Breaking News

Money

4 ວິທີໃຊ້ຈ່າຍພາໃຫ້​ມີ​ເງິນ​ທ້ອນ

4 ວິທີໃຊ້ຈ່າຍພາໃຫ້ມີເງິນທ້ອນ ການໃຊ້ຊີວິດໃນປະຈຸບັນນີ້ ອາດເຮັດໃຫ້ຫຼາຍໆຄົນຮູ້ສຶກວ່າ ຊົ່ວຊິທ້ອນເງິນໄດ້ມັນບໍ່ແມ່ນເລື່ອງ່າຍໆ ເພາະມີສິ່ງກະຕຸ້ນໃຈຫຼາຍຢ່າງເຮັດໃຫ້ເຮົາຕ້ອງໃຊ້ຈ່າຍເງິນຢູ່ຕະຫຼອດເວລາ ແຕ່ມັນກໍຂຶ້ນກັບການກະທຳຂອງທ່ານເອງທີ່ບໍ່ລະມັດລະວັງໃນການໃຊ້ຈ່າຍ ຫຼື ເວົ້າອີກຢ່າງໜຶ່ງກໍຄື ຈ່າຍເງິນແບບບໍ່ຄິດ ເຊິ່ງວາລະສານຂວັນໃຈສະບັບນີ້ ກໍໄດ້ຊອກວິທີຈະຊ່ວຍໃຫ້ທ່ານມີເງິນທ້ອນໄດ້ຫຼາຍຂຶ້ນ ຊຶ່ງທ່ານເອງຕ້ອງພະຍາຍາມປ່ຽນແປງດັ່ງຕໍ່ໄປນີ້: ກຳນົດຈຳນວນເງິນໃນກະເປົາ. ເປັນວິທີທີ່ຈະຊ່ວຍໃຫ້ທ່ານຄວບຄຸມການໃຊ້ເງິນໃນແຕ່ລະມື້, ແຕ່ລະອາທິດ ແລະ ຮູ້ຈັກເລືອກໃຊ້ຈ່າຍສະເພາະສິ່ງທີ່ຈຳເປັນ ຕາມງົບປະມານທີ່ມີເທົ່ານັ້ນ ໂດຍແບ່ງໄວ້ຈ່າຍໃນແຕ່ລະອາທິດ ເຊິ່ງອາທິດໜຶ່ງຕ້ອງຈ່າຍເທົ່າໃດ ແລະ ຕ້ອງຈ່າຍໃຫ້ພຽງພໍ ພາຍໃນເງິນທີ່ຢູ່ໃນກະເປົາ ແລະ ຫ້າມກົດ    ໃໝ່ອີກເດັດຂາດຖ້າບໍ່ຈຳເປັນແທ້ໆ. ແຍກເງິນໄວ້ໃຊ້ຈ່າຍໃຫ້ລະອຽດ. ເງິນທີ່ເຮົາທ້ອນໄດ້ ຄວນແຍກໃຫ້ລະອຽດວ່າຈະໃຊ້ຈ່າຍສິ່ງໃດ ເພື່ອບໍ່ໃຫ້ປົນກັບເງິນທີ່ຈ່າຍແຕ່ລະມື້ ໂດຍແນະນຳໃຫ້ແບ່ງເງິນອອກເປັນ 2 ສ່ວນ ສ່ວນທຳອິດ ໃຫ້ແບ່ງໄວ້ໃນທະນາຄານ ຫຼື ທ້ອນໄວ້ເປັນກອງທຶນກັບບ້ານ ອາດເປັນໄລຍະຍາວແບບມີກຳນົດ ສໍາລັບເງິນສ່ວນທີສອງ ໃຫ້ທ້ອນໄວ້ເປັນເງິນສໍາຮອງເພື່ອໃຊ້ໃນເວລາສຸກເສີນ ເຊິ່ງຄວນມີຢ່າງໜ້ອຍ 6 ເທົ່າຂອງຄ່າໃຊ້ຈ່າຍໃນແຕ່ລະເດືອນ ໂດຍຝາກໄວ້ໃນບັນຊີທະນາຄານ ຫຼື ກອງທຶນບ້ານທີ່ເປັນໄລຍະສັ້ນ ສາມາດຖອນໄດ້ທຸກເວລາ. ບໍ່ຄວນຊື້ເຄື່ອງຕາມໃຈມັກ. ໃນເວລາຊື້ເຄື່ອງ …

Read More »

5 ສິ່ງທີ່ຄວນຫຼີກ ໃນການໃຊ້ຈ່າຍເງິນໃຫ້ຄຸ້ມຄ່າ

ຫຼາຍຄົນມັກຈະຄິດວ່າ ເງິນທີ່ເຮົາໄດ້ມາຈາກນໍ້າເຫື່ອນໍ້າແຮງນັ້ນ ຄວນເອົາໄປໃຊ້ໃນສິ່ງທີ່ເຮົາຕ້ອງການ ໃຊ້ເງິນແບບຄຸ້ມຄ່າກັບການຊອກມາ ຖ້າຄິດແນວນັ້ນກໍບໍ່ຜິດ ແຕ່ໝັ້ນໃຈແລ້ວຫຼືບໍ່ວ່າ ການໃຊ້ເງິນຂອງທ່ານນັ້ນຄຸ້ມຄ່າທີ່ສຸດ ລອງມາອ່ານວິທີການຈ່າຍເງິນແບບບໍ່ຈຳເປັນມາຝາກ ເພື່ອບໍ່ຕ້ອງມີໜີ້ໃນສິ່ງທີ່ບໍ່ຈຳເປັນ ແລະ ຍັງມີເງິນທ້ອນອີກ 1. ອຸປະກອນເອເລັກໂຕຼນິກ ເຖິງວ່າສະໄໝນີ້ ອຸປະກອນເອເລັກໂຕຼນິກຫຼາຍໆຊະນິດ ຈະມີຄວາມຈຳເປັນຕໍ່ຊີວິດປະຈໍາວັນກໍຕາມ ແຕ່ກໍບໍ່ໄດ້ໝາຍຄວາມວ່າ ທ່ານຈະຕ້ອງໃຊ້ຈ່າຍເງິນໄປກັບການ ຊອກຊື້ອຸປະກອນລຸ້ນໃໝ່ຢູ່ຕະຫຼອດເວລາ ສິ່ງທີ່ທ່ານຊື້ມາໃນມື້ນີ້ ອາດຈະເປັນລຸ້ນໃໝ່ກໍຕາມ ແຕ່ເມື່ອຮອດປີໜ້າ ລຸ້ນໃໝ່ກວ່າປີນີ້ ກໍຈະອອກມາຄືກັນ ແລະ ລຸ້ນໃໝ່ທີ່ເຮົາຊື້ກໍຈະເປັນລຸ້ນເກົ່າ ຖ້າເຮົາຍັງຊື້ເຄື່ອງໄປຕາມກະແສ ຂອງການເວລາແນວນີ້ທຸກໆປີ ເຮົາກໍຈະບໍ່ມີເງິນໄວ້ໃນຖົງເລີຍ ແຖມຍັງໃຊ້ເຄື່ອງບໍ່ຄຸ້ມອີກ ເພາະຫາກໍຊື້ແຕ່ກໍຕ້ອງຊື້ໃໝ່ອີກແລ້ວ 2. ເຄື່ອງຕົກແຕ່ງເຮືອນ ໃຜທີ່ມັກຕົກແຕ່ງເຮືອນດ້ວຍການຊື້ເຄື່ອງ ຫຼື ສິ່ງຂອງມະຍ໋ອກມະແຍ໋ກ ມາປະດັບປະດາເຮືອນ ຂໍບອກເລີຍວ່າ ໃຫ້ຢຸດ ເຖິງວ່າເຄື່ອງເຫຼົ່ານັ້ນຈະຊ່ວຍໃຫ້ເຮືອນແນມເບິ່ງແລ້ວງາມຕາຂຶ້ນກໍຕາມ ແຕ່ຖ້າເຮົາຊື້ຫຼາຍ ເຮົາກໍເປືອງເງິນຫຼາຍເທົ່ານັ້ນ ລອງຊອກວິທີທີ່ປະຢັດກວ່າຄື ເຟີນີເຈີ້ ບາດດຽວເລີຍ ນອກຈາກຈະ ປະຢັດເງິນແລ້ວ ກໍຍັງມີຄວາມພູມໃຈກັບສິ່ງນັ້ນອີກດ້ວຍ. 3. ລົດ …

Read More »

ສິ່ງທີ່ຄວນຫຼີກໃນການໃຊ້ເງິນ

ສິ່ງທີ່ຄວນຫຼີກໃນການໃຊ້ເງິນ ຫຼາຍຄົນມັກຈະຄິດວ່າ ເງິນທີ່ເຮົາໄດ້ມາຈາກນໍ້າເຫື່ອນໍ້າແຮງນັ້ນ ຄວນເອົາໄປໃຊ້ໃນສິ່ງທີ່ເຮົາຕ້ອງການ ໃຊ້ເງິນແບບຄຸ້ມຄ່າກັບການຊອກມາ ຖ້າຄິດແນວນັ້ນກໍບໍ່ຜິດ ແຕ່ໝັ້ນໃຈແລ້ວຫຼືບໍ່ວ່າ ການໃຊ້ເງິນຂອງທ່ານນັ້ນຄຸ້ມຄ່າທີ່ສຸດ ຂວັນໃຈໄດ້ນຳເອົາວິທີການຈ່າຍເງິນແບບບໍ່ຈຳເປັນມາຝາກ ເພື່ອບໍ່ຕ້ອງມີໜີ້ໃນສິ່ງທີ່ບໍ່ຈຳເປັນ ແລະ ຍັງມີເງິນທ້ອນອີກ. ອຸປະກອນເອເລັກໂຕຼນິກ ເຖິງວ່າສະໄໝນີ້ອຸປະກອນເອເລັກໂຕຼນິກຫຼາຍໆຊະນິດຈະມີຄວາມຈຳເປັນຕໍ່ຊີວິດປະຈໍາວັນກໍຕາມ ແຕ່ກໍບໍ່ໄດ້ໝາຍຄວາມວ່າທ່ານຈະຕ້ອງໃຊ້ເງິນໄປກັບການຊອກຊື້ອຸປະກອນລຸ້ນໃໝ່ຢູ່ຕະຫຼອດ ສິ່ງທີ່ທ່ານຊື້ມາໃນມື້ນີ້ ອາດຈະເປັນລຸ້ນໃໝ່ກໍຕາມ ແຕ່ເມື່ອຮອດປີໜ້າ ລຸ້ນໃໝ່ກວ່າປີນີ້ກໍຈະອອກມາຄືກັນ ແລະ ລຸ້ນໃໝ່ທີ່ເຮົາຊື້ກໍຈະເປັນລຸ້ນເກົ່າ ຖ້າເຮົາຍັງຊື້ເຄື່ອງໄປຕາມການເວລາແນວນີ້ທຸກໆປີ ເຮົາກໍຈະບໍ່ມີເງິນໄວ້ເຫຼືອຖົງເລີຍ ແຖມຍັງໃຊ້ເຄື່ອງບໍ່ຄຸ້ມອີກ ເພາະຫາກໍຊື້ແຕ່ກໍຕ້ອງຊື້ໃໝ່ອີກແລ້ວ ເຄື່ອງຕົກແຕ່ງເຮືອນ ໃຜທີ່ມັກຕົກແຕ່ງເຮືອນດ້ວຍການຊື້ເຄື່ອງ ຫຼື ສິ່ງຂອງມະຍ໋ອກມະແຍ໋ກ ມາປະດັບເຮືອນນັ້ນ ຂໍບອກເລີຍວ່າ ໃຫ້ຢຸດ ເຖິງວ່າເຄື່ອງເຫຼົ່ານັ້ນຈະຊ່ວຍໃຫ້ເຮືອນແນມເບິ່ງແລ້ວງາມຕາຂຶ້ນກໍຕາມ ແຕ່ຖ້າເຮົາຊື້ຫຼາຍ ເຮົາກໍເປືອງເງິນຫຼາຍເທົ່ານັ້ນ ລອງຊອກວິທີທີ່ປະຢັດກວ່າຄື ເຟີນີເຈີ້ ບາດດຽວເລີຍ ນອກຈາກຈະ ປະຢັດເງິນແລ້ວ ກໍຍັງມີຄວາມພູມໃຈກັບສິ່ງນັ້ນອີກດ້ວຍ. ລົດ ສຳລັບຄົນຮັກລົດ ເມື່ອເຫັນລົດລຸ້ນໃໝ່ໆ ກໍອົດໃຈບໍ່ໄດ້ທີ່ຢາກຊື້ລົດໃໝ່ ແລະ ພະຍາຍາມຊອກຫາຈຸດບົກຜ່ອງ ຫລື ຂໍ້ເສຍຂອງລົດຄັນທີ່ຂີ່ຢູ່ ເລີຍຢາກບອກວ່າ …

Read More »

5 ພຶດຕິກໍາອັນຕະລາຍ ຂອງມະນຸດເງິນເດືອນ

ລາຊາເງິນຜ່ອນ: ເມືອເລີ່ມມີເງິນເດືອນປະຈຳບັນດາທະນາຄານຕ່າງໆ ກໍພ້ອມຍິນດີຢືນຂໍ້ສະເໜີໃຫ້ມີບັດເຄດິດ ໄວ້ໃຊ້ໃນຢາມສຸກເສີນດ້ວຍວົງເງິນທີ່ຫຼາຍກວ່າອາດຈະເຮັດໃຫ້ຫຼາຍຄົນຕື່ນຕາຕື່ນໃຈ ເພາະເລີ່ມເຫັນທາງທີ່ຈະໄດ້ສິ່ງຂອງໄດ້ມາຢ່າງງ່າຍດາຍ ແຕ່ຖ້າໃຊ້ກັບສິ່ງຂອງຊຸມເຟືອຍ ແລະ ຜ່ອນຈ່າຍບໍ່ຖືກກຳນົດໃນທີ່ສຸດດອກເບ້ຍຈະເພີ່ມຂຶ້ນຈົນກາຍເປັນບັນຫາ. ສັງຄົມອອນໄລ໌: ຄົນເຮັດວຽກໃໝ່ຫຼາຍຄົນມັກຕິດ ພາບໃນໂລກສັງຄົມອອນໄລ໌ຂອງໝູ່ເພື່ອນທີ່ມັກໂພສ໌ແຕ່ເລື່ອງດີໆ, ຫຼູໆ, ຮ້ານອາຫານດັງໆ, ເສື້ອຜ້າງາມໆ ຂອງແບຣນເນມຕ່າງໆ ຈຶ່ງເຮັດໃຫ້ເກີດຄວາມຢາກໄດ້ຢາກມີ, ຈົນຍອມທຸ່ມເງິນເດືອນ ຫຼື ຍອມເປັນລາຊາເງິນຜ່ອນ ເພື່ອໃຫ້ໄດ້ຂອງເຫຼົ່ານັ້ນ ໂດຍບໍ່ຄິດເຖິງວ່າມັນເໝາະສົມກັບລາຍໄດ້ຂອງຕົນເອງ ຫຼື ບໍ່, ເພາະຄົນເຮັດວຽກໃໝ່ສະໄໝນີ້ມີ ທັດສະນະຄະຕິທີ່ວ່າ “ເສຍເງິນບໍ່ວ່າ ແຕ່ເສຍໜ້າບໍ່ໄດ້” ຊິວິດຫຼູຫຼາ: ຄົນເຮັດວຽກຍຸກໃໝ່ໃຊ້ຊີວິດຕ່າງຈາກຄົນລຸ້ນກ່ອນ, ດ້ວຍສັງຄົມ, ຄ່ານິຍົມ, ທັດສະນະຄະຕິທີ່ປ່ຽນໄປເມືອຊີວິດເລີ່ມຕົ້ນການເຮັດວຽກ ເລີຍຢາກຈະມີຊັບສິນເປັນຂອງຕົນເອງເຊັ່ນ ເຮືອນ, ລົດໃໝ່,… ເພື່ອໂຊຊີວິດສຸດຫຼູ ໂດຍບໍ່ໄດ້ຄິດຫາລາຍໄດ້ ຫຼື ຄວາມໝັ້ນຄົງໃນອາຊີບທີ່ເຮັດຢູ່, ບາງຄົນມີລາຍໄດ້ໜ້ອຍ ແຕ່ຄິດຊື້ທັງລົດ ແລະ ເຮືອນ ສຸດທ້າຍຄ່າໃຊ້ຈ່າຍເພີ່ມຂຶ້ນ ກັບກາຍເປັນຈະເປັນໜີ້ ແລະ ຖືກຍຶດຄືນ. ເຂົ້າສັງຄົມ, ສ້າງສັນ: ນີ້ກໍຄືອີກໜຶ່ງບ່ວງອັດຕະລາຍກັບຄົນເຮັດວຽກໃໝ່ ເພາະໃນສັງຄົມຫ້ອງການມັກມີການສ້າງສັນ, …

Read More »

3 ພຶດຕິ​ກຳ​ທີ່​ເຮັດ​ໃຫ້​ບໍ່​ມີ​ເງິນ​ທ້ອນ

3 ພຶດຕິກຳທີ່ເຮັດໃຫ້ບໍ່ມີເງິນທ້ອນ ບາງຄົນເຮັດວຽກຫາລາຍໄດ້ ຕັ້ງໃຈທ້ອນເງິນໃຫ້ໄດ້ຫຼາຍໆຕັ້ງແຕ່ອາຍຸຍັງນ້ອຍ ໃນຂະນະທີ່ຫຼາຍຄົນທ້ອນເງິນໄດ້ໜ້ອຍ ຫຼື ບໍ່ໄດ້ເລີຍ ຍ້ອນຄວາມແຕກຕ່າງທີ່ເກີດຂຶ້ນມາຈາກພຶດຕິກຳການໃຊ້ເງິນຂອງແຕ່ລະຄົນທີ່ບໍ່ຄືກັນ ເຊິ່ງພຶດຕິກຳບາງຢ່າງເປັນພຶດຕິກຳທີ່ເຮັດໄປໂດຍຮູ້ເທົ່າບໍ່ເຖິງການ ແລະ ສົ່ງຜົນກະທົບຕໍ່ສະພາບເສດຖະກິດລາຍຮັບ-ລາຍຈ່າຍ ຫລື ເງິນທີ່ທ້ອນຢູ່. ບໍ່ວາງແຜນການໃຊ້ເງິນ: ຫຼາຍຄົນບໍ່ເຄີຍວາງແຜນການໃຊ້ເງິນໃນແຕ່ລະເດືອນ ແລະ ບໍ່ເຫັນຄວາມຈຳເປັນທີ່ຕ້ອງວາງແຜນ ເມື່ອມີລາຍໄດ້ຈາກການເຮັດວຽກ ຫຼື ໄດ້ຮັບເງິນຈາກພໍ່ແມ່ມາເທົ່າໃດກໍໃຊ້ຈ່າຍໄປຕາມທີ່ຕ້ອງການ ເມື່ອຮູ້ຕົວກໍຕອນທ້າຍເດືອນເຊິ່ງເງິນເລີ່ມບໍ່ພໍຈ່າຍ, ຈຶ່ງຫາທາງປະຢັດຄ່າໃຊ້ຈ່າຍ ຫຼື ຂໍເງິນພໍ່ແມ່ຕື່ມ. ຖ້າເຮົາຮູ້ຈັກວາງແຜນການໃຊ້ເງິນຕັ້ງແຕ່ຕົ້ນເດືອນ ໂດຍເລີ່ມຈາກການປະຢັດໃຊ້ຢ່າງໜ້ອຍ 20% ຂອງລາຍໄດ້ ສ່ວນເງິນທີ່ເຫຼືອກໍໃຫ້ຄຳນວນອອກມາວ່າ ຈະຕ້ອງໃຊ້ອາທິດລະເທົ່າໃດ ຖ້າໄລ່ເປັນມື້ຄວນໃຊ້ມື້ລະເທົ່າໃດຈຶ່ງຈະພຽງພໍຕໍ່ການໃຊ້ໃນ 1 ເດືອນ. ວິທີນີ້ ນອກຈາກຈະຊ່ວຍໃຫ້ມີເງິນໃຊ້ພຽງພໍ ແລ້ວຍັງຊ່ວຍໃຫ້ເຮົາມີເງິນທ້ອນທຸກເດືອນນຳອີກ. ໃຊ້ຈ່າຍເງິນເກີນຄວາມສາມາດ: ຫຼາຍຄົນໃຊ້ເງິນເກີນລາຍຮັບທີ່ເຂົ້າມາເຊັ່ນ: ຊື້ໂທລະສັບມືຖື ຫລື ສະມາດໂຟນລຸ້ນໃໝ່, ຊື້ເຄື່ອງໃຊ້ຍີ່ຫໍ້ດັງ ຫລື ແບຣນແນມ ເຄື່ອງນຸ່ງ, ເກີບ, ກະເປົາ, ເຄື່ອງສໍາອາງ, ມັກໄປທ່ຽວສ້າງສັນ… ເພາະເປັນຍ້ອນຄ່ານິຍົມກໍຄືໜ້າຕາໃນສັງຄົມ …

Read More »