Breaking News

Love & Sex

ຊ່ວງເວລານ້ອຍໆ ທີ່ເຮັດໃຫ້ຮູ້ສຶກໄດ້ເຖິງຄຳວ່າ “ຮັກ”

ຊ່ວງເວລານ້ອຍໆ ທີ່ເຮັດໃຫ້ຮູ້ສຶກໄດ້ເຖິງຄຳວ່າ ຮັກ ເວລາກັບເຮືອນເດີກໆ ແລ້ວມີຄົນຄອຍຖ້າ ສາມາດຮັບຮູ້ໄດ້ເຖິງຄວາມຮູ້ສຶກທີ່ໄດ້ຮັບ ເຖິງຄວາມເອົາໃຈໃສ່ ເວລາຕື່ນນອນຕອນເຊົ້າ ແລ້ວໄດ້ຮັບຂໍ້ຄວາມ ສະບາຍດີຕອນເຊົ້າ ໃນມືຖື ເຮັດໃຫ້ທ່ານເລີ່ມຕົ້ນກັບເຊົ້າວັນໃໝ່ດ້ວຍຄວາມຮູ້ສຶກດີໆ. ເວລາທີ່ກິນເຂົ້າບໍ່ເປັນເວລາ ແລ້ວມີຄົນຄອຍຈົ່ມ ຄອຍບອກໃຫ້ກິນເຂົ້າ ມັນເຮັດໃຫ້ຮູ້ສຶກອົບອຸ່ນຫົວໃຈ ທີ່ມີຄົນຄອຍເປັນຫ່ວງສຸຂະພາບຂອງເຮົາ. ເວລາທີ່ລາວຈື່ສິ່ງທີ່ເຮົາມັກ ຫຼື ສິ່ງທີ່ເຮົາບໍ່ມັກໄດ້ ຮູ້ສຶກຄືວ່າ ຕົນເອງ ເປັນຄົນທີ່ພິເສດສຳລັບລາວ ເວລາທີ່ໄດ້ຍິນຄຳວ່າ “ຮັກເດີ” “ຄິດຮອດເດີ” ທຸກຄັ້ງທີ່ໄດ້ຍິນຄໍາໆນີ້ ຫຼື ຄໍາຫວານອື່ນໆ ຈະຮູ້ສຶກຫວັ່ນໄຫວ

Read More »

ຢ່າເຮັດແບບນີ້ກັບໃຜ ເພາະເຂົາຈະຮັກເຈົ້າ!!!

  ຢ່າໂທ ຫຼື ສົ່ງຂໍ້ຄວາມມາໃນຕອນເດີກ ເພາະເວລານັ້ນ ຂ້ອຍຕ້ອງລົມກັບຄົນທີ່ພິເສດເທົ່ານັ້ນ ຢ່າໂທມາ ເວລາເກົ່າແລ້ວລົມດົນໆ ທຸກໆມື້ ເພາະຂ້ອຍຈະເຂົ້າຂ້າງຕົວເອງ ວ່າຂ້ອຍຈະເປັນຄົນສຳຄັນ ແລະ ມີຄວາມໝາຍສຳລັບເຈົ້າ ຢ່າເລົ່າເລື່ອງດີໆ ກ່ຽວກັບຄົນຮັກເກົ່າ ແລະ ຢ່າເວົ້າວ່າຕອນນີ້ເຫງົາຢາກມີໃຜຈັກຄົນມາເບິ່ງແຍງ ເພາະຂ້ອຍອາດຈະ ຢາກເປັນຄົນໆນັ້ນ ຢ່າລອງໃຈໂດຍການມິດ ບໍ່ຕິດຕໍ່ມາເປັນເວລາຫຼາຍມື້ ເພາະຂ້ອຍຈະຕື່ນເຕັ້ນທຸກຄັ້ງໃນເວລາສຽງໂທລະສັບດັງ ແລະ ກະວົນກະວາຍໃຈຢາກໂທຫາເຈົ້າ ຢ່າບອກວ່າຈະໄປສົ່ງຮອດເຮືອນ ເມື່ອກັບຮອດເຮືອນ ກໍຢ່າສົ່ງຂໍ້ຄວາມທີ່ມີຄວາມໝາຍເກີນກວ່າໝູ່ ເພາະຂ້ອຍຈະ ຢາກໃຫ້ເຈົ້າມາເບິ່ງແຍງຂ້ອຍແບບນີ້ທຸກມື້ ຢ່າເປີດເພງຄວາມໝາຍດີໆ ໃຫ້ຟັງທາງໂທລະສັບແລ້ວບອກໃຫ້ຂ້ອຍຕັ້ງໃຈຟັງ ເພາະຂ້ອຍຈະເອົາເນື້ອເພງມາຕີຄວາມ ແລະ ຈະເປີດຟັງ ຈົນບໍ່ຮູ້ເບື່ອ ຢ່າເອົາໃຈຂ້ອຍ ຄືຂ້ອຍເປັນຄົນສຳຄັນ ເພາະຂ້ອຍກໍຕ້ອງການເປັນຄົນສຳຄັນຂອງເຈົ້າຄືກັນ ຢ່າມາເວົ້າຄຳຫວານໆ ຕະຫຼອດເວລາທີ່ລົມກັນ ເພາະຂ້ອຍຈະມັກ ແລະ ຕັ້ງໃຈຟັງຄໍາຫວານໆທຸກຄັ້ງທີ່ເວົ້າມາ ຢ່າບອກວ່າເຮົາມີສິ່ງທີ່ຄ້າຍຄືກັນ ແລະ ຢ່າບອກວ່າສະບາຍໃຈທຸກຄັ້ງທີ່ໄດ້ລົມກັບຂ້ອຍ ເພາະຂ້ອຍຈະຮູ້ສຶກໃນແບບດຽວກັນ ຢ່າຍ້ອງຂ້ອຍວ່າເປັນຜູ້ຍິງທີ່ດີ ໃຜໄດ້ຂ້ອຍໄປເປັນຄົນຮັກຕ້ອງເປັນຜູ້ຊາຍທີ່ໜ້າອິດສາ ເພາະຂ້ອຍຈະມັກຄຳນີ້ທີ່ສຸດ …

Read More »

6 ຂໍ້ດີຂອງການມີແຟນເປັນຜູ້ຍິງຮ່າງນ້ອຍ

6 ຂໍ້ດີຂອງການມີແຟນເປັນຜູ້ຍິງໂຕນ້ອຍ ເບິ່ງລາວຄືເດັກນ້ອຍຢູ່ຕະຫຼອດ ຄົນຮ່າງນ້ອຍ ເຖິງວ່າລາວຈະມີອາຍຸຫຼາຍກໍຕາມ ແຕ່ກໍເບິ່ງຄືວ່າລາວຍັງເດັກນ້ອຍ ບວກກັບເຄື່ອງນຸ່ງການແຕ່ງຕົວ ສ່ວນຫຼາຍຈະອອກແນວໃສໆ ຍິງເຮັດໃຫ້ສາວຕົວນ້ອຍ ເປັນເດັກນ້ອຍລົງອີກ. ໜ້າຮັກ ໜ້າຖະນຸຖະໜອມ ຄົນຮ່າງນ້ອຍ ສ່ວນຫຼາຍມືຈະນ້ອຍເຊັ່ນກັນ ຄິດເບິ່ງວ່າເວລາຈັບມືກັນ ກໍຍິງເຮັດໃຫ້ຜູ້ຊາຍຮູ້ສຶກອົບອຸ່ນ ເວລາກອດຜູ້ຍິງຮ່າງນ້ອຍລະດັບຄວາມສູງພຽງບ່າ ກໍແຮງເຮັດໃຫ້ຄູ່ຮັກຢາກກອດໄວ້ດົນໆ. ເອົາໄປໃສກໍສະດວກ ເວລາຍ່າງໄປໃສມາໃສ ກໍບໍ່ຈຳເປັນຕ້ອງລະວັງວ່າຈະຍ່າງໄປຕໍາກັບສິ່ງໃດໆ ທີ່ສຳຄັນ ຖ້າຢາກຈະຂີ່ຫຼັງແບບຮູບເງົາເກົາຫຼີ ກໍສະບາຍຕົວຫຼາຍຂຶ້ນ ບໍ່ຕ້ອງເຈັບຫຼັງແນ່ນອນ. ແຟນຂອງສາວຮ່າງນ້ອຍ ຈະເບິ່ງຄືສູງຂຶ້ນມາທັນທີ ເວລາຍ່າງຮຽງກັນ ຜູ້ຊາຍບໍ່ຕ້ອງອາຍວ່າຈະມີໃຜເບິ່ງວ່າຕົນເອງ ເປັນຜູ້ຊາຍເຕ້ຍ ນອກຈາກນັ້ນ ຜູ້ຍິງສ່ວນຫຼາຍມັກຜູ້ຊາຍສູງກວ່າຕົນເອງຢູ່ແລ້ວ ເພາະສະນັ້ນ ໜຸ່ມໆກໍຫາຍຫ່ວງໄປໄດ້. ປົກປ້ອງ ແລະ ຊ່ວຍເຫຼືອໄດ້ ຜູ້ຊາຍທີ່ສູງ ສາມາດສະແດງຄວາມພະເອກເກົາຫຼີ ອອກມາໄດ້ຢ່າງເຕັມທີ ດ້ວຍການຊ່ວຍເຫຼືອເລັກໆນ້ອຍໆຈາກຄວາມສູງທີ່ມີ ໂອກາດນີ້ ກໍຈັບມືຫຼືອູບໄປເລີຍກໍໄດ້ເໝືອນ ພະເອກ! ພະເອກ! ເວລາຜິດກັນກໍບໍ່ຍ້ານ ເວລາຄົນຕົວນ້ອຍໃຈຮ້າຍ ຫຼື ອາລົມບໍ່ດີ ດ້ວຍຄວາມທີ່ວ່າຮ່າງນ້ອຍ …

Read More »

4 ວິທີ ທີ່ຄູ່ຮັກຄວນຊອກຫາເພື່ອປັບປຸງ

ຕ່າງຄົນຕ່າງມີຄຸນຄ່າໃນຕົວເອງ ທ່ານຕ້ອງຊອກມັນໃຫ້ເຫັນ ຕ້ອງເລີ່ມຈາການປ່ຽນຄວາມຄິດຂອງຕົວທ່ານກ່ອນ ແຕ່ຖ້າບໍ່ຮູ້ຈະເລີ່ມບ່ອນໃດ ກໍລອງປຶກສາເພື່ອນສະນິດ ເພາະບາງຄັ້ງສາຍຕາຈາກຄົນທີ່ເບິ່ງເຮົາ ກໍອາດບົ່ງບອກໄດ້ດີກວ່າທີ່ເຮົາເບິ່ງຕົວເຮົາເອງ ຈົ່ງຍີ້ມຮັບກັບທຸກບັນຫາ ແລະ ສູ້ມັນຢ່າຍອມທໍ້ ເມື່ອຮອດມື້ ທີ່ທ່ານຜ່ານບັນຫາໃດໜຶ່ງໄດ້ແລ້ວ ທ່ານຈະພູມໃຈ ແລະ ໝັ້ນໃຈໃນຕົວເອງຫຼາຍຂຶ້ນຢ່າງແນ່ນອນ ແລະ ບັນຫາເຫຼົ່ານັ້ນຈະຊ່ວຍພັດທະນາທ່ານ ແລະ ເຮັດໃຫ້ທ່ານເປີດຄວາມຄິດໃຫ້ກວ້າງອອກ ແລະ ທ່ານຈະສາມາດເບິ່ງໂລກໃນມຸມມອງໃໝ່ໆທີ່ບໍ່ເຄີຍເຫັນມາກ່ອນ ລອງເຮັດສິ່ງໃໝ່ໆ ເພື່ອຄົ້ນຫາຕົວເອງໃຫ້ຫຼາຍຂຶ້ນ ເມື່ອທ່ານກ້າທີ່ຈະອອກໄປສຳພັດກັບສິ່ງໃໝ່ໆ ທີ່ທ່ານບໍ່ເຄີຍພົບມາກ່ອນ ຈົງເກັບຄວາມຍ້ານໄວ້ໃນບ່ອນທີ່ເໝາະສົມ ແລະ ຈົ່ງດຶງເອົາຄວາມກ້າອອກມາລອງເຮັດໃນສິ່ງທີ່ຕ້ອງການ ເພື່ອຄົ້ນພົບຕົວຕົນ ຂອງທ່ານໃຫ້ຫຼາຍຂຶ້ນ ແລ້ວທ່ານຈະພົບວ່າຕົວທ່ານຍັງສາມາດເຮັດໄດ້ອີກຫຼາຍໆຢ່າງ. ຈົ່ງໃຊ້ຊີວິດຢ່າງຄຸ້ມຄ່າທີ່ສຸດ ໂດຍການຮຽນຮູ້ຈາກສິ່ງທີ່ບໍ່ແມ່ນ ຈົນຊອກຫາສິ່ງທີ່ແມ່ນສຳລັບທ່ານ ແລ້ວມີຄວາມສຸກກັບມັນໃຫ້ເຖິງທີ່ສຸດ ຢ່າໃຫ້ຮອດຕອນທີ່ບໍ່ເຫຼືອເວລາແລ້ວທ່ານ ຈະຮູ້ສຶກເສຍໃຈໃນສິ່ງ ທີ່ຍັງບໍ່ໄດ້ລົງມືເຮັດຫຍັງເທື່ອ ທຸກຄົນລ້ວນມີທາງເລືອກສະເໝີ ຢູ່ທີ່ວ່າຈະເລືອກທາງເດີນທາງໃດເທົ່ານັ້ນເອງ.  

Read More »

7 ວິທີສັງເກດ ຄົນທີ່ເຮົາມັກ ລາວມີແຟນແລ້ວຫຼືຍັງ ??

ລອງເຂົ້າໄປຈອບເບິ່ງຢູ່ໃນ Facebook ຄົນໆນັ້ນກ່ອນ ຍຸກນີ້ກໍເປັນຍຸກໄອທີແລ້ວ ໃຜໆກໍມັກຫຼິ້ນ Facebook ມັນເປັນເປັນສິ່ງທີ່ດີຫຼາຍຖ້າເຮົາ ສາມາດໄປຮູ້ຊື່ Facebook ຂອງຄົນທີ່ເຮົາຫຼົງມັກ ແລ້ວເຂົ້າໄປຊ່ອງເບິ່ງວ່າ ລາວແມ່ນໃຜ ເປັນແນວໃດ ແລະ ໝູ່ໆລາວມີໃຜແດ່ ເພາະບາງເທື່ອເຮົາອາດຈະຮູ້ຂໍ້ມູນອື່ນໆຕື່ມອີກ. ຮູບທີ່ເຮົາເຫັນ ບໍ່ສາມາດບອກທຸກສິ່ງ ເຮົາບໍ່ສາມາດຮູ້ໄດ້ວ່າຮູບທີ່ເຮົາເຫັນ ບໍ່ວ່າໃນ Facebook ຫຼື ທີ່ຄົນໆນັ້ນສົ່ງມາໃຫ້ແມ່ນສິ່ງທີ່ລາວກຳລັງເຮັດຢູ່ ເພາະບາງຄັ້ງລາວອາດຈະຖ່າຍເອົາໄວ້ດົນແລ້ວກໍເປັນໄດ້, ສະນັ້ນ ໂທຫາລາວເລີຍຈະດີກວ່າ ພະຍາຍາມຮູ້ຈັກສັງຄົມ ຂອງຄົນໆນັ້ນຢູ່ ຢ່າງໃດກໍຕາມ ຖ້າວ່າໄດ້ລົມກັນແລ້ວ ເຮົາຈຳເປັນຕ້ອງໄດ້ຮູ້ຈັກສັງຄົມ ແລະ ຄົນອ້ອມຂ້າງລາວໃຫ້ໄດ້ ເພາະມັນອາດຈະມີບາງສິ່ງບາງຢ່າງສະກິດໃຈໃຫ້ເຮົາຮູ້ວ່າ ຄົນໆນັ້ນມີແຟນແລ້ວຫຼືຍັງ? ຢ່າເຊື່ອໃຈຈົນເກີນໄປ ຍ້ອນວ່າບາງຄົນ ຮັກໃຜຮັກແທ້ ແລະ ຈິງຈັງທີ່ສຸດ, ເພາະສະນັ້ນ ແບ່ງໃຈໄວ້ກ່ອນກໍດີ ເພື່ອບາງທີມັນບໍ່ໄດ້ເປັນແບບທີ່ເຮົາຄິດ ຈິ່ງຈະບໍ່ຕ້ອງມານັ່ງເສຍໃຈພາຍຫຼັງ ໂທຫາມັກບໍ່ຮັບສາຍ ຄົນບາງຄົນບໍ່ມັກຮັບສາຍຕອນກາງຄືນ ໃຫ້ລະວັງໄວ້ໃຫ້ດີ ເພາະບາງທີ ລາວອາດຈະຢູ່ນຳແຟນຕົວຈິງກໍອາດຈະເປັນໄດ້ ລະວັງຄຳຫວານໆ ທີ່ຄົນໆນັ້ນຢອດມາ ຖ້າວ່າເຈິຄົນປາກຫວານ …

Read More »