Breaking News

4 ວິທີ ທີ່ຄູ່ຮັກຄວນຊອກຫາເພື່ອປັບປຸງ

ແບ່ງປັນ
  1. ຕ່າງຄົນຕ່າງມີຄຸນຄ່າໃນຕົວເອງ ທ່ານຕ້ອງຊອກມັນໃຫ້ເຫັນ

ຕ້ອງເລີ່ມຈາການປ່ຽນຄວາມຄິດຂອງຕົວທ່ານກ່ອນ ແຕ່ຖ້າບໍ່ຮູ້ຈະເລີ່ມບ່ອນໃດ ກໍລອງປຶກສາເພື່ອນສະນິດ ເພາະບາງຄັ້ງສາຍຕາຈາກຄົນທີ່ເບິ່ງເຮົາ ກໍອາດບົ່ງບອກໄດ້ດີກວ່າທີ່ເຮົາເບິ່ງຕົວເຮົາເອງ

  1. ຈົ່ງຍີ້ມຮັບກັບທຸກບັນຫາ ແລະ ສູ້ມັນຢ່າຍອມທໍ້

ເມື່ອຮອດມື້ ທີ່ທ່ານຜ່ານບັນຫາໃດໜຶ່ງໄດ້ແລ້ວ ທ່ານຈະພູມໃຈ ແລະ ໝັ້ນໃຈໃນຕົວເອງຫຼາຍຂຶ້ນຢ່າງແນ່ນອນ ແລະ ບັນຫາເຫຼົ່ານັ້ນຈະຊ່ວຍພັດທະນາທ່ານ ແລະ ເຮັດໃຫ້ທ່ານເປີດຄວາມຄິດໃຫ້ກວ້າງອອກ ແລະ ທ່ານຈະສາມາດເບິ່ງໂລກໃນມຸມມອງໃໝ່ໆທີ່ບໍ່ເຄີຍເຫັນມາກ່ອນ

  1. ລອງເຮັດສິ່ງໃໝ່ໆ ເພື່ອຄົ້ນຫາຕົວເອງໃຫ້ຫຼາຍຂຶ້ນ

ເມື່ອທ່ານກ້າທີ່ຈະອອກໄປສຳພັດກັບສິ່ງໃໝ່ໆ ທີ່ທ່ານບໍ່ເຄີຍພົບມາກ່ອນ ຈົງເກັບຄວາມຍ້ານໄວ້ໃນບ່ອນທີ່ເໝາະສົມ ແລະ ຈົ່ງດຶງເອົາຄວາມກ້າອອກມາລອງເຮັດໃນສິ່ງທີ່ຕ້ອງການ ເພື່ອຄົ້ນພົບຕົວຕົນ ຂອງທ່ານໃຫ້ຫຼາຍຂຶ້ນ ແລ້ວທ່ານຈະພົບວ່າຕົວທ່ານຍັງສາມາດເຮັດໄດ້ອີກຫຼາຍໆຢ່າງ.

  1. ຈົ່ງໃຊ້ຊີວິດຢ່າງຄຸ້ມຄ່າທີ່ສຸດ

ໂດຍການຮຽນຮູ້ຈາກສິ່ງທີ່ບໍ່ແມ່ນ ຈົນຊອກຫາສິ່ງທີ່ແມ່ນສຳລັບທ່ານ ແລ້ວມີຄວາມສຸກກັບມັນໃຫ້ເຖິງທີ່ສຸດ ຢ່າໃຫ້ຮອດຕອນທີ່ບໍ່ເຫຼືອເວລາແລ້ວທ່ານ ຈະຮູ້ສຶກເສຍໃຈໃນສິ່ງ ທີ່ຍັງບໍ່ໄດ້ລົງມືເຮັດຫຍັງເທື່ອ ທຸກຄົນລ້ວນມີທາງເລືອກສະເໝີ ຢູ່ທີ່ວ່າຈະເລືອກທາງເດີນທາງໃດເທົ່ານັ້ນເອງ.

 

ແບ່ງປັນ