ວຽງຄໍາ ທໍາມະວົງ ຫຼື ນ້ອຍ The Wow Laos ອີກໜຶ່ງສາວງາມທີ່ມີຄວາມຫຼົງໄຫຼໄຝ່ຝັນໃນເວທີການປະກວດ ແລະ ມັກວຽກວົງການບັນເທີງເປັນຊີວິດຈິດໃຈ ເຊິ່ງສາວຄົນນີ້ໄດ້ເດີນສາຍປະກວດມາຕະຫຼອດ ບໍ່ວ່າຈະເປັນເວທີນາງສາວນະຄອນຫຼວງ, Miss Laos AEC ແລະ Miss Tourism ເຫຼົ່ານີ້ເປັນເວທີຫຼັກ ແລະ ຍັງບໍ່ທັນໄດ້ນັບເວທີເລັກໆນ້ອຍໆທີ່ສາວນ້ອຍນັ້ນເດີນສາຍປະກວດເພື່ອຫາປະສົບການອີກ.
ຈາກເວທີ The Wow Laos ສູ່ການປະກວດເວທີ Miss Laos ສາວນ້ອຍໄດ້ໃຫ້ສໍາພາດກັບ Muan.la ວ່າ: “ດີໃຈແຮງທີ່ໄດ້ມາເວທີໃຫຍ່ລະດັບປະເທດ ແລະ ເປັນເວທີແຫ່ງຄວາມຝັນຈັກມື້ໜຶ່ງຕ້ອງໄດ້ມາຢືນໃນເວທີນີ້ໃຫ້ໄດ້ ແລະ ຕອນນີ້ກໍໄດ້ຮັບໂອກາດນັ້ນແລ້ວ ຈະຕັ້ງໃຈເຮັດໃຫ້ດີທີ່ສຸດ”
ເຊິ່ງສາວນ້ອຍຍັງໄດ້ໃຫ້ສໍາພາດອີກວ່າ ເວທີນີ້ໄດ້ໃຫ້ໂອກາດການຮຽນຮູ້ຫຼາຍຢ່າງ ແລະ ເວທີນາງສາວລາວເປັນເວທີທີ່ຢາກມາທີ່ສຸດ ເພາະເຮົາຈະໄດ້ສະແດງຄວາມເປັນລາວໃຫ້ທຸກຄົນເຫັນ ແລະ ປະຕິບັດພ້ອມກັນ. ເຊິ່ງການກຽມຕົວຄືການຮຽນຮູ້ປະສົບການອ້ອມຂ້າງ ແລະ ພັດທະນາຕົນເອງຂຶ້ນເລື້ອຍໆ.
ການເຂົ້າມາໃນວົງການການບັນເທີງແມ່ນເຮັດໃຫ້ຊີວິດນ້ອຍດີຂຶ້ນ ໃນດ້ານການເສີມຄວາມໝັ້ນໃຈ, ກ້າສະແດງອອກ, ບໍ່ວ່າຈະເປັນການຮຽນຮູ້ຕ່າງໆລວມໄປເຖິງການວາງໂຕ ທຸກຢ່າງທີ່ໄດ້ຮຽນຮູ້ຈາກວົງການນີ້ ແມ່ນສອນໃຫ້ເຮົາເປັນຜູ້ໃຫຍ່ຂຶ້ນຫຼາຍ ທັງມີຄວາມຮັບຜິດຊອບ ແລະ ຮູ້ເອົາຕົວລອດໄປໃນໂຕອີກ.
ຄໍາຄົມປະຈໍາໃຈເວລາພົບເຈີອຸປະສັກ: “ມີມື້ໃຫ້ເລີ່ມຕົ້ນໃຫມ່ສະເໝີ” ແລະ ເປົ້າໝາຍແມ່ນການໄດ້ສານຝັນຂອງຄົນເອງໃຫ້ປະສົບຜົນສໍາເລັດໃນທຸກການປະກວດ ທີ່ສໍາຄັນແມ່ນພິສູດໃຫ້ ພໍ່-ແມ່ ໄດ້ເຫັນວ່າເຮົາເຮັດໄດ້ ແລະ ພູມໃຈໃນຕົວເຮົາ.
ສາວງາມທີ່ພຽບພ້ອມຄົນນີ້ບໍ່ໄດ້ມີດີແຕ່ພຽງໃຈມັກຮັກໃນການປະກວດເດີ! ເພາະຍັງມີຜົນງານດ້ານການບັນເທີງນໍາອີກ ເຊັ່ນວ່າ: ຜົນງານການຖ່າຍແບບ, ເດີນແບບ, ເປັນພິທີກອນ ແລະ ງານອື່ນໆ



ສໍາຫຼັບແຟນໆຄົນໃດທີ່ຢາກຕິດຕາມ ແລະ ເປັນກໍາລັງໃຈໃຫ້ສາວນ້ອຍຜູ້ມີຄວາມມຸ່ງໝັ້ນຄົນນີ້ ແມ່ນສາມາດຕິດຕາມໄດ້ທີ່: FB: Noy Thammavong ແລະ IG: noy_n_noy
ຂອບໃຈຂໍ້ມູນຈາກ: Muan.la