Breaking News
KuanjaI FaceB

6 ຂໍ້ດີຂອງການມີແຟນເປັນຜູ້ຍິງຮ່າງນ້ອຍ

ແບ່ງປັນ

6 ຂໍ້ດີຂອງການມີແຟນເປັນຜູ້ຍິງໂຕນ້ອຍ

  1. ເບິ່ງລາວຄືເດັກນ້ອຍຢູ່ຕະຫຼອດ

ຄົນຮ່າງນ້ອຍ ເຖິງວ່າລາວຈະມີອາຍຸຫຼາຍກໍຕາມ ແຕ່ກໍເບິ່ງຄືວ່າລາວຍັງເດັກນ້ອຍ ບວກກັບເຄື່ອງນຸ່ງການແຕ່ງຕົວ ສ່ວນຫຼາຍຈະອອກແນວໃສໆ ຍິງເຮັດໃຫ້ສາວຕົວນ້ອຍ ເປັນເດັກນ້ອຍລົງອີກ.

  1. ໜ້າຮັກ ໜ້າຖະນຸຖະໜອມ

ຄົນຮ່າງນ້ອຍ ສ່ວນຫຼາຍມືຈະນ້ອຍເຊັ່ນກັນ ຄິດເບິ່ງວ່າເວລາຈັບມືກັນ ກໍຍິງເຮັດໃຫ້ຜູ້ຊາຍຮູ້ສຶກອົບອຸ່ນ ເວລາກອດຜູ້ຍິງຮ່າງນ້ອຍລະດັບຄວາມສູງພຽງບ່າ ກໍແຮງເຮັດໃຫ້ຄູ່ຮັກຢາກກອດໄວ້ດົນໆ.

  1. ເອົາໄປໃສກໍສະດວກ

ເວລາຍ່າງໄປໃສມາໃສ ກໍບໍ່ຈຳເປັນຕ້ອງລະວັງວ່າຈະຍ່າງໄປຕໍາກັບສິ່ງໃດໆ ທີ່ສຳຄັນ ຖ້າຢາກຈະຂີ່ຫຼັງແບບຮູບເງົາເກົາຫຼີ ກໍສະບາຍຕົວຫຼາຍຂຶ້ນ ບໍ່ຕ້ອງເຈັບຫຼັງແນ່ນອນ.

  1. ແຟນຂອງສາວຮ່າງນ້ອຍ ຈະເບິ່ງຄືສູງຂຶ້ນມາທັນທີ

ເວລາຍ່າງຮຽງກັນ ຜູ້ຊາຍບໍ່ຕ້ອງອາຍວ່າຈະມີໃຜເບິ່ງວ່າຕົນເອງ ເປັນຜູ້ຊາຍເຕ້ຍ ນອກຈາກນັ້ນ ຜູ້ຍິງສ່ວນຫຼາຍມັກຜູ້ຊາຍສູງກວ່າຕົນເອງຢູ່ແລ້ວ ເພາະສະນັ້ນ ໜຸ່ມໆກໍຫາຍຫ່ວງໄປໄດ້.

  1. ປົກປ້ອງ ແລະ ຊ່ວຍເຫຼືອໄດ້

ຜູ້ຊາຍທີ່ສູງ ສາມາດສະແດງຄວາມພະເອກເກົາຫຼີ ອອກມາໄດ້ຢ່າງເຕັມທີ ດ້ວຍການຊ່ວຍເຫຼືອເລັກໆນ້ອຍໆຈາກຄວາມສູງທີ່ມີ ໂອກາດນີ້ ກໍຈັບມືຫຼືອູບໄປເລີຍກໍໄດ້ເໝືອນ ພະເອກ! ພະເອກ!

  1. ເວລາຜິດກັນກໍບໍ່ຍ້ານ

ເວລາຄົນຕົວນ້ອຍໃຈຮ້າຍ ຫຼື ອາລົມບໍ່ດີ ດ້ວຍຄວາມທີ່ວ່າຮ່າງນ້ອຍ ຈິ່ງກາຍເປັນເດັກນ້ອຍ ທີ່ ມັກຂັດ ມັກເອົາແຕ່ໃຈໄປຊື່ໆ ນອກຈາກນັ້ນສາວຕົວນ້ອຍຈະບໍ່ໃຊ້ກໍາລັງ.

ແບ່ງປັນ