Breaking News
KuanjaI FaceB

ຢ່າເບື່ອຄົນທີ່ຢູ່ຄຽງຂ້າງໃນມື້ທີ່ ທ່ານຖືກຈາກລາ

ແບ່ງປັນ

KuanjaI FaceB

ຢ່າເບື່ອຄົນທີ່ຢູ່ຄຽງຂ້າງໃນມື້ທີ່ ທ່ານຖືກຈາກລາ

ຄົນບາງຄົນເກີດມາ ເພື່ອມີພຽງແຕ່ຄູ່ຮັກ ແຕ່ບາງຄົນເກີດມາມັນກໍມີເພື່ອນ ຄວາມຮູ້ສຶກມັນຕ່າງກັນ ບາງຄົນເລືອກຄູ່ຮັກ ບາງຄົນເລືືອກເພື່ອນ ເຮົາວ່າ ບໍ່ຕ້ອງເລືອກດອກ ເພາະເພື່ອນທີ່ດີ ແລະ ຄົນຮັກທີ່ດີ ມັນຈະບໍ່ກົດດັນໃຫ້ເຮົາເລືອກ ພຽງແຕ່ຕ້ອງແບ່ງເວລາໃຫ້ດີ ເວລາຂອງຄົນຮັກ, ເພື່ອນ ແລະ ຄອບຄົວ ຍ່າມີເວລາໃຫ້ເພື່ອນພຽງແຕ່ຕອນຖືກຄົນຮັກຈາກລາ ເພາະໃນຍາມທີ່ເພື່ອນບໍ່ມີໃຜ ມັນກໍມີພຽງເຮົາເທົ່ານັ້ນ ຍ່າເຮັດຄືວ່າ ເຮົາມີເວລາໃຫ້ໝູ່ໃນເມື່ອຕອນ ທີ່ເຮົາບໍ່ມີຄົນຮັກເທົ່ານັ້ນ ແຕ່ສໍາລັບບາງຄົນ ເຖິງວ່າຈະມີຄົນຮັກ ຫຼື ບໍ່ມີຄົນຮັກ ມັນກໍຈະບໍ່ລືມເວລາຂອງເພື່ອນດອກ ຍ່າລໍາຄານຄົນທີ່ຢູ່ຂ້າງກາຍທ່ານໃນວັນທີ່ທ່ານບໍ່ມີໃຜ ບໍ່ວ່າຈະເປັນເພື່ອນຫຼື ຄອບຄົວກໍຕາມ.

 

ແບ່ງປັນ