Breaking News

ດວງປະຈໍາວັນທີ 10 ສິງຫາ 2016

ແບ່ງປັນ

ດວງປະຈໍາວັນທີ 10 ສິງຫາ 2016

  • ວັນຈັນ.

ການເງິນ: ຜ່ານມາໃຊ້ຈ່າຍແບບຟຸ່ມເຟືອຍແລ້ວ ຕໍ່ໄປຄວນໃຊ້ຈ່າຍແບບປະຢັດເພາະຊ່ວງນີ້ການເງິນຂອງທ່ານບໍ່ຄ່ອຍດີປານໃດ.

ວຽກງານ: ອາດຈະໄດ້ວຽກງານໃໝ່ທີ່ເຂົ້າທາງທ່ານເລີຍກ່ຽວກັບການສື່ສານ, ເອກະສານ ແລະ ຄໍາເວົ້າ.

ຄວາມຮັກ: ເລີ່ມດີຂຶ້ນເຊິ່ງທ່ານກໍຄາດຫວັງວ່າຈະມີສິ່ງດີເຂົ້າມາທຸກມື້ ຈະເຮັດໄດ້ ຫຼື ບໍ່ນັ້ນຂຶ້ຢູ່ກັບຕົວທ່ານເອງ ຄົນໂສດຍັງຫາຈຸດຢືນຍັງບໍ່ໄດ້ວ່າຢາກມີແຟນ ຫຼື ຢາກເປັນໂສດດີ.

  • ວັນອັງຄານ.

ການເງິນ: ອາດຈະເສຍເງິນກັບການປ່ຽນເຄື່ອງມືເຮັດວຽກງານເຊັ່ນ: ໂນດບຸກໃໝ່, ໂທລະສັບໃໝ່.

ວຽກງານ: ອຸປະສັກຫຼາຍຈົນທ່ານເລີ່ມຮູ້ສຶກເບື່ອໜ່າຍ, ຄິດຫຼາຍ ດັ່ງນັ້ນຄວນໃຈເຢັນໆເພາະເຮັດວຽກໃຫຍ່ບໍ່ສາມາດສໍາເລັດໄດ້ພຽງຄົນດຽວ ແລະ ພາຍໃນມື້ດຽວ.

ຄວາມຮັກ: ຄົນຮັກຈະເອົາໃຈ ແລະ ຄອຍເປັນທີ່ປຶກສາໃຫ້ທ່ານໄດ້ເປັນຢ່າງດີ ສ່ວນຄົນໂສດອາດຈະພົບຮັກກັບຄົນທີ່ທ່ານຄິດໄວ້.

  • ວັນພຸດ.

ການເງິນ: ໃຫ້ທ່ານລະວັງອາດຈະຕ້ອງເສຍເງິນເພື່ອຈ່າຍຄ່າພາສີທາງສັງຄົມເຊັ່ນ: ຊື້ເຄື່ອງແຕ່ງກາຍເສື້ອຜ້າໃໝ່ຫຼືໄດ້ຊອງຜ້າປ່າງານບຸນ

ວຽກງານ: ຄົນທີ່ມີບັນຫາດ້ານວຽກງານຈະໄດ້ຮັບຄວາມຊ່ວຍເຫຼືອຈາກເພື່ອນຮ່ວມວຽກງານ.

ຄວາມຮັກ: ຖ້າຫາກຕ່າງຄົນຕ່າງຫຼຸດກຽດສັກສີລົງຄວາມວຸ່ນວາຍຕ່າງໆໃນຄອບຄົວກໍຈົບ ຄົນໂສດຢາກມີຄູ່ເຫຼືອເກີນ ດັ່ງນັ້ນຢ່າຫຼົງຮັກໃຜຕັ້ງແຕ່ເທື່ອທໍາອິດທີ່ໄດ້ພົບກັນ.

  • ວັນພະຫັດ.

ການເງິນ: ອາດຈະເສຍເງິນເພື່ອເບິ່ງແຍງສຸຂະພາບ ຫຼື ຄວາມສວຍຄວາມງາມ.

ວຽກງານ: ອາດຈະຖືກຫົວໜ້າຮ້າຍດ່າ ເພາະທ່ານເຮັດວຽກງານຊັກຊ້າ.

ຄວາມຮັກ: ອາດຈະມີເລື່ອງບໍ່ເປັນເລື່ອງເຂົ້າມາເຮັດໃຫ້ວຸ່ນວາຍໃຈຫຼາຍ, ຄໍາເວົ້າ ຫຼື ການປະພຶດຕ່າງຄົນຕ່າງບໍ່ຊື່ສັດຕໍ່ກັນ ຄົນໂສດອາດຈະພົບຄົນບໍ່ໂສດມາກຕວະຫຼາຍກວ່າຈິງໃຈ.

  • ວັນສຸກ.

ການເງິນ: ຄວນມີແຜນການໃຊ້ເງິນ ຈະໃຫ້ໃຜຢືມເງິນຄວນຄິດດີໆເພາະໄວ້ໃຈໃຜບໍ່ໄດ້.

ວຽກງານ: ລະວັງເພື່ອນຮ່ວມວຽກງານ ເພາະເຂົາອາດຈະສ້າງສະຖານະການ ຫຼື ສ້າງຂ່າວລືເພື່ອເຮັດໃຫ້ທ່ານວຸ່ນວາຍ.

ຄວາມຮັກ: ຄໍາເຕືອນ ທ່ານອາດຢູ່ກັບວຽກງານຫຼາຍກວ່າຄອບຄົວແລ້ວຄວນຫຼຸດໆລົງແດ່ກ່ອນທີ່ຈະສາຍເກີນໄປ ຄົນໂສດມີຂ່າວດີເຖິງເວລາທີ່ຕ້ອງຕັດສິນໃຈມີຄອບຄົວ.

  • ວັນເສົາ.

ການເງິນ: ດີຂຶ້ນ ກິດຈະການທີ່ເຮັດມີລູກຄ້າຫຼາຍຂຶ້ນ, ເັຮດຍອດຂາຍໄດ້ຕາມໃຈຫວັງ.

ວຽກງານ: ເດັ່ນຫຼາຍ ວຽກງານທີ່ທ່ານເຮັດຢູ່ຖ້າມີບັນຫາແມ່ນຈະຜ່ານໄປໄດ້ດ້ວຍດີ.

ຄວາມຮັກ: ຄົນໂສດອາດຈະພົບຮັກ ເພາະອາດຈະມີຄົນນໍາພາໃຫ້ທ່ານໄດ້ພົບກັບຄົນທີ່ຖືກໃຈ.

  • ວັນອາທິດ.

ການເງິນ: ເດັ່ນຫຼາຍ ອາດຈະໄດ້ຮັບໂຊກທາງການເງິນ.

ວຽກງານ: ແມ່ນວ່າທ່ານຈະພົບອຸປະສັກຫຼາຍປານໃດກໍຕາມ ທ່ານຈະສາມາດແກ້ໄຂບັນຫາໃຫ້ຜ່ານໄປໄດ້ ເພາະມີຜູ້ໃຫ້ຄວາມຊ່ວຍເຫຼືອ.

ຄວາມຮັກ: ບໍ່ດີປານໃດ ຄົນຮັກຈະເຮັດໃຫ້ທ່ານທຸກໃຈໂດຍທີ່ທ່ານບໍ່ກ້າຕໍ່ລອງ.

ແບ່ງປັນ