Breaking News

ສາວ”ຈິນນີ້”ໜຶ່ງໃນຜູ້ເຂົ້າປະກວດ Miss Laos 2020 ທີ່ຊາວເນັດຈັບຕາ ແລະ ຕິດຕາມເຊຍ!!

ແບ່ງປັນ

“ບຸນພະສອນ ບຸດດາຣາ ຫຼື ຈິນນີ້” ສາວນະຄອນຫຼວງວຽງຈັນ ປັດຈຸບັນອາຍຸ 24 ປີ ກໍາລັງສຶກສາລະດັບປະລິນຍາໂທ ໃນຄະນະການຄ້າ ພາກວິຊາທຸລະກິດສາກົນ ທີ່ນະຄອນຫຼວງປາກກິ່ງ ປະເທດຈີນ. ສາວງາມຄົນນີ້ກໍເປັນອີກຄົນໜຶ່ງທີ່ແຟນໆຊາວເນັດຕ່າງກໍພາກັນເຊຍ ແລະ ໃຫ້ກໍາລັງໃຈ ເຊິ່ງການປະກວດນາງສາວລາວ 2020 ກໍເປັນອີກໜຶ່ງຄວາມຮັກ-ຄວາມຝັນ ຂອງສາວຈິນນີ້ຄົນນີ້ເຊັ່ນກັນ ເພາະມັນເປັນເວທີທີ່ເປິດໂອກາດໃຫ້ສາວລາວທັງຫຼາຍໄດ້ມາສະແດງຄວາມສາມາດ ແລະ ສັກກາຍາພາບຂອງຕົນເອງນັ້ນເອງ.

ຈິນນີ້ ເປັນສາວລາວຄົນໜຶ່ງທີ່ມີຄວາມພຽບພ້ອມທາງດ້ານຮູບຮ່າງໜ້າຕາ ແລະ ທັກສະທາງດ້ານ ພາສາຕ່າງປະເທດ ທີ່ບອກເລີຍວ່າບໍ່ທໍາມະດາ ໂດຍສາວຈິນນີ້ສາມາດເວົ້າໄດ້ 2 ພາສາຄື ອັງກິດ ແລະ ພາສາຈິນ ໄດ້ເປັນຢ່າງດີ, ບໍ່ພຽງແຕ່ເທົ່ານັ້ນ ສາວຈິນນີ້ຍັງສາມາດຫຼີ້ນເຄື່ອງດົນຕີຂອງຈິນໄດ້ອີກ ເຊັ່ນ: ການຕີຂີມ.

ສໍາຫຼັບຜົນງານໃນວົງການບັນເທິງກໍຈະມີ ການຖ່າຍແບບ, ເດີນແບບ ແລະ ເຄີຍຜ່ານການແຂ່ງຂັນມາແລ້ວເວທີໜຶ່ງ ນັ້ນກໍຄື Kids and Young Model Contest ທີ່ຫາກໍຈົບໄປວັນອາທິດທີ່ຜ່ານມາ ເຊິ່ງສາວຈິນນີ້ກໍສາມາດຜ່ານເຂົ້າຮອບ 6 ຄົນສຸດທ້າຍນັ້ນເອງ.

ກ່ອນຈະມາປະກວດ Miss Laos 2020 ຈິນນີ້ກໍໄດ້ກຽມການເຮັດວຽກບ້ານມາຢ່າງດີ ບໍ່ວ່າຈະເປັນການເຝິກການຍ່າງ, ເຝິກທັກສະທາງດ້ານຮູ້ຮອບຕົວຕ່າງໆເພື່ອກຽມຕອບຄໍາຖາມ ແລະ ຍັງເຜີຍວ່າຕົນເອງມີຄວາມພ້ອມເຕັມທີ່ກັບການປະກວດຄັ້ງນີ້. ເຫັນເປັນຄົນທີ່ຮຽບຮ້ອຍ ແລະ ຫວານຂະໜາດນີ້ ປົກກະຕິແລ້ວ ຈິນນີ້ ເປັນຄົນຫລ້າເລິງມ່ວນຊື່ນ ແລະ ເຕັມທີ່ກັບທຸກກິດຈະກໍາທີ່ເຮັດ ເຊິ່ງເວລາຫວ່າງແມ່ນຈະມັກເຮັດເຂົ້າໝົມ ແລະ ອອກກໍາລັງກາຍ.

ແຟນໆຄົນໃດທີ່ຢາກເຊຍ ແລະ ຕິດຕາມສາວງາມຜູ້ຫຼາກຫຼາຍຄວາມສາມາດຄົນນີ້ ແມ່ນສາມາດຕິດໄດ້ທີ່ FB Chinny Bounphasone ຫລື IG Chinny.lee

ຂອບໃຈຂໍ້ມູນຈາກ: Muan.la

ແບ່ງປັນ