Breaking News

5 ສິ່ງທີ່ຄວນຫຼີກ ໃນການໃຊ້ຈ່າຍເງິນໃຫ້ຄຸ້ມຄ່າ

ແບ່ງປັນ

ຫຼາຍຄົນມັກຈະຄິດວ່າ ເງິນທີ່ເຮົາໄດ້ມາຈາກນໍ້າເຫື່ອນໍ້າແຮງນັ້ນ ຄວນເອົາໄປໃຊ້ໃນສິ່ງທີ່ເຮົາຕ້ອງການ ໃຊ້ເງິນແບບຄຸ້ມຄ່າກັບການຊອກມາ ຖ້າຄິດແນວນັ້ນກໍບໍ່ຜິດ ແຕ່ໝັ້ນໃຈແລ້ວຫຼືບໍ່ວ່າ ການໃຊ້ເງິນຂອງທ່ານນັ້ນຄຸ້ມຄ່າທີ່ສຸດ ລອງມາອ່ານວິທີການຈ່າຍເງິນແບບບໍ່ຈຳເປັນມາຝາກ ເພື່ອບໍ່ຕ້ອງມີໜີ້ໃນສິ່ງທີ່ບໍ່ຈຳເປັນ ແລະ ຍັງມີເງິນທ້ອນອີກ

1. ອຸປະກອນເອເລັກໂຕຼນິກ
ເຖິງວ່າສະໄໝນີ້ ອຸປະກອນເອເລັກໂຕຼນິກຫຼາຍໆຊະນິດ ຈະມີຄວາມຈຳເປັນຕໍ່ຊີວິດປະຈໍາວັນກໍຕາມ ແຕ່ກໍບໍ່ໄດ້ໝາຍຄວາມວ່າ ທ່ານຈະຕ້ອງໃຊ້ຈ່າຍເງິນໄປກັບການ ຊອກຊື້ອຸປະກອນລຸ້ນໃໝ່ຢູ່ຕະຫຼອດເວລາ ສິ່ງທີ່ທ່ານຊື້ມາໃນມື້ນີ້ ອາດຈະເປັນລຸ້ນໃໝ່ກໍຕາມ ແຕ່ເມື່ອຮອດປີໜ້າ ລຸ້ນໃໝ່ກວ່າປີນີ້ ກໍຈະອອກມາຄືກັນ ແລະ ລຸ້ນໃໝ່ທີ່ເຮົາຊື້ກໍຈະເປັນລຸ້ນເກົ່າ ຖ້າເຮົາຍັງຊື້ເຄື່ອງໄປຕາມກະແສ ຂອງການເວລາແນວນີ້ທຸກໆປີ ເຮົາກໍຈະບໍ່ມີເງິນໄວ້ໃນຖົງເລີຍ ແຖມຍັງໃຊ້ເຄື່ອງບໍ່ຄຸ້ມອີກ ເພາະຫາກໍຊື້ແຕ່ກໍຕ້ອງຊື້ໃໝ່ອີກແລ້ວ

2. ເຄື່ອງຕົກແຕ່ງເຮືອນ
ໃຜທີ່ມັກຕົກແຕ່ງເຮືອນດ້ວຍການຊື້ເຄື່ອງ ຫຼື ສິ່ງຂອງມະຍ໋ອກມະແຍ໋ກ ມາປະດັບປະດາເຮືອນ ຂໍບອກເລີຍວ່າ ໃຫ້ຢຸດ ເຖິງວ່າເຄື່ອງເຫຼົ່ານັ້ນຈະຊ່ວຍໃຫ້ເຮືອນແນມເບິ່ງແລ້ວງາມຕາຂຶ້ນກໍຕາມ ແຕ່ຖ້າເຮົາຊື້ຫຼາຍ ເຮົາກໍເປືອງເງິນຫຼາຍເທົ່ານັ້ນ ລອງຊອກວິທີທີ່ປະຢັດກວ່າຄື ເຟີນີເຈີ້ ບາດດຽວເລີຍ ນອກຈາກຈະ ປະຢັດເງິນແລ້ວ ກໍຍັງມີຄວາມພູມໃຈກັບສິ່ງນັ້ນອີກດ້ວຍ.

3. ລົດ
ສຳລັບຄົນຮັກລົດ ເມື່ອເຫັນລົດລຸ້ນໃໝ່ໆ ກໍອົດໃຈບໍ່ໄດ້ທີ່ຢາກຊື້ລົດໃໝ່ ແລະ ພະຍາຍາມຊອກຫາຈຸດບົກຜ່ອງ ຫລື ຂໍ້ເສຍຂອງລົດຄັນທີ່ຂີ່ຢູ່ ເລີຍຢາກບອກວ່າ ນັ້ນເປັນຈຸດເລີ່ມຕົ້ນຂອງການເປັນໜີ້ທີ່ບໍ່ຮູ້ຈົບ ແຕ່ຖ້າວ່າທ່ານຕ້ອງການຢາກຈະປ່ຽນລົດແທ້ໆ ທ່ານຄວນມີເງິນສົດພຽງພໍທີ່ຈະຊື້ຄັນໃໝ່ໂດຍທີ່ບໍ່ເຮັດໃຫ້ທ່ານຕ້ອງເປັນໜີ້ຖ້ວມ ຫົວ ຫຼື ກ່ອນຈະຊື້ຄັນໃໝ່ກໍ່ຄວນຂາຍຄັນເກົ່າໃຫ້ໄດ້ກ່ອນເພື່ອແບ່ງເບົາຄ່າໃຊ້ຈ່າຍຂອງລົດ ຄັນໃໝ່ ສິ່ງສຳຄັນທີ່ສຸດຄືການເລືອກລົດທີ່ເໝາະກັບການນຳໃຊ້ເຂົ້າໃນວຽກງານໃຫ້ຫຼາຍທີ່ສຸດ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍອື່ນໆທີ່ຈະຕາມມາ.

4. ເຄື່ອງນຸ່ງໃໝ່ໆ
ສາວໆ ນັກຊອບ (shop) ຫຼາຍໆທ່ານ ຕໍ່ຈາກນີ້ໄປ ທ່ານບໍ່ຕ້ອງຮູ້ສຶກຜິດທີ່ບໍ່ໄດ້ໃຊ້ຈ່າຍເງິນໄປກັບການຊື້ເຄື່ອງໄລ່ນຳກັບແຟຊັນ ທີ່ອອກມາໃໝ່ ເພາະວ່າການຊື້ເຄື່ອງ ເຊັ່ນ: ກະເປົາ ຫຼື ເກີບໃໝ່ໆນັ້ນ ຈະເຮັດໃຫ້ທ່ານຮູ້ສຶກມີຄວາມສຸກ ແຕ່ລອງຄິດໃນທາງກົງກັນຂ້າມກັນເບິ່ງວ່າ ຈຳນວນເງິນທີ່ເຮົາຊື້ໄປນັ້ນ ມັນຈະບໍ່ເປັນບັນຫາໃຫ້ເຮົາໃນການໃຊ້ຈ່າຍແນວໃໝ່ອີກບໍ້ ຖ້າວ່າທ່ານສາມາດຫຼຸດຄ່າໃຊ້ຈ່າຍໃນສ່ວນນີ້ໄດ້ທ່ານຈະມີເງິນທ້ອນໄວ້ຢ່າງແນ່ນອນ.

5. ເຄື່ອງປະດັບ
ຫຼາຍຄົນເສຍເງິນໄປກັບການຊື້ເຄື່ອງປະດັບຕົນເອງຈົນເກີນໄປ ເພາະມີຄວາມຄິດວ່າ ຈະຕ້ອງມີເຄື່ອງປະດັບເຂົ້າກັບຊຸດເຄື່ອງນຸ່ງ, ເສື້ອຜ້າງາມໆ, ກະເປົາ ແລະ ເກີບທີ່ລາຄາແພງ ຂໍເຕືອນໄວ້ເລີຍວ່າ ທ່ານບໍ່ຈຳເປັນຕ້ອງຊື້ເຄື່ອງປະດັບຫຼາຍຈົນເກີນໄປ ແຕ່ຄວນຊື້ເຄື່ອງປະດັບທີ່ສາມາດໃຊ້ໄດ້ກັບທຸກໂອກາດຈະດີ ກວ່າ ຖ້າປ່ຽນຄວາມຄິດແບບນີ້ໄດ້ ຮັບຮອງວ່າເລື່ອງເງິນຂາດຖົງຈະບໍ່ເປັນບັນຫາໃຫ້ກັບການດຳລົງຊີວິດ

ແບ່ງປັນ