Breaking News

ມາເບິ່ງ! ເຄັດລັບ ແລະ ເປົ້າໝາຍໃນການສຶກສາ ຂອງນັກສຶກສາກຽດນິຍົມລະດັບຊາດ…

ແບ່ງປັນ

ສໍາຫລັບນ້ອງໆທີ່ກຽມໂຕຈະຮຽນຕໍ່ລະດັບວິຊາອາຊີບ ຫຼືນ້ອງໆທີ່ກໍາລັງສຶກສາຢູ່ ບໍ່ວ່າຈະເປັນ ມະຫາວິທະຍາໄລ ຫຼືວິທະຍາໄລທັງຫຼາຍ ແມ່ນພາກັນມີເປົ້າໝາຍໃນການສຶກສາແລ້ວບໍ່!! ເຊັ່ນວ່າ ເປົ້າໝາຍຂອງໃບປະກາດ ຢາກໄດ້ໃບປະກາດສະນີຍະບັດ ຫຼືໃບປະກາດສະນີຍະບັດກຽດນິຍົມ. ເຊິ່ງການຮຽນຈົບໄດ້ຮັບໃບປະກາດກໍຖືກວ່າເປັນເລື່ອງທີ່ດີຢູ່ແລ້ວ ແຕ່ຈົບແລ້ວໄດ້ໃບປະກາດກຽດນິຍົມເດ!! ນ້ອງໆລອງຈິນຕະນາການເບິ່ງວ່າ ຖ້າໄດ້ໃບປະກາດແດງ….? ເຮົາຈະມີຄວາມພູມໃຈ-ຕື່ນເຕັ້ນພຽງໃດ? ໂດຍສະເພາະໃບປະກາດແດງຈາກມະຫາວິທະຍາໄລລະດັບປະເທດ ເຮັດແນວໃດຈະໄດ້…. ?

ແນ່ນອນ ມື້ນີ້ຂວັນໃຈຈະພາມາຮູ້ຈັກກັບແບບຢ່າງ, ທັດສະນະ ແລະ ເປົ້າໝາຍໃນການຮຽນແບບກຽດນິຍົມ ຂອງທັງ 2 ນ້ອງ ທີ່ຫາກໍຮຽນຈົບໃນປີນີ້ ( ປີ 2020) ນັ້ນຄື: ນ້ອງ “ສຸລິນຍາ ອຸດົມລິດ” ນ້ອງນັກສຶກສາກຽດນິຍົມ ສາຂາພາສາຟຣັ່ງ, ພາກວິຊາພາສາຟຣັ່ງ, ຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດ ແລະ ນ້ອງ “ກິ່ງຄໍາ ນິດສະຫວັນ” ນັກສຶກສາກຽດນິຍົມ ສາຂາການເງິນ ແລະ ທະນາຄານ, ຄະນະເສດຖະສາດ ແລະ ການທ່ອງທ່ຽວ ຈາກມະຫາວິທະຍາໄລສຸພານຸວົງ ທັງເປັນຮອງອັນດັບ 1 ນາງສາວລາວ 2018. ເຊິ່ງວ່າທັງສອງນ້ອງນີ້ມີວິທີພິຊິດເປົ້າໝາຍແນວໃດນັ້ນ ເຮົາໄປຕິດຕາມນໍາກັນເລີຍ..

“ສຸລິນຍາ ອຸດົມລິດ” ໄດ້ມາເຜີຍເຄັດລັບເຫດຜົນທີ່ຕົນເອງນັ້ນໄດ້ຮັບໃບປະກາດແດງ ວ່າ: ສໍາຫຼັບນ້ອງເອງບໍ່ຄ່ອຍມີເຄັດລັບຫຍັງພິເສດ ແຕ່ສິ່ງທີ່ນ້ອງປະຕິບັດເປັນປະຈໍາໃນໄລຍະ 4 ປີທີ່ເປັນນັກສຶກສາໃນຮົ້ວມະຫາວິທະຍາໄລແຫ່ງນີ້ ແມ່ນຈະມີຢູ່ 5 ສິ່ງຄື:

ຈົດບັນທຶກຄໍາອະທິບາຍຂອງອາຈານ: ເວລາຮຽນຈະຕ້ອງໄດ້ຈົດບັນທຶກເນື້ອໃນທີ່ສໍາຄັນທີ່ອາຈານອະທິບາຍ ແລະ ທີ່ສໍາຄັນແມ່ນຕ້ອງບັນທຶກເນື້ອຫາທີ່ຕົນເອງນັ້ນເຂົ້າໃຈງ່າຍ ໂດຍເນັ້ນຈຸດທີ່ອາຈານນັ້ນຢໍ້າອະທິບາຍຊໍ້າໆ ເພື່ອເວລາກັບມາທົບທວນບົດຮຽນຄືນເຮົາຈຶ່ງຈະເຂົ້າໃຈໄດ້ໄວ, ງ່າຍ ແລະ ບໍ່ສັບສົນ ໃນເວລາທີ່ເຮົາສະຫຼຸດບົດຮຽນແຕ່ລະວິຊາຄືນ.

ສະຫຼຸບບົດຮຽນຄືນແຕ່ລະວິຊາ ຫຼັງຈາກເລີກຮຽນ: ນ້ອງເປັນຄົນມັກຄືດທົບທວນ ແລະ ສະຫຼຸບບົດຮຽນສັ້ນໆ ເພື່ອໃຫ້ຮູ້ວ່າ ຊົ່ວໂມງນີ້ເຮົາຮຽນກ່ຽວກັບຫຍັງ? ແລະ ຕ້ອງຈື່ຈຸດຕ່າງໆທີ່ສໍາຄັນໃຫ້ໄດ້ ທີ່ສໍາຄັນແມ່ນຕ້ອງໄດ້ທົບທວນບົດຮຽນກ່ອນສອບເສັງຢ່າງໜ້ອຍ 1 ຫຼື 2 ອາທິດ.

ປະກອບສ່ວນໃນແຕ່ລະຊົ່ວໂມງຮຽນ: ຕ້ອງມີການສົນທະນາ ແລະ ຮ່ວມຕອບຄໍາຖາມອາຈານ, ເວລາທີ່ເຮົາບໍ່ເຂົ້າຈະບໍ່ປ່ອຍຜ່ານ ຄວນຖາມອາຈານ ຫຼື ຮຸ້ນເອື້ອຍອ້າຍ ບໍ່ວ່າຈະເປັນໃນ ຫຼືນອກຊົ່ວໂມງຮຽນ ເພາະສິ່ງເຫຼົ່ານັ້ນເຮັດໃຫ້ເຮົາມີຄວາມໝັ້ນໃຈ ແລະ ກ້າສະແດງອອກ ພ້ອມຍັງເປັນການສ້າງຄວາມລື້ງເຄີຍກັບອາຈານນໍາອີກ.

ເຂົ້າຮ່ວຍກິດຈະກໍາຢູ່ເລື້ອຍໆ: ຄວນມີການເຮັດກິດຈະກໍາເລື້ອຍໆ ບໍ່ວ່າຈະເປັນໃນຮົ້ວ ຫຼື ນອກຮົ້ວມະຫາວິທະຍາໄລ, ຊອກເຮັດ ແລະ ເຂົ້າຮ່ວມກິດຈະກໍາທີ່ກ່ຽວຂ້ອງກັບສາຍການຮຽນຂອງຕົນເອງ ບໍ່ວ່າຈະເປັນການເຂົ້າຮ່ວມການແຂ່ງຂັນ ຫຼືເຂົ້າຮ່ວຍໂຄງການແລກປ່ຽນຕ່າງໆ ເພາະທຸກໆກິດຈະກໍາສາມາດຊ່ວຍໃຫ້ເຮົາໄດ້ຮຽນຮູ້ຫຼາຍໆຢ່າງທີ່ບໍ່ມີໃນຕໍາລາຮຽນ.

ຖ່າຍທອດຄວາມຮູ້ໃຫ້ຮຸ້ນນ້ອງ ແລະ ໝູ່ຄູ່ໃນສິ່ງທີ່ຕົນເອງເຂົ້າໃຈ: ສ່ວນໂຕແລ້ວນ້ອງເປັນຄົນຂ້ອນຂ້າງມັກແນະນໍາ ຫຼືອະທິບາຍບົດຮຽນໃຫ້ຮຸ້ນນ້ອງ ຫຼືໝູ່ຮ່ວມຫ້ອງດຽວກັນ ເພາະການຊ່ວຍແນະນໍາບົດຮຽນຕ່າງໆແມ່ນບໍ່ພຽງຊ່ວຍໃຫ້ເຮົາເຂົ້າໃຈ ແຕ່ຈະເຮັດໃຫ້ເຮົາໄດ້ຮຽນຮູ້ ແລະ ເຝິກຕົນເອງໄປໃນຕົວ ທີ່ສໍາຄັນແມ່ນເຮົາໄດ້ທົດສອບຄວາມຮູ້ທີ່ໄດ້ຮຽນມາໄດ້ຫຼາຍຂຶ້ນອີກດ້ວຍ.

ສ່ວນທາງດ້ານ “ກິ່ງຄໍາ ນິດສະຫວັນ” ກໍມີບາງທັດສະນະ ແລະ ບອກການວິທີຮຽນເກັ່ງວ່າ: ຕ້ອງມີວິໄນຕໍ່ຕົນເອງ, ມີເປົ້າໝາຍ ນັ້ນຄືການຮຽນໃຫ້ດີ ແລະ ຈົບດ້ວຍຄະແນນສູງ, ຄວ້າກຽດນິຍົມຈາກສາຂາທີ່ຕົນເອງຮຽນ, ມີການວາງແຜນການຮຽນທີ່ດີ ກໍາເອົາເນື້ອຫາທີ່ສໍາຄັນຂອງບົດຮຽນເປັນຫຼັກ ແລະຄືດໃຫ້ກວ້າງ ຮູ້ປຽບທຽບກັບສະພາບກັບສະພາບຄວາມເປັນຈິງຈາກສັງຄົມ.

ຮູ້ແບ່ງເວລາກັບສິ່ງທີ່ຕົນເອງຕ້ອງໄດ້ເຮັດ ຕົວຢ່າງ: ເມື່ອມີວຽກລ່ວງໜ້າກໍຕ້ອງໄດ້ກະກຽມການຮຽນລ່ວງໜ້າເພື່ອໃຫ້ທັນກັບໝູ່ ແລະ ຕັ້ງໃຈສຸມໃສສິ່ງທີ່ຕ້ອງເຮັດໃຫ້ເຕັມທີ່ເພື່ອບໍ່ໃຫ້ເກີດຄວາມກາງວົນ, ດຸໝັ່ນທົບທວນບົດຮຽນກ່ອນເສັງ ແລະ ສະຫຼຸບບົດຮຽນໃຫ້ເຂົ້າໃຈງ່າຍຕາມວິທີຂອງຕົນເອງ ທີ່ສໍາຄັນຕ້ອງໝັ່ນສຶກສາຫາຄວາມຮູ້ໃຫມ່ໆສະເໝີ.

ຖ້າເວົ້າເຖິງຮູບແບບ ແລະ ວິທີຮັບເອົາຄວາມຮູ້ຈາກຄູ-ອາຈານ ກິ່ງຄໍາ ກໍໃຫ້ຄໍາເຫັນວ່າ: ນ້ອງຄືດວ່າການຮຽນຂອງນ້ອງກໍຄືກັບທຸກໆຄົນ ເພາະວ່າທຸກຄົນມີໂອກາດຮຽນຮູ້ ແລະ ມີເວລາຮຽນທີ່ຄືກັນ, ບົດຮຽນດຽວກັນ ແຕ່ສິ່ງທີ່ແຕກຕ່າງກັນກໍຄືເປົ້າໝາຍຂອງແຕ່ລະຄົນ ເພາະການຕັ້ງເປົ້າໝາຍຈະເປັນສິ່ງທີ່ເຮັດໃຫ້ເຮົາມີຄວາມຕັ້ງໃຈ ແລະ ພະຍາຍາມທຸມເທໃສ່ການຮຽນເຊັ່ນດຽວກັນກັບເປົ້າໝາຍຂອງນ້ອງ ນັ້ນກໍຄືໃບປະກາດສະນີຍາບັດກຽດນິຍົມ ແລະ ນີ້ກໍແມ່ນເປົ້າໝາຍຄວາມສໍາເລັດຂອງນ້ອງ

ຂອບໃຈຂໍ້ມູນຈາກ: suelao.com

ແບ່ງປັນ