Breaking News

7 ວິທີສັງເກດ ຄົນທີ່ເຮົາມັກ ລາວມີແຟນແລ້ວຫຼືຍັງ ??

ແບ່ງປັນ
  1. ລອງເຂົ້າໄປຈອບເບິ່ງຢູ່ໃນ Facebook ຄົນໆນັ້ນກ່ອນ

ຍຸກນີ້ກໍເປັນຍຸກໄອທີແລ້ວ ໃຜໆກໍມັກຫຼິ້ນ Facebook ມັນເປັນເປັນສິ່ງທີ່ດີຫຼາຍຖ້າເຮົາ ສາມາດໄປຮູ້ຊື່ Facebook ຂອງຄົນທີ່ເຮົາຫຼົງມັກ ແລ້ວເຂົ້າໄປຊ່ອງເບິ່ງວ່າ ລາວແມ່ນໃຜ ເປັນແນວໃດ ແລະ ໝູ່ໆລາວມີໃຜແດ່ ເພາະບາງເທື່ອເຮົາອາດຈະຮູ້ຂໍ້ມູນອື່ນໆຕື່ມອີກ.

  1. ຮູບທີ່ເຮົາເຫັນ ບໍ່ສາມາດບອກທຸກສິ່ງ ເຮົາບໍ່ສາມາດຮູ້ໄດ້ວ່າຮູບທີ່ເຮົາເຫັນ ບໍ່ວ່າໃນ Facebook ຫຼື ທີ່ຄົນໆນັ້ນສົ່ງມາໃຫ້ແມ່ນສິ່ງທີ່ລາວກຳລັງເຮັດຢູ່ ເພາະບາງຄັ້ງລາວອາດຈະຖ່າຍເອົາໄວ້ດົນແລ້ວກໍເປັນໄດ້, ສະນັ້ນ ໂທຫາລາວເລີຍຈະດີກວ່າ
  1. ພະຍາຍາມຮູ້ຈັກສັງຄົມ ຂອງຄົນໆນັ້ນຢູ່

ຢ່າງໃດກໍຕາມ ຖ້າວ່າໄດ້ລົມກັນແລ້ວ ເຮົາຈຳເປັນຕ້ອງໄດ້ຮູ້ຈັກສັງຄົມ ແລະ ຄົນອ້ອມຂ້າງລາວໃຫ້ໄດ້ ເພາະມັນອາດຈະມີບາງສິ່ງບາງຢ່າງສະກິດໃຈໃຫ້ເຮົາຮູ້ວ່າ ຄົນໆນັ້ນມີແຟນແລ້ວຫຼືຍັງ?

  1. ຢ່າເຊື່ອໃຈຈົນເກີນໄປ

ຍ້ອນວ່າບາງຄົນ ຮັກໃຜຮັກແທ້ ແລະ ຈິງຈັງທີ່ສຸດ, ເພາະສະນັ້ນ ແບ່ງໃຈໄວ້ກ່ອນກໍດີ ເພື່ອບາງທີມັນບໍ່ໄດ້ເປັນແບບທີ່ເຮົາຄິດ ຈິ່ງຈະບໍ່ຕ້ອງມານັ່ງເສຍໃຈພາຍຫຼັງ

  1. ໂທຫາມັກບໍ່ຮັບສາຍ

ຄົນບາງຄົນບໍ່ມັກຮັບສາຍຕອນກາງຄືນ ໃຫ້ລະວັງໄວ້ໃຫ້ດີ ເພາະບາງທີ ລາວອາດຈະຢູ່ນຳແຟນຕົວຈິງກໍອາດຈະເປັນໄດ້

  1. ລະວັງຄຳຫວານໆ ທີ່ຄົນໆນັ້ນຢອດມາ

ຖ້າວ່າເຈິຄົນປາກຫວານ ເອົາໃຈເກັ່ງ ໃຫ້ລະວັງໃຫ້ດີ ເພາະຄົນແບບນີ້ ອາດຈະມີ Skill ຄວາມເຈົ້າຊູ້ຫຼາຍພໍສົມຄວນ ແລະ ຮູ້ວິທີວ່າຈະເວົ້າແບບໃດ ໃຫ້ຄົນຟັງຕົກຂຸມຮັກ

  1. ຈົ່ງເຊື່ອໃນສັນຊາດຕະຍານຂອງເຮົາເອງ

ຄົນເຮົາທຸກຄົນ ຍ່ອມມີສັນຊາດຕະຍານຂອງຕົນເອງຢູ່ແລ້ວ ໂດຍສະເພາະຜູ້ຍິງ, ສະນັ້ນ ຢ່າມີໄວ້ລ້າໆ ເພາະຄວາມຮູ້້ສຶກຂອງສັນຊາດຕະຍານຂອງທ່ານອາດຈະເຮັດໃຫ້ເຫັນຄວາມເປັນຈິງກໍໄດ້

 

ແບ່ງປັນ