ດັ່ງທີ່ແຟນໆນັ້ນຮູ້ກັນດີວ່າ ນ້ອງ ແຮນນ້າ ໂຣຊັ້ນບູ້ມ ໄດ້ເດີນທາງໄປແຂ່ງຂັນລາຍການໜຶ່ງທີ່ປະເທດໄທ ເພື່ອເປັນ Girl Group Star (ກຸ່ມໄວໜຸ່ມຍິງໃນວົງການບັນເທີງປະເທດໄທ) ຈົນປັດຈຸບັນນີ້ກໍສານຝັນໄດ້ເປັນຈິງແລ້ວ ໂດຍນ້ອງ ແຮນນ້າ ໄດ້ເປັນໜຶ່ງສິນລະປິນ 4EVE Girl Group ເຕັມຕົວແລ້ວ ເຊິ່ງວ່າຫຼັງຈາກທີ່ສໍາເລັດພາລະກິດເປັນຮຽບຮ້ອຍແລ້ວ ນ້ອງ ແຮນນ້າ ກໍໄດ້ເດີນທາງກັບມາປະເທດລາວ.
ແລະເນື່ອງຈາກວ່າ ໄລຍະນີ້ເປັນໄລຍະຂອງການແຜ່ລະບາດຂອງພະຍາດໄວຣັສ Covid-19 ທົ່ວໂລກ ຖ້າຫາກວ່າຈະມີການເດີນທາງເຂົ້າ-ອອກປະເທດຊ່ວງນີ້ ຈຶ່ງຈໍາເປັນຕ້ອງໄດ້ມີການກັກໂຕຕາມກໍານົດຂອງລັດຖະບານວາງອອກ. ເຊິ່ງຕາມກົດລະບຽບຂອງບ້ານເຮົານັ້ນ ແມ່ນຖ້າໃຜຈະເດີນທາງເຂົ້າມາໃນປະເທດ ກໍແມ່ນຕ້ອງໄດ້ກັກໂຕເປັນເວລາ 14 ມື້ ເພື່ອເປັນການຕິດຕາມອາການ, ກວດເຊື້ອພະຍາດ ແລະ ປ້ອງກັນການແຜ່ລະບາດຂອງເຊື້ອໄວຣັສ Covid-19 ນັ້ນເອງ.
ເຊິ່ງແນ່ນອນເມື່ອ ນ້ອງແຮນນ້າກັບມາຈາກປະເທດໄທ ນ້ອງກໍໄດ້ປະຕິບັດຕາມມາດຕະການຕ່າງໆທີ່ລັດຖະບານວາງອອກ ໂດຍສະເພາະການກັກໂຕກໍານົດ 14 ມື້ ແມ່ນຄົບກໍານົດເປັນທີ່ຮຽບຮ້ອຍແລ້ວ ແລະ ໂຊກດີທີ່ນ້ອງບໍ່ໄດ້ມີອາການ ຫຼືພົບເຊື້ອພະຍາດໃດໆ ແລະ ຕອນນີ້ ນ້ອງແຮນນ້າກໍສາມາດໃຊ້ຊີວິດປົກກະຕິໄດ້ແລ້ວ ເຢສ໌!! ດີໃຈນໍານ້ອງເດີ. ເຊິ່ງວ່າຂ່າວດີນີ້ ທາງຜູ້ຈັດການຂອງນ້ອງເອງກໍບໍ່ພາດທີ່ຈະໄປສະແດງຄວາມຍິນດີ, ຕອນຮັບກັບບ້ານຢ່າງເປັນທາງການ ແລະ ອົບອຸ່ນ.
ເຊິ່ງທາງຜູ້ຈັດການນ້ອງແຮ່ນນ້າ ໂຣເຊັນບູມ ທ້າວ ຈັນເທວາ (Zumo) ແລະ ທ້າວ ພອນປະເສີດ (Tar) ກໍໄດ້ໃຫ້ກະຕ່າດອກໄມ້ງາມໆເປັນຂອງຂວັນຕອນຮັບ ພ້ອມໂພສວ່າ “ຂໍຕ້ອນຮັບສູ່ປະເທດລາວຢ່າງເປັນທາງການເດີ້ ຫຼັງຖືກກັກໂຕຕາມທາງການໄດ້ວາງມາດຕະການໄວ້”
ຂອບໃຈຂໍ້ມູນຈາກ: FB Tar Phonpaseuth Setthavong