Breaking News

5 ວິທີອອກກໍາລັງກາຍຫຼຸດໜ້າທ້ອງ

ແບ່ງປັນ

KuanjaI FaceB-01

5 ວິທີອອກກໍາລັງກາຍຫຼຸດໜ້າທ້ອງ ສະລາຍໄຂມັນໃຫ້ໝົດໄປເພື່ອໜ້າທ້າທີ່ແບນລຽບ

ສາວໆທ່ານໃດທີ່ຢາກຫຼຸດໜ້າທ້ອງໃຫ້ອ່ານທາງນີ້ ເພາະມື້ນີ້ ວາລະສານຂັວນໃຈ ໄດ້ນໍາເອົາວິທີໃນການອອກກໍາລັງມາແນະນໍາ ເພື່ອໃຫ້ສາວໆທ່ານໃດທີ່ມີບັນຫາໜ້າທ້ອງລອງໄປນໍາໃຊ້.

  1. ເຕັ້ນລະບໍາໜ້າທ້ອງ.

ການເຕັ້ນລະບໍາໜ້າທ້ອງບໍ່ໄດ້ໃຫ້ພຽງແຕ່ເຕັ້ນເພື່ອຄວາມມ່ວນຊື່ນ ແຕ່ຍັງສາມາດຊ່ວຍເຜົາຜານໄຂມັນບໍລິເວນໜ້າທ້ອງ ແລະ ຊ່ວຍເຮັດໃຫ້ກ້າມຊີ້ນບໍລິເວນໜ້າທ້ອງສວຍງາມ, ເຮັດໃຫ້ໄດ້ຜົນດີຕໍ່ທັງຮ່າງກາຍ ແລະ ຈິດໃຈ, ຍັງຊ່ວຍເສີມສ້າງຄວາມໝັ້ນໃຈໃນຕົນເອງອີກດ້ວຍ.

  1. ແລ່ນ ຫຼື ຍ່າງອອກກໍາລັງກາຍ.

ບໍ່ວ່າຈະເປັນການແລ່ນ, ການແລ່ນຈ໋ອກກິ້ງ ຫຼື ການຍ່າງອອກກໍາລັງກາຍລ້ວນແຕ່ເປັນວິທີການອອກກໍາລັງກາຍທີ່ຊ່ວຍເຜົາຜານໄຂມັນສ່ວນເກີນໃນຮ່າງກາຍໄດ້ ແລະ ຍັງເປັນການອອກກໍາລັງກາຍທີ່ບໍ່ຕ້ອງໃຊ້ອຸປະກອນຫຼາຍ ພຽງແຕ່ມີເກີບດີໆຈັກຄູ່, ອົບອຸ່ນຮ່າງກາຍໜ້ອຍໜຶ່ງແລ້ວເລິ່ມແລ່ນ ເຮັດຕິດຕໍ່ກັນເປັນປະຈໍາຈະເຫັນວ່າໜ້າທ້ອງນັ້ນຄ່ອຍໆນ້ອຍລົງ.

  1. ທ່າແພຣງ(Down Downtown features).

ທ່າແພຣງ(Down Downtown features) ເປັນການອອກກໍາລັງກາຍທີ່ສາມາດຫຼຸດໜ້າທ້ອງທີ່ໃຫ້ຜົນດີກັບທຸກພາກສ່ວນຂອງຮ່າງກາຍ ເນື່ອງຈາກເປັນການອອກກໍາລັງກາຍແບບທັງຮ່າງກາຍ ເຊິ່ງນອກຈາກຈະຊ່ວຍໃຫ້ໄຂມັນບໍລິເວນໜ້າທ້ອງໜ້ອຍລົງໄດ້ແລ້ວ ກໍ່ຍັງເພິ່ມຄວາມແຂງແຮງໃຫ້ກ້າມຊີ້ນອີກດ້ວຍ ແຕ່ກໍ່ຄວນຮູ້ວິທີການເຮັດນີ້ຢ່າງຖືກຕ້ອງ ຖ້າບໍ່ດັ່ງນັ້ນອາດຈະເຮັດໃຫ້ເກີດການບາດເຈັບໄດ້ໂດຍວິທີເຝິກທ່ານີ້ງ່າຍດັ່ງນີ້:

  • ນອນຄວໍ່າກັບພື້ນ ແຂນແນບໄວ້ຂ້າງລໍາຕົວ.
  • ຕັ້ງແຂນສອກຂຶ້ນໃນແນວຕັ້ງສາກ ຢຽດຕີນໃຫ້ຊື່.
  • ຄ່ອຍໆຢັນຮ່າງກາຍພາກສ່ວນລຸ່ມຂຶ້ນຈາກພື້ນ ໂດຍຫຼັງ ແລະ ເຄົ່າຕ້ອງຢືດຊື່.
  • ຄ້າງທ່ານີ້ໄວ້ຢ່າງນ້ອຍ 30 ວິນາທີແລ້ວປ່ຽນທ່າ.
  • ຫາກສາມາດເຮັດໄດ້ແລ້ວຈຶ່ງຄ່ອຍໆເພິ່ມເວລາໄປເລື່ອຍໆເທົ່າທີ່ສາມາດຈະເຮັດໄດ້.
  1. ການໂດດເຊືອກ.

ທ່ານເຊື່ອຫຼືບໍ່ວ່າການໂດດເຊືອກສາມາດເຜົາຜານພະລັງງານໄດ້ສູງເຖິງ135 ກິໂລແຄລໍຣີ ໃນເວລາພຽງແຕ່ 10 ນາທີ ພຽງແຕ່ທ່ານປະຕິບັດເທົ່ານີ້ທ່ານກໍ່ສາມາດຫຼຸດໜ້າທ້ອງ, ຫຼຸດໄຂມັນໄດ້ເປັນຢ່າງດີ.

ແບ່ງປັນ