Breaking News

“ນູ່ນູ່” ຕົວແທນຈາກປະເທດລາວ ເຂົ້າຮອບ 30 ຄົນສຸດທ້າຍ ໃນ Face Of Asia

ແບ່ງປັນ

ປະກາດຜົນອອກມາແລ້ວ ສໍາຫຼັບຜູ້ເຂົ້າຮອບ 30 ຄົນສຸດທ້າຍ ໃນ Face Of Asia ເວທີລະດັບເອເຊຍ (ການປະກວດອອກແບບອອນລາຍ). ຄົນລາວເຮົາມາເຮ! ເມື່ອຕົວແທນຂອງປະເທດລາວ ສາວຄອນວິໄລ ມີໄຊ ຫຼືນູ່ນູ່ ໄດ້ເຂົ້າຮອບ 30 ຄົນສຸດທ້າຍເປັນທີ່ຮຽບຮ້ອຍແລ້ວ ສົມຄວາມຕັ້ງໃຈທັງຜູ້ເຂົ້າແຂ່ງຂັນ ແລະ ທີມງານ Face of Laos ທຸກຄົນທີ່ທຸມເທກໍາລັງໃຈ ແລະ ແຮງກາຍ ຢ່າງໜັກໃຫ້ກັບການເຝິກຊ້ອນໃນເວທີນີ້. ເຊິ່ງວ່າໃນ ວັນທີ 25 ຕຸລາ ທີ່ຜ່ານມາ ທາງກອງປະກວດ Face Of Asia ໄດ້ມີການປະກາດລາຍຊື່ຜົນໂຫວດທີ່ໄດ້ມາຈາກຄະນະກໍາມະການ ແລະ ສື່ມວນຊົນ ເຊິ່ງຜົນອອກມາ ແມ່ນຄະແນນຂອງນາງແບບລາວຄົນນີ້ແມ່ນໄດ້ອັນດັບທີ່ 13 ນັ້ນເອງ.

ກໍຖືວ່າປະສົບຜົນສໍາເລັດໄປອີກຂັ້ນ ກັບຄວາມຝັນຂອງນາງແບບຄົນນີ້ ເຊິ່ງຕໍ່ໄປເຮົາກໍມາລຸ້ນນໍາກັນວ່າ ຕົວແທນຈາກປະເທດລາວເຮົາ ຫຼືປະເທດໃດຈະຄວ້າ The Winner ພ້ອມເງິນລາງວັນຈໍານວນ 100,000 ໂດລາ ແລະ ໂອກາດຮ່ວມງານໃນວົງການອີກຫຼາກຫຼາຍງານ.

ການແຂ່ງຂັນ Face Of Asia ແມ່ນຕົວແທນແຕ່ລະປະເທດຈະໄດ້ສະແດງຄວາມສາມາດໃນຫຼາຍໆດ້ານ ບໍ່ວ່າຈະເປັນ ການຮ້ອງເພງ, ເດີນແບບ, ໂຈດຄວາມສາມາດຕ່າງໆທີ່ທ້າທາຍ ເຊິ່ງຕອນນີ້້ການແຂ່ງຂັນກໍໄດ້ດໍາເນີນມາເຖິງການປະກາດຜູ້ເຂົ້າຮອບ 30 ຄົນສຸດທ້າຍ.

ເຊິ່ງວ່າຮອບຕໍ່ໄປແມ່ນຈະຄັດເລືອກເອົາພຽງແຕ່ 13 ຄົນສຸດທ້າຍ ຈາກ 30 ຄົນ. ເຮົາມາຮ່ວມເຊຍ ແລະ ເປັນກໍາລັງໃຈໃຫ້ຕົວແທນ Face of Laos 2020 ໄປນໍາກັນເດີແຟນໆ ແນວໃດກໍຂໍໃຫ້ລາວເຮົາໄດ້ຜ່ານເຂົ້າໄປຮອບເລີກໆເດີ! ຖ້າຫາກວ່າລາວເຮົາຜ່ານເຂົ້າຮອບ 13 ຄົນສຸດທ້າຍ ນູ່ນູ່ ກໍຈະໄດ້ເຊັນສັນຍາກັບFace Of Asia ໄປເດີນແບບທີ່ແຜນດິນໃຫຍ່ປະເທດຈີນ China Fashion Week ໂດຍອັດຕະໂນມັດ ແລະ ທີ່ສໍາຄັນກໍແມ່ນໄດ້ຮ່ວມງານກັບນາງແບບທີ່ມີຊື່ສຽງລະດັບໂລກຫຼາຍຄົນ ພ້ອມທັງໄດ້ຮ່ວມງານກັບຜູ້ກໍາກັບທີ່ມີປະສົບການ

ແຟນໆຄົນໃດທີ່ຢາກເຊຍ ແລະ ຕິດຕາມເປັນກໍາລັງໃຈໃຫ້ ນູ່ນູ່ ໃນເວທີລະດັບສາກົນ ກໍສາມາດຕິດຕາມໄດ້ທີ່ ເຟສບຸກ: Face of Laos, Face Of Asia ແລະ NuNu Khonevilay Mixay

ຂອບໃຈຂໍ້ມູນຈາກ: Muan.la

ແບ່ງປັນ