Breaking News

5 ທ່າໂຍຄະຫຼຸດຄໍເລດເຕີຣອນ ກໍາຈັດໄຂມັນໃຫ້ໝົດໄປ

ແບ່ງປັນ

1. ທ່າກົງລໍ້ (Chakrasana – Wheel pose).

ທ່າກົງລໍ້ເປັນທ່າໂຍຄະທີ່ຄອຍເສີມສ້າງການເຮັດວຽກຂອງຕັບ ເຊິ່ງຕັບທີ່ເຮັດວຽກງານໄດ້ເຕັມປະສິດທິພາບຈະຜະລິດຄໍເລດເຕີຣອນຊະນິດທີ່ດີຂຶ້ມາ ກໍາຈັດຄໍເລດເຕີຣອນຊະນິດທີ່ບໍ່ດີໄດ້ຫຼາຍຂຶ້ນ.
ວິທີເຝິກ:
– ເລີ່ມຕົ້ນດ້ວຍທ່ານອນຫງາຍຕັ້ງເຂົ່າຂຶ້ນ ແລ້ວຍົກມືວາງໄວ້ຂ້າງຫູ ຫຼັງມືຫັນອອກໄປທາງດ້ານເໜືອຫົວ.
– ຍົກສະໂພກຂຶ້ນ ແລ້ວຄ່ອຍໆຍົກເອິກຂຶ້ນຕາມ ໂດຍທີ່ແຂນຍັງງໍ ແລະ ຫົວຍັງວາງພື້ນ.
– ຄ່ອຍໆແອ່ນລໍາຕົວຂຶ້ນຈົນສຸດ ໃຫ້ແຂນເຄັ່ງ ຖີ້ມນໍ້າລົງທີ່ຝາມືທັງສອງຂ້າງ ແລະ ສາມາດວາງຕີນໄວ້ກັບພື້ນໄດ້.
– ຄ້າງທ່ານີ້ໄວ້ 5 ລົມຫາຍໃຈແລ້ວກັບສູ່ທ່າເລີ່ມຕົ້ນ.

13907049_1375559245792365_6438036444309058889_n
2. ທ່າບິດຕົວ (Ardha Matsyendrasana – Sitting Half Spinal Twist).
ຮ່າງກາຍທີ່ຜ່ອນຄາຍຈະຊ່ວຍໃຫ້ສານຜິດຕ່າງໆທີ່ສະສົມຢູ່ພາຍໃນຮ່າງກາຍຖືກກໍາຈັດໄດ້ງ່າຍຂຶ້ນ ທ່າບິດຕົວນອກຈາກຈະຊ່ວຍຢືດເສັ້ນຢືດສາຍແລ້ວກໍຍັງໄປກະຕຸ້ນການເຮັດວຽກຂອງລະບົບ ອະໄວຍະວະຕ່າງໆ.
ວິທີເຝິກ:
– ເລີ່ມຕົ້ນດ້ວຍທ່ານັ່ງ ຢຽດຕີນຊ້າຍຕັ້ງພື້ນຕີນຂຶ້ນ ຕີນຂວາງວາງໄຂ່ວເຂົ່າຊ້າຍ ຢືດຫຼັງໃຫ້ຊື່.
– ຍົກແຂນຊ້າຍຂຶ້ນເໜືອຫົວ ແຂ້ວຍົກແຂນຊ້າຍຂັດເຂົ່າຂວາ ອ້ອມມືມາຈັບພື້ນຕີນດ້ານນອກ ຫາກຈັບບໍ່ເຖິງໃຫ້ໃຊ້ມືຊ້າຍ ກອດເຂົ່າຂວາແນບເອິກ.
– ຍົກແຂນຂວາມາດ້ານໜ້າແລ້ວບິດຕົວໄປດ້ານຂວາ ຍົກມືຂວາວາງດ້ານຫຼັງ ບິດແອວໃຫ້ໄດ້ຫຼາຍທີ່ສຸດ ໂດຍໃຫ້ຫຼັງຊື່ ສາຍຕາເບິ່ງຂ້າມບ່າໄຫຼ່.
– ຄ້າງທ່ານີ້ໄວ້ປະມານ 5 ລົມຫາຍໃຈແລ້ວແກວ່ງແຂນຂວາມາດ້ານໜ້າ ກັບສູ່ທ່າເລີ່ມຕົ້ນ.

13935173_1375559252459031_633989125496169953_n
3. ທ່າຕັກກະແຕນ(Salabhasana – Locust Pose).
ເປັນທ່າໂຍຄະທີ່ຊ່ວຍປິ່ນປົວອາການເຈັບຫຼັງ ແລະ ກະຕຸ້ນການເຮັດວຽກຂອງຕັບໄປໃນຕົວ ເຮັດໃຫ້ລະດັບຄໍເລດເຕີຣອນຫຼຸດລົງຢູ່ໃນລະດັບປົກກະຕິ.
ວິທີເຝິກ:
– ນອນຄວໍ່າລົງກັບພື້ນ ແຂນແນບລໍາຕົວ.
– ຫາຍໃຈເຂົ້າຊ້າໆພ້ອມກັບຍົກຂາ ແລະ ຫົວຂຶ້ນພ້ອມກັນ ໂດຍເກັງຕົ້ນຂາດ້ານໃນໄວ້ເພື່ອໃຫ້ເຂົ່າງໍຂຶ້ນ.
– ຖີ້ມນໍ້າໜັກໄວບໍລິເວນໜ້າທ້ອງ ຄ້າງໄວ້ປະມານ 1 ນາທີ ແລ້ວປ່ຽນທ່າ.

13895014_1375559249125698_3818105057208074945_n
4. ທ່ານັ່ງຢືດລໍາຕົວ (Paschimottanasana – Seated Forward Bend).
ຮ່າງກາຍຈະກໍາຈັດລະດັບຄໍເລດເຕີຣອນໄດ້ດີ ຫຼື ບໍ່ກໍຂຶ້ນຢູ່ກັບການເຮັດວຽກຂອງຕັບ ເຊິ່ງທ່າໂຍຄະນີ້ຈະຊ່ວຍກະຕຸ້ນການເຮັດວຽກຂອງຕັບໃຫ້ເຮັດວຽກໄດ້ຫຼາຍຂຶ້ນ.
ວິທີເຝິກ:
– ເລີ່ມຕົ້ນດ້ວຍທ່ານັ່ງຢຽດຂາ ຂາທັງ 2 ຂາແປະກັນ ຢືດຫຼັງໃຫ້ຊື່ ຢຽດແຂນກົງໄປທັງ 2 ຂ້າງ.
– ຄ່ອຍໆໂນ້ມຕົວໄປແຕະປາຍຕີນ ຜ່ອນຄາຍຫົວ ແລະ ລໍາຄໍແລ້ວຈຶ່ງຄ່ອຍໆໂນ້ມຫົວມາແຕະທີ່ຫົວເຂົ່າ ຫາກແຕະບໍ່ເຖິງກໍໃຫ້ໂນ້ມເຂົ້າໄປໃຫ້ໃກ້ທີ່ສຸດ.
– ຄ້າງທ່ານີ້ໄວ້ປະມານ 5 ລົມຫາຍໃຈແລ້ວກັບສູ່ທ່າເກົ່າ.

13935173_1375559252459031_633989125496169953_n
5. ທ່າເຄິ່ງຄັນໄຖ (Ardha Halasana – Half Plough Pose).
ທ່າເຄິງຄັນໄຖເປັນທ່າທີ່ຊ່ວຍທັງບໍລິຫານກ້າມຊີ້ໜໜ້າທ້ອງ ແລະ ກ້າມຊີ້ນສະໂພກ ແລະ ຍັງຊ່ວຍກະຕຸ້ນການເຮັດວຽກຂອງລະບົບລອດເລືອດໃຫ້ໄຫຼ່ວຽນໄດ້ສະດວກຂຶ້ນ ນອກຈາກນີ້ຍັງຊ່ວຍເຮັດໃຫ້ອະໄວຍະວະພາຍໃນຊ່ອງທ້ອງເຮັດວຽກໄດ້ຢ່າງເຕັມປະສິດທິພາບ ຈຶ່ງເຮັດໃຫ້ຄໍເລດເຕີຣອນທີ່ຢູ່ໃນຮ່າງກາຍຫຼຸດລົງ.
ວິທີເຝິກ:
– ເລີ່ມຕົ້ນດ້ວຍທ່ານອນຫງາຍ ຂາຕິດກັນ ແຂນແນບກັບລໍາຕົວ ຝາມືຄວໍ່າລົງ.
– ຍົກຂາຊ້າຍຂຶ້ນໃຫ້ຫຼາຍທີ່ສຸດ ແຕ່ບໍ່ເກີນມູມຕັ້ງສາກ ຂາຢຽດໃຫ້ຊື່.
– ຄ້າງທ່ານີ້ໄວ້ 5 ລົມຫາຍໃຈແລ້ວກັບສູ່ທ່າເລີ່ມຕົ້ນ ເລີ່ມໃໝ່ອີກຄັ້ງ ແລ້ວປ່ຽນເຮັດອີກຂ້າງ.
– ເມື່ອຄົບທັງ 2 ຂ້າງແລ້ວໃຫ້ຍົກຂາທັງ 2 ຂ້າງຂຶ້ນໃຫ້ຫຼາຍທີ່ສຸດ ແຕ່ບໍ່ແມ່ນມູມຕັ້ງສາກ ເຂົ່າຢຽດຊື່.
– ຄ້າງໄວ້ 5 ລົມຫາຍໃຈແລ້ວກັບສູ່ທ່າເລີ່ມຕົ້ນ.

13907061_1375559285792361_300509441637073667_n

ແບ່ງປັນ