Breaking News

Li Ying ເສດຖີເງິນລ້ານ ຜູ້ຍິງທີ່ລວຍທີ່ສຸດໃນປະເທດຈີນ…

ແບ່ງປັນ

Li Ying ມືຂວາຂອງ Jack Ma ກາຍເປັນໜຶ່ງໃນຜູ້ຍິງທີ່ຮັ່ງມີທີ່ສຸດຂອງຈີນ, ປັດຈຸບັນ ລາວເປັນທີ່ຮູ້ຈັກຫຼາຍຂື້ນໃນເວທີໂລກ. ຄັ້ງໜຶ່ງ ລາວເຄີຍແຂ່ງຂັນກັບນັກພັດທະນາຊັບສິນ Yang Huiyan ສຳລັບ ແມ່ຍິງທີ່ຮັ່ງມີທີ່ສຸດໃນປະເທດຈີນ ໂດຍມູນຄ່າຊັບສິນສຸດທິທີ່ແນ່ນອນຂອງລາວບໍ່ເຄີຍຖືກເປີດເຜີຍ, ແຕ່ມີລາຍງານຈາກສື່ຂອງຈີນຊີ້ໃຫ້ເຫັນວ່າ ຊັບສິນທັງໝົດຂອງລາວມີຫຼາຍກວ່າ 10 ຕື້ຢວນ (1,4 ຕື້ໂດລາສະຫະລັດ) ພ້ອມທັງເປັນເຈົ້າຂອງລົດລາຄາແພງເຊັ່ນ:​ Bentley, Mercedes-Maybach ແລະ ລົດປ້າຍແດງ Rolls-Royce Phantom. ນີ້ແມ່ນສິ່ງທີ່ເຮັດໃຫ້ລາວກາຍເປັນໜຶ່ງໃນຜູ້ຍິງທີ່ລວຍທີ່ສຸດໃນປະເທດຈີນ. ລາວອາໄສຢູ່ ເມືອງ Shenzhen, ປະເທດຈີນ, ຈົນຮອດ ມໍ 2 ພໍ່ແມ່ຂອງລາວສົ່ງລາວໄປຮຽນຕໍ່ຢູ່ສະຫະລັດອາເມລິກາ.

ໃນເບື້ອງຕົ້ນລາວບໍ່ມັກແນວຄິດທີ່ຈະຍົກຍ້າຍຖິ່ນຖານ, ແຕ່ຫລັງຈາກໄດ້ຕົກລົງກັບພໍ່ແມ່ໃຫ້ຂ້າມຊັ້ນຮຽນ (ຮຽນມັດທະຍົມປາຍເລີຍ), ລາວຈຶ່ງຕົກລົງທີ່ຈະຍ້າຍໄປຮຽນຢູ່ສະຫະລັດອາເມລິກາ. ສິ່ງດັ່ງກ່າວເຮັດໃຫ້ລາວມີຄວາມກ້າວໜ້າ ຫຼາຍກ່ວາໝູ່ຂອງລາວ ແລະ ໄດ້ຮັບການຍອມຮັບຈາກ MIT, Yale ແລະ Stanford ຕອນລາວມີອາຍຸ 17 ປີ. ຕອນອາຍຸໄດ້ 20 ປີ ລາວໄດ້ຈົບການສຶກສາປະລິນຍາຕີ ສາຂາວິທະຍາສາດຄອມພິວເຕີ, ປະລິນຍາຕີ ເສດຖະສາດ ແລະ ປະລິນຍາໂທ ສາຂາວິສະວະກຳເອເລັກໂຕຣນິກ ແລະ ວິທະຍາສາດຄອມພິວເຕີ.

ວຽກທຳອິດຂອງລາວແມ່ນຢູ່ບໍລິສັດ McKinsey & Company ໃນການເປັນທີ່ປຶກສາດ້ານການຄຸ້ມຄອງ Silicon Valley ເປັນເວລາ 13 ປີ ແລະ ໄດ້ເຮັດວຽກໃຫ້ກັບບໍລິສັດລົງທຶນຊັ້ນສູງຂອງ Wall Street ເຊັ່ນ: Ikano, UT ແລະ KPCB. ເມື່ອ Jack Ma ເຫັນຄວາມສາມາດຂອງລາວ ໃນຂະນະທີ່ Alibaba Group ກຳລັງຊອກຫາເພື່ອນຮ່ວມງານເພື່ອຂະຫຍາຍບໍລິສັດ. ຈາກປະຫວັດຄວາມເປັນມາ ແລະ ປະສົບການການເຮັດວຽກທີ່ໜ້າປະທັບໃຈຂອງລາວ ເຮັດໃຫ້ Jack Ma ພະຍາຍາມຈະຫາລື ແລະ ຊວນເຂົ້າຮ່ວມ Yunfeng Capital.

ເຊິ່ງມີຫຼາຍຄົນໃນປະເທດໄດ້ຍົກໃຫ້ນາງເປັນແມ່ຍິງທີ່ງາມ, ເກ່ັ່ງ ແລະ ລວຍທີ່ສຸດ ໂດຍມີຄຳເວົ້າທີ່່ວ່າ: ຄວາມງາມຂອງໃບໜ້າກໍເປັນອີກສ່ວນໜຶ່ງ, ​ແຕ່ຄວາມເກັ່ງ ແລະ ຄວາມສະຫຼາດ ເປັນສະເໜ່ ທີ່ຊ່ວຍເສີມສ້າງຄວາມງາມ. (Li Ying) ໄດ້ຖືກແຕ່ງຕັ້ງເປັນຜູ້ຈັດການທົ່ວໄປ ຂອງຄະນະກຳມະການ ແລະ ເປັນຜູ້ຮັບຜິດຊອບໃນການລົງທຶນ ໃນຂົງເຂດພະລັງງານເຕັກໂນໂລຊີ ແລະ ພະລັງງານໃໝ່. ຄວາມສຳເລັດຂອງລາວຄື ບໍລິສັດໄດ້ເຫັນການສະໜອງເງິນທຶນເບື້ອງຕົ້ນຂອງ Yunfeng Capital ເພີ່ມຂຶ້ນເປັນຫຼາຍສິບພັນລ້ານຢວນ, ແຕ່ລາວໄດ້ລາອອກຈາກບໍລິສັດໃນປີຜ່ານມາ ແລະ ໄດ້ສ້າງຕັ້ງບໍລິສັດຂອງຕົນຂຶ້ນມາ.

ແຫຼ່ງຂໍ້ມູນ: https://www.scmp.com/magazines

#kuanjaiWomeninspire#kuanjaiMagazine

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 20 52172698ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ