Breaking News

ຟຸກ-ແອັບເປີ້ນ ປະກາດຂ່າວດີ ຈູນີ່ຈະໄດ້ເປັນເອື້ອຍແລ້ວ….

ແບ່ງປັນ

ປະກາດຂ່າວດີອີກແລ້ວ!! ຟຸກ ຈິຣະ – ແອັບເປີ້ນ ສີສະຫງຽນ ຄູ່ຮັກຜົວ-ເມຍດາຣາຄົນດັງ ໄທ-ລາວ ຫຼັງຈາກທີ່ໄດ້ລູກສາວທີ່ໜ້າຮັກຕາແພງແບບນ້ອງຈູນີ່ຍັງບໍ່ທັນຮອດປີ ພໍ່ຟຸກກໍໄດ້ໂພສປະກາດຂ່າວດີວ່າ ເມຍສຸດທີ່ຮັກຂອງຕົນກໍາລັງຖືພາລູກຄົນທີ 2 ໄດ້ 3ເດືອນ ຫຼື 14 ອາທິດແລ້ວ!

ເຊິ່ງພໍ່ຟຸກກໍໄດ້ໂພສແບບຢອກໆອາລົມດີວ່າ “ແນວໃດໂຄວິດກໍເຮັດໃຫ້ເຮົາຫວ່າງວຽກແລ້ວ ມີນ້ອງໃຫ້ຈູນີ່ຊິເປັນຫຍັງໄປ ຈູນີ່ ໄດ້ເປັນເອື້ອຍຄົນແລ້ວ#flukeapplebaby2

ສ່ວນທາງດ້ານແມ່ແອັບເປີ້ນເອງ ກໍບໍ່ພາດທີ່ຈະມາອັບເດດເລື່ອງລາວດີໆ ແລະ ຫຼັກຖານຕ່າງໆ ບໍ່ວ່າຈະເປັນ ຜົນກວດທ້ອງ ແລະ ຮູບພາບລູກໃນທ້ອງ ພ້ອມໂພສພາບຄອບຄົວກັນຢ່າງອົບອຸ່ນກັບແຄັບຊັ້ນທີ່ວ່າ “ຄອບຄົວເຮົາໃຫຍ່ຂຶ້ນແລ້ວ, ຮັກທີ່ສຸດ ໄລຍະນີ້ແມ່ແພ້ທ້ອງຢ່າງໜັກ, ຂໍໂທດບັນດາພີ່ໆ, ນ້ອງໆ, ເພືອນໆ ທີ່ງຽບຫາຍໄປເຖິງ 3 ເດືອນ ເຖິງຕອນນີ້ກໍຍັງແພ້ທ້ອງບໍ່ເຊົາ ແຕ່ມີຄວາມສຸກທີ່ສຸດ ແມ່ສູ້ເດີ #14weekspregnant” ຕອນນີ້ສາວນ້ອຍຈູນີ່ກໍກໍາຈະໄດ້ເປັນເອື້ອຍຄົນແລ້ວ. ເຊິ່ງຫຼັງຈາກທີ່ ພໍ່ຟຸກ ແລະ ແມ່ແອັບເປີ້ນ ໄດ້ປະກາດຂ່າວດີອອກໄປແລ້ວ ບັນດາແຟນໆທັງຊາວໄທ-ລາວ ຕ່າງກໍຮ່ວມກັນສະແດງຄວາມຍິນດີນໍາຢ່າງອົບອຸ່ນກັນເລີຍ!

ເອີ້ນໄດ້ວ່າ ຄອບຄົວນີ້ເປັນອີກຄອບຄົວໜຶ່ງທີ່ໜ້າຮັກ ແລະ ອົບອຸ່ນອີ່ຫຼີ. ຕໍ່ໄປເຮົາກໍມາລຸ້ນນໍາກັນເບິ່ງວ່ານ້ອງຈູນີ່ຂວັນໃຈຊາວເນັດຈະໄດ້ນ້ອງສາວ ຫຼືນ້ອງຊາຍ….!! ຂວັນໃຈຂໍສະແດງຄວາມດີໃຈນໍາ ພໍ່ຟຸກ-ແມ່ແອັບເປີ້ນ-ນ້ອງຈູນີ່ ທີ່ກໍາຈະໄດ້ສໍາມະຊິກຄົນໃຫມ່ເດີ!

ຂອບໃຈຂໍ້ມູນຈາກ: Muan.la ແລະ FB Appleple FlukeApple

ແບ່ງປັນ