Breaking News

ຂໍສະແດງຄວາມຍິນດີກັບ ທິບປະສົງ ອັກຄະມຸນຕີ ສາມາດຍາດເອົາທຶນທີ່ມີການແຂ່ງຂັນທົ່ວໂລກ

ແບ່ງປັນ

ຖືໄດວ່າເປັບບົດບາດ ແລະ ບາດກ້າວອັນສຳຄັນຂອງແມ່ຍິງລາວ ເພາະນີ້ເປັນເທື່ອທໍາອິດ ທີ່ຜູ້ສະໝັກຄົນລາວໄດ້ຮັບທຶນການສຶກສາລະດັບປະລິນຍາໂທ (Erasmus Mundus Joint Master) ນັບຕັ້ງແຕ່ທຶນດັ່ງກ່າວໄດ້ເປີດໃຫ້ສະໝັກໃນ ປີ 2015 ໂດຍ ນ.ທິບປະສົງ ອັກຄະມຸນຕີ ສາມາດໄດ້ຍາດເອົາທຶນທີ່ມີການແຂ່ງຂັນທົ່ວໂລກ (ທຶນບໍ່ມີໂຄຕ້າໃຫ້ສະເພາະຄົນລາວ) ເປັນຄວາມພູມໃຈຂອງຄົນລາວແທ້ໆເລີຍ ທີ່ມີຄົນທີ່ມີຄວາມຮູ້,​ ຄວາມສາມາດ ແລະ ມີສະໜອງລະດັບ 5G ສາມາດຮຽນຮູ້ ແລະ ສຶກສາທຽບເທົ່າລະດັບສາກົນ.

ເຊິ່ງວ່າ ທິບປະສົງ ຈະໄປສຶກສາໃນຫົວຂໍ້ Advanced Development in Social Work ເປັນໄລຍະ 2 ປີ ໃນ 4 ປະເທດ (ເດນມາກ, ຝຣັ່ງ, ອັງກິດ ແລະ ປອກຕຸຍການ).

ສຸດທ້າຍນີ້ ຂວັນໃຈຂໍອວຍພອນ ແລະ ເປັນກຳລັງໃຈໃຫ້ ທິບປະສົງ ປະສົບຜົນສຳເລັດໃນການສຶກສາຮໍ່າຮຽນຄັ້ງນີ້. ນອກຈາກນັ້ນ,​ ແອັດເອງກໍຂໍເປັນກຳລັງໃຈໃຫ້ນ້ອງໆ,​ ເອື້ອຍໆ ແລະ ແຟນເພຈ ທຸກຄົນ ທີ່ກຳລັງສຶກສາຢູ່ ເພາະນີ້ກໍເປັນໄລຍະເປີດສົກຮຽນໃໝ່ ຂໍໃຫ້ທຸກຄົນຕັ້ງໃຈ ສູ້ໆເດີ!!!

#KuanjaiMagazine
ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166‭
+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ