Breaking News

ລອງຊຸດເຈົ້າສາວແລ້ວ ກ້ອຍ ລັດສະວິນ ກຽມໂຕເປັນເຈົ້າສາວປ້າຍແດງ

ແບ່ງປັນ

ກ້ອຍ ລັດຊະວິນ ອາຊີບນັກສະແດງ-ດາລາ ໂດຍມີຜົນງານຫຼາກຫຼາຍໃນວົງການບັນເທີງ ບໍ່ວ່າຈະເປັນການສະແດງລະຄອນ, ຮູບເງົາ, ສະແດງ MV ເພງ ແລະ ອື່ນໆ ເຊິ່ງເປັນແຟນສາວຂອງ ຕູນ ບໍດີສະແລັມ ອາຊີບນັກຮ້ອງ ທີ່ປ່ອຍຜົນງານເພງດັງຫຼາຍເພງ ເຊື່ອວ່າຫຼາຍຄົນຄົງຮູ້ຈັກ ເຊິ່ງກ່ອນໜ້ານີ້ ຕູນ ບໍດີສະແລັມ ໄດ້ມີການ surprise ຂໍກ້ອຍແຕ່ງງານ ເຊິ່ງໄດ້ມີການຖ່າຍຄຣິບວີດີໂອລົງ Social ເຮັດໃຫ້ແຟນຄຣັບ ຂອງທັງສອງຕ່າງກໍຮ່ວມສະແດງຄວາມຍິນດີ ຈົນເປັນກະແສດັງ ເພາະທັງຄູ່ຄົບຫາກັນເປັນເວລາ 10 ປີແລ້ວ ແລະ ເມື່ອບໍ່ດົນມານີ້ພວກເຂົາໄດ້ສະຫຼອງວັນຄົບຮອບ 10 ປີ ທີ່ຄົບກັນ ໃນວັນທີ 1 ກັນຍາ.

ຫຼ້າສຸດ ມີຜູ້ໃຊ້ IG Polpatasava ຫຼືເປັນທີ່ຮູ້ຈັກກັນດີຄື ໝູ ວິຊາວາ ເປັນເຖິງ ນັກອອກແບບຊື່ດັງຂອງປະເທດໄທ ຜູ້ທີ່ມີຜົນງານຫຼາກຫຼາຍເຊັ່ນ: ການອອກແບບຊຸດປະຈຳຊາດໃຫ້ແກ່ການປະກວດເວທີນາງງາມ ໂດຍ ໝູ ວິຊາວາ ໄດ້ໂພສຮູບພາບຂອງສາວກ້ອຍ ລັດສະວິນ ທີ່ກຳລັງສວມໃສ່ຊຸດເຈົ້າສາວທີ່ງາມ, ເຊິ່ງເຮັດໃຫ້ເຫຼົ່າແຟນຄຣັບ ຂອງທັງສອງແຫ່ກັນມາສະແດງຄວາມຍິນດີ ແລະ ລໍຖ້າມື້ທີ່ຈັດພິທີແຕ່ງ.

ຖືໄດ້ວ່າເປັນແຟນຄຣັບທັງສອງກໍຄົງຈະຫົວໃຈເຕັ້ນ ຕຸ໋ມໆ ຕ໋ອມໆ ແທນສາວກ້ອຍ ແລ້ວເຈົ້າໂຕຈະຕື່ນເຕັ້ນຂະໜາດໃດ ບາງຄົນກໍສະແດງຄວາມຄິດເຫັນວ່າ:​ ລອງຊຸດຍັງງາມປານນີ້ ຖ້າຮອດມື້ງານແທ້ໆ ຈະເປະສໍ່າໃດ.

ເຖິງຢ່າງໃດກໍຕາມ ແອັດກໍຂໍໃຫ້ ກ້ອຍ ລັດສະວິນ ແລະ ຕູນ ບໍດີສະແລັມ ທີ່ກຳລັງຈະເປັນຄູ່ສົມຣົດໃໝ່ປ້າຍແດງ ຂອງວົງການບັນເທີງ ຈົ່ງຮັກກັນຢືນຍາວແບບນີ້ຕະຫຼອດໄປ ແລະ ທີ່ສຳຄັນແຕ່ງມື້ໃດ ແອັດຈະນໍາມາເລົ່າໃຫ້ຟັງອີກເດີ ອິອິ!!!

#KuanjaiMagazine
ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166‭
+856 20 52172698‬

ແບ່ງປັນ