ຊ່ວງເວລານ້ອຍໆ ທີ່ເຮັດໃຫ້ຮູ້ສຶກໄດ້ເຖິງຄຳວ່າ ຮັກ
ເວລາກັບເຮືອນເດີກໆ ແລ້ວມີຄົນຄອຍຖ້າ ສາມາດຮັບຮູ້ໄດ້ເຖິງຄວາມຮູ້ສຶກທີ່ໄດ້ຮັບ ເຖິງຄວາມເອົາໃຈໃສ່
ເວລາຕື່ນນອນຕອນເຊົ້າ ແລ້ວໄດ້ຮັບຂໍ້ຄວາມ ສະບາຍດີຕອນເຊົ້າ ໃນມືຖື ເຮັດໃຫ້ທ່ານເລີ່ມຕົ້ນກັບເຊົ້າວັນໃໝ່ດ້ວຍຄວາມຮູ້ສຶກດີໆ.
ເວລາທີ່ກິນເຂົ້າບໍ່ເປັນເວລາ ແລ້ວມີຄົນຄອຍຈົ່ມ ຄອຍບອກໃຫ້ກິນເຂົ້າ ມັນເຮັດໃຫ້ຮູ້ສຶກອົບອຸ່ນຫົວໃຈ ທີ່ມີຄົນຄອຍເປັນຫ່ວງສຸຂະພາບຂອງເຮົາ.
ເວລາທີ່ລາວຈື່ສິ່ງທີ່ເຮົາມັກ ຫຼື ສິ່ງທີ່ເຮົາບໍ່ມັກໄດ້ ຮູ້ສຶກຄືວ່າ ຕົນເອງ ເປັນຄົນທີ່ພິເສດສຳລັບລາວ
ເວລາທີ່ໄດ້ຍິນຄຳວ່າ “ຮັກເດີ” “ຄິດຮອດເດີ” ທຸກຄັ້ງທີ່ໄດ້ຍິນຄໍາໆນີ້ ຫຼື ຄໍາຫວານອື່ນໆ ຈະຮູ້ສຶກຫວັ່ນໄຫວ