Breaking News

ອອກກໍາລັງກາຍຫຼຸດໜ້າທ້ອງ 3 ທ່າງ່າຍໆ

ແບ່ງປັນ

KuanjaI FaceB 015-01

 

ອອກກໍາລັງກາຍຫຼຸດໜ້າທ້ອງ 3 ທ່າງ່າຍໆ

ມື້ນີ້ ວາລະສານຂັວນໃຈ ໄດ້ນໍາເອົາວິທີການອອກກໍາລັງກາຍງ່າຍໆທີ່ສາມາດຫຼຸດໜ້າທ້ອງໄດ້ ສາວໆ ຫຼື ບ່າວໆທ່ານໃດທີ່ມີບັນຫາເລື່ອງໜ້າທ້ອງທີ່ເຮັດໃຫ້ສາວໆ ຫຼື ບາວໆບໍ່ໝັ້ນໃຈ ລອງເອົາວິທີງ່າຍໆນີ້ລອງໄປນໍາໃຊ້ ດັ່ງນີ້:

  1. ໄຊເບນ( Side Bends ).

ເລິ່ມຕົ້ນດ້ວຍທ່າອອກກໍາລັງກາຍງ່າຍໆ ທີ່ສາມາດເຮັດໄດ້ແບບທີ່ມີອຸປະກອນ ຫຼື ບໍ່ມີກໍ່ໄດ້ ເປັນທ່າອອກກໍາລັງກາຍທີ່ເນັ້ນບໍລິເວນກ້າມຊີ້ນທ້ອງ ໃຜທີ່ຢາກຫຼຸດໜ້າທ້ອງທ່ານີ້ຖືວ່າເໝາະສົມຫຼາຍ ແລະ ຍັງສາມາດເຮັດຢູ່ໃສກໍ່ໄດ້ບໍ່ຈໍາເປັນຕ້ອງໃຊ້ພື້ນທີ່ຫຼາຍ.

KuanjaI FaceB 01-01

ວິທີເຝິກ:

  • ຢືນອ້າຂາອອກໂດຍໃຫ້ຄວາມກ້ວາງລະຫວ່າງເທົ່າກັບບ່າໄຫຼ່ ມືຂ້າງໜຶ່ງຄໍ້າແອວ ມືອີກຂ້າງໜຶ່ງປ່ອຍວ່າງລົງ ຫຼື ຈະຖືDumbbell ກໍ່ໄດ້.
  • ອຽງຕົວລົງໄປຫາຂ້າງທີ່ບໍ່ໄດ້ຄໍ້າແອວໄວ້ໃຫ້ໄດ້ຫຼາຍທີ່ສຸດ ໂດຍຕ້ອງໃຫ້ຕັ້ງແຕ່ພາກສ່ວນແອວລົງໄປຢູ່ບ່ອນເກົ່າ.
  • ເຮັດສະລັບໄປມາທັງສອງຂ້າງຈົນຄົບ 100 ເທື່ອ.
  1. ສະແຕນດິ້ງທະວິດ( Standing Twist ).

ທ່ານີ້ເປັນທ່າອອກກໍາລັງກາຍທີ່ສາມາດເວົ້າໄດ້ວ່າງ່າຍສຸດໆ ເພາະເປັນທ່າບິດແອວເທົ່ານັ້ນເອງ ແຕ່ຂໍບອກວ່າຖ້າເຮັດເປັນປະຈໍາໜ້າທ້ອງທີ່ມີຢູ່ກໍ່ສາມາດຫາຍໄປໄດ້ຄືກັນ ທ່ານີ້ສາມາດເຮັດໄດ້ທັງແບບທີ່ມີອຸປະກອນ ຫຼື ບໍ່ມີອຸປະກອນ.

KuanjaI FaceB 02-01

ວິທີເຝິກ:

  • ຢືນອ້າຂາອອກໂດຍໃຫ້ຄວາມກ້ວາງລະຫວ່າງເທົ່າກັບບ່າໄຫຼ່ ມືໜຶ່ງເອົາວ່າງໄວ້ເທິ່ງຫົວ ອີກຂ້າງໜຶ່ງປ່ອຍວ່າງລົງ ຫຼື ຈະຈັບ ໝາກບານອອກກໍາລັງດ້ວຍມືທັງສອງຂ້າງກໍ່ໄດ້.
  • ເລິ່ມຕົ້ນບິດແອວໄປທາງດ້ານຊ້າຍ ແລະ ບິດມາທາງດ້ານຂວາ ສະລັບກັນໄປມາຈົນຄົບ 100 ເທື່ອ.
  1. ທ່າແຈັກໄນ( Jack Knife ).

ທ່າສຸດທ້າຍທ່າທີ່ຍາກຂຶ້ນມາອີກໜ້ອຍໜຶ່ງ ແຕ່ຮັບຮອງວ່າໄດ້ຜົນດີສຸດໆເໝາະສົມກັບການຫຼຸດນໍາໜ້າທ້ອງ ທ່ານີ້ກໍ່ຄ້າຍຄືກັນກັບການອອກກໍາລັງກາຍແບບຊິດອັບ(Sit up) ພຽງແຕ່ປ່ຽນຈາກໃນແນວນອນເປັນແນວຕັ້ງ ຖ້າເຮັດເປັນປະຈໍາໜ້າທ້ອງບໍ່ມີແນ່ນອນ.

KuanjaI FaceB 03-01

ວິທີເຝິກ:

  • ນ້ອງລົງກັບພື້ນ ຢຽດຂາຊື່ໆ, ຍົກແຂນຂຶ້ນໄປເທິ່ງຫົວ.
  • ຍົກແຂນ ແລະ ຂາຂຶ້ນພ້ອມກັນ ໂດຍຕ້ອງໃຫ້ແຂນຂາຢືດກົງເປັນມູມ 45 ຫຼື 90 ອົງສາກັບພື້ນ ແລະ ຕ້ອງໃຫ້ບ່າໄຫຼ່າຍົກຂຶ້ນຈາກພື້ນຄ້າງໄວ້ 2-3 ວິນາທີແລ້ວວາງລົງ.
  • ເຮັດຊໍ້າໄປຊໍ້າມາຈົນຄົບ 40 ເທື່ອ.
ແບ່ງປັນ