Breaking News

5 ທ່າອອກກໍາລັງກາຍຜູ້ຍິງ ເຮັດແລ້ວ Fit and Firm ທັງຮ່າງກາຍ

ແບ່ງປັນ

KuanjaI FaceB-01

5 ທ່າອອກກໍາລັງກາຍຜູ້ຍິງ ເຮັດແລ້ວ Fit and Firm ທັງຮ່າງ

ສໍາລັບສາວໆທ່ານໃດຢາກມີຫຸ່ນທີ່ດີ ມື້ນີ້ ວາລະສານຂັວນໃຈ ຈະອົາທ່າອອກກໍາລັງກາຍມາແນະນໍາເພື່ອໃຫ້ສາວໆໄດ້ມີຫຸ່ນດີ.

  • ທ່າ Plank.

ຫາກສາວໆຄົນໄດ້ທີ່ຮູ້ສຶກບໍ່ຄ່ອຍແຮັບປີກັບບໍລິເວນໜ້າເອິກ, ໜ້າທ້ອງຂອງຕົນເອງກໍ່ລອງອອກກໍາລັງກາຍດ້ວຍທ່າPlank ນີ້ລອງເບິ່ງ ແລະ ຍັງຊ່ວຍຫຼຸດອາການບາດເຈັບຈາກການອອກກໍາລັງໄດ້ອີກດ້ວຍ.

  • ທ່າ Jumping Jacks.

ທ່ານີ້ສາວໆຮູ້ຈັກກັນດີຢູ່ແລ້ວ ແລະ ເປັນທ່າທີ່ນິຍົມກັນໃນການອອກກໍາລັງກາຍ ເພາະມັນຈະຊ່ວຍໃຫ້ອັດຕາການເຕັ້ນຂອງຫົວໃຈເພິ່ມຂຶ້ນ ແລະ ກະຕຸ້ນການເຜົາຜານອາຫານໄດ້ດີ.

  • ທ່າ Jackknifes.

ຍຸກນີ້ວຽກໜ້າທ້ອງງາມຕ້ອງມາກ່ອນ ສະນັ້ນ ສາວໆກໍ່ຕ້ອງອອກກໍາລັງກາຍດ້ວຍທ່າ Jackknifes ພຽງແຕ່ເຮັດຢ່າງສະໝໍ່າສະເໝີແລ້ວທ່ານຈະເຫັນກ້າມຊີ້ນທີ່ໜ້າທ້ອງຢ່າງຊັດເຈນເລີຍ.

  • ທ່າ Pushup.

ສາວໆຮູ້ຈັກທ່ານີ້ກັນໃນຊື່ທ່າ “ ໂປມດິນ ” ເຊິ່ງມັນບໍ່ແມ່ນທ່າອອກກໍາລັງກາຍສະເພາະຂອງຜູ້ຊາຍເທົ່ານັ້ນ ແຕ່ທ່ານີ້ດີຕໍ່ຮູບຮ່າງຂອງຜູ້ຍິງເຮົາ ແລະ ຄວນເຮັດທ່ານີ້ເປັນ ເພາະທ່ານີ້ຈະຊ່ວຍບໍລິຫານບໍລິເວນໜ້າເອິກ, ຫຼັງ ແລະ ແຂນນັ້ນເອງ.

  • ທ່າ Step Ups.

ທ່ານຮູ້ຫຼືບໍ່ວ່າໜຸ່ມໆຫຼາຍຄົນມັກເບິ່ງຂາທີ່ຣຽວງາມຂອງຜູ້ຍິງ ຖ້າໃຜຫາກຮູ້ສຶກວ່າຂາຍັງບໍ່ທັນຣຽວງາມ, ບໍ່ທັນກະຊັບເທື່ອ ຕ້ອງລອງອອກກໍາລັງກາຍທ່ານີ້ເລີຍ ເພາະຈະຊ່ວຍໃຫ້ຂານ້ອຍ, ກະຊັບຫຼາຍຂຶ້ນ ແລະ ທ່ານີ້ຍັງຊ່ວຍກະຕຸ້ນໃຫ້ການເຜົາຜານອາຫານໄດ້ອີກດ້ວຍ ລອງຫາເອົາຕັ່ງຕໍ່າໆຈັກຕົວມາຮອງ ກໍ່ສາມາດອອກກໍາລັງກາຍທ່ານີ້ໄດ້ແບບງ່າຍໆ.

ແບ່ງປັນ