Breaking News

ດວງປະຈໍາວັນທີ 15 ສິງຫາ 2016

ແບ່ງປັນ

15

  • ວັນຈັນ.

ການເງິນ: ຄົນທີ່ການເງິນບໍ່ຄ່ອຍດີມີແວວຍິ້ມອອກ ຈະເຫັນຊ່ອງທາງການຊອກຫາກິນ ຫຼື ຫາລາຍໄດ້ເຂົ້າມາເພີ່ມຫຼາຍຂຶ້ນ.

ວຽກງານ: ທ່ານຕ້ອງຢູ່ສະພາບໃນການເລືອກວ່າຈະຍັງເຮັດວຽກງານບ່ອນເກົ່າ ຫຼື ຈະຍ້າຍໄປບ່ອນອື່ນດີ.

ຄວາມຮັກ: ຍັງມີບັນຫາໃຫ້ເປັນຫ່ວງ ແລະ ທຸກໃຈ ເພາະຄົນຮັກອາດຈະປະພຶດຕົນໃຫ້ທ່ານບໍ່ໄວ້ໃຈ.

  • ວັນອັງຄານ.

ການເງິນ: ພໍ່ແມ່ພີ່ນ້ອງຈະຊ່ວຍເຫຼືອໃຫ້ທ່ານຜ່ານພົ້ນໄປໄດ້.

ວຽກງານ: ໃຫ້ລະວັງການເຈລະຈາ, ການເຮັດຂໍ້ຕົກລົງຕ່າງໆຄວນພິຈາລະນາໃຫ້ຮອບດ້ານເພາະທ່ານມີໂອກາດເສຍປຽບຫຼາຍ.

ຄວາມຮັກ: ຄົນມີຄູ່ຄວາມຮັກອາດຮູ້ສຶກໜ້າເບື່ອໜ່າຍ ແນະນໍາວ່າໃຫ້ທ່ານລອງເຕີມຮັກໃຫ້ຫວານດ້ວຍການບອກຮັກກັນແດ່ ສ່ວນຄົນໂສດເຖິງເວລາແລ້ວທີ່ທ່ານຈະເຮັດໃຫ້ເຂົາຮູ້ວ່າທ່ານມີໃຈກັບເຂົາ.

  • ວັນພຸດ.

ການເງິນ: ມີການເຈລະຈາ, ການເຮັດສັນຍາທີ່ສໍາຄັນໃຫ້ເຮັດຢ່າງຮອບຄອບຈຶ່ງຈະດີ.

ວຽກງານ: ຈະພົບເລື່ອງເຈັບຫົວຂອງຄົນອ້ອມຂ້າງທີ່ຄອຍມາຫຍຸ້ງກ່ຽວວຽກງານຂອງທ່ານ.

ຄວາມຮັກ: ຄົນມີຄູ່ແລ້ວ ຄົົນຮັກຈະແສນໂຣແມນຕິກເປັນພິເສດ ອາດຈະພາທ່ານໄປທ່ຽວໃນບ່ອນທີ່ມີບັນຍາກາດດີໆໂຣແມນຕິກ ສ່ວນຄົນໂສດທີ່ລັ່ງເລໃຈຄິດບໍ່ຕົກວ່າຈະເລືອກໃຜດີ ເພາະຊ່ວງນີ້ອາດຈະມີຄົນເຂົ້າມາຈີບທ່ານຫຼາຍ.

  • ວັນພະຫັດ.

ການເງິນ: ຍັງຕິດຂັດຫຼາຍ ລາຍໄດ້, ຄ່າຕອບແທນທີ່ຫວັງຈະຍັງຊັກຊ້າຕໍ່ໄປອີກ.

ວຽກງານ: ວຽກງານຊ່ວງນີ້ທ່ານອາດຈະໄດ້ຮັບຜິດຊອບຫຼາຍກວ່າຄົນອື່ນ ຈົນທ່ານຮູ້ສຶກວ່າຕົນເອງຖືກເອົາປຽບ.

ຄວາມຮັກ: ຄົນຮັກຈະເຮັດໃຫ້ຮູ້ສຶກບໍ່ດີ, ທ່ານອາດຈະຮູ້ສຶກບໍ່ໝັ້ນຄົງໃນຄວາມສໍາພັນນີ້ ສ່ວນຄົນໂສດຍັງຕ້ອງເຫງົາໝົດຫວັງຕໍ່ຄວາມຮັກອີກຕໍ່ໄປ.

  • ວັນສຸກ.

ການເງິນ: ຍັງຊັກຊ້າ ເງິນຄ່າຕອບແທນ, ຄ່າສິນຄ້າຜົນກໍາໄລຈະຍັງບໍ່ໄດ້ຮັບ.

ວຽກງານ: ເປັນມື້ແຫ່ງການເລິ່ມຕົ້ນກັບສິ່ງໃໝ່ໆ, ທ່ານຈະໄດ້ແນວຄິດໃໝ່ໆໃນການປະກອບອາຊີບ ຈະມີຄົນມາແນະນໍາວຽກ ຫຼື ແນວທາງເຮັດທຸລະກິດມາໃຫ້.

ຄວາມຮັກ: ລະວັງຄໍາເວົ້າຂອງທ່ານໃຫ້ດີ ເພາະດວງຄວາມຮັກຂອງທ່ານນັ້ນບໍ່ຄ່ອຍດີປານໃດ ທ່ານອາດຈະໄດ້ເລີກກັບຄົນຮັກ ຫຼື ຜິດຖຽງກັນຢ່າງຮຸນແຮງ.

  • ວັນເສົາ.

ການເງິນ: ເດັ່ນຫຼາຍ ທ່ານຈະມີໂຊກແບບບໍ່ທັນໄດ້ຕັ້ງຕົວ ຫຼື ບໍ່ຄາດຄິດມາກ່ອນ.

ວຽກງານ: ວຽກງານທີ່ເຮັດມີຄວາມກ້າວໜ້າ ການຕິດຕໍ່ປະສານງານຈະມີຄວາມສໍາເລັດ.

ຄວາມຮັກ: ຄົນມີຄູ່ແລ້ວໃຫ້ສະແດງອອກວ່າຮັກຄົນຮັກແດ່, ເອົາໃຈຢ່າດີແຕ່ປາກຫວານ ສ່ວນຄົນໂສດໃຫ້ລອງເປີດໃຈຮັບຄົນອື່ນເຂົ້າມາແດ່.

  • ວັນອາທິດ.

ການເງິນ: ຜູ້ຍິງທີ່ມີອາຍຸນ້ອຍກວ່າຈະນໍາເອົາໂຊກມາໃຫ້ ຫຼື ໃຫ້ຄວາມຊ່ວຍເຫຼືອດ້ານການເງິນກັບທ່ານໄດ້.

ວຽກງານ: ເປັນມື້ແຫ່ງຄວາມສຸກ ແລະ ໄຊຊະນະໂອກາດດີໆຈະມາເຖິງ ວຽກງານດ້ານສິລະປະທຸກຂະແໜ່ງຈະເດັ່ນເປັນພິເສດ.

ຄວາມຮັກ: ຄວາມຮັກເຮັດໃຫ້ຫວັ່ນໄຫວໂດຍສະເພາະເລື່ອງເກົ່າໆທີ່ກັບມາຫຼອກຫຼອນຫົວໃຈທ່ານຢູ່ເລື່ອຍໆ.

ແບ່ງປັນ