Breaking News

ໝາກໄມ້ ແລະ ອາຫານດຳ 3 ຊະນິດເພື່ອສຸຂະພາບ

ແບ່ງປັນ

 

ໝາກໄມ້ ແລະ ອາຫານດຳ 3 ຊະນິດເພື່ອສຸຂະພາບ

ມື້ນີ້ Kuanjai Foodie ຂໍແນະນໍາກ່ຽວກັບເຄັດລັບໃນການກິນອານຫານເພື່ອສຸຂະພາບ ອາຫານ ຫຼື ໝາກໄມ້ທີ່ມີສີດໍາ ໝາກໄມ້ສີດຳ ຫຼື ອາຫານສີດຳນີ້ຈະມີຄຸນປະໂຫຍດທີ່ດີຕໍ່ສຸຂະພາບຢ່າງຫຼວງຫຼາຍເຊັ່ນ:

  1. ໝາກຣາແຊ່ງ: ຊ່ວຍປ້ອງກັນພະຍາດຫົວໃຈ, ຊ່ວຍຫຼຸດຄວາມດັນໃນເລືອດ ແລະ ຊ່ວຍຄວບຄຸມລະດັບຄໍເລດເຕີລອນ(cholesterol)ໃນຮ່າງກາຍ ແລະ ຍັງມີສານຕ້ານອະນຸມູນອິດສະລະທີ່ມີປະສິດທິພາບທີ່ດີ, ຊ່ວຍເຮັດໃຫ້ນານເຖົ້າ.
  2. ຖົ່ວດຳ: ໃນບັນດາຖົ່ວດໍາຖືໄດ້ວ່າເປັນຖົ່ວທີ່ມີສານຕ້ານອະນຸມູນອິດສະລະຫຼາຍທີ່ສຸດເປັນແຫຼ່ງໂປຣຕີນເສັ້ນໃຍອາຫານ ແລະ ແຮ່ທາດຕ່າງໆ ຖົ່ວດຳຊ່ວຍໃຫ້ລະບົບທາງເດີນອາຫານໄດ້ດີ, ຊ່ວຍສ້າງສານປ້ອງກັນນ້ຳຕານໃນເລືອດບໍ່ໃຫ້ເພິ່ມຂື້ນ ຫຼື ຫຼຸດລົງຢ່າງໄວວາ.
  3. ງາດຳ: ເຕັມໄປດ້ວຍວິຕາມິນB ທີ່ຊ່ວຍບຳລຸງປະສາດ ດັ່ງນັ້ນການກິນງາດຳເປັນປະຈຳຈະເຮັດໃຫ້ນອນຫຼັບສະບາຍບໍ່ອິດເມື່ອຍ ບໍ່ມີອາການປວດເສັ້ນຕາມແຂນຂາ ຊ່ວຍໃຫ້ກິນອາຫານແຊບ ແລະ ບໍ່ຖ່າຍຍາກ.
ແບ່ງປັນ