈບຸນອີກດ້ວຍ. ໂດຍຫຼ້າສຸດ ວັນທີ 23-24 ຕຸລາ 2020 ທີ່ຜ່ານມາ ສາວອາເລັກຊ້ານດ້ຼາ ພ້ອມດ້ວຍຄະນະໝູ່ຄູ່ກໍໄດ້ພາກັນໄປຮ່ວມບຸນມະຫາກະຖິນທີ່ວັດ ເຣືອງທອງບໍຣິບູນ. ເຊິ່ງງານນີ້ກໍບໍ່ແມ່ນການຮ່ວມບຸນທໍາມະດາເລີຍເດີ! ລະດັບແມ່ມາທັງທີ! ແບບນີ້ກໍຕ້ອງໄດ້ຈັດໜັກຈັດເຕັມກັນໄປເລີຍ ບໍ່ວ່າຈະເປັນ ການຮ່ວມເປັນເຈົ້າສັດທາ ແລະ ເປິດໂຮງທານນໍ້າປານະ, ນໍ້າດື່ມຫົວເສືອ ເອີ້ນໄດ້ວ່າງານນີ້ແມ່ນພາກັນອື່ມບຸນອື່ມທ້ອງກັນທົ່ວໜ້າ!!

ໂດຍສາວ ອາເລັກຊ້ານດ້ຼາ ໄດ້ໂພສເຟສບຸກສ່ວນຕົວວ່າ: “ຮ່ວມບຸນມະຫາກະຖິນວັດເຣືອງທອງບໍຣິບູນ ທີ 23-24 ຕຸລາ 2563/2020 ຂອບໃຈເຈົ້າສັດທາທຸກຄົນເຖິງວ່າບາງຄົນບໍໄດ້ມາຮ່ວມດ້ວຍຕົນເອງແຕ່ບຸນກຸສົນກໍກໍ່ເກີດກັບທ່ານຕັ້ງແຕ່ຄິດທໍາບຸນແລ້ວ ຂໍໃຫ້ບຸນກຸສົນຄໍ້າຊູເຮັງໆລວຍໆເນີ້ ສາທຸ🙏🏻🙏🏻🙏🏻

ແລະ ຍັງໄດ້ໂພສອີກວ່າ: “ໂຮງທານນໍ້າປານະໃນງານບຸນມະຫາກະຖິນວັດເຣືອງທອງບໍຣິບູນ ວັນທີ 23-24 ຕຸລາ 2563/2020 ຂາຍດີເປັນພິເສດຂໍອະນຸໂມທະນາບຸນນຳທຸກທ່ານຫລາຍໆເດີ ທີ່ໄດ້ຮ່ວມເປັນເຈົ້າພາບເຈົ້າສັດທານໍາລວມທັງຄົນທີ່ມາອຸດໜຸນ🙏🏻

ຂໍ້ມູນຈາກ: FB Alexandra Bounxouei

ແບ່ງປັນ