Breaking News

ເຄັດລັບເບິ່ງແຍງໜ້າໃສກ່ອນນອນ

ແບ່ງປັນ

ເຄັດລັບໜ້າໃສມີຢູ່ຫຼາຍຮູບແບບດ້ວຍກັນ ຕັ້ງແຕ່ສະໝຸນໄພບູຮານທີ່ຊອກຫາໄດ້ງ່າຍໃນຫ້ອງຄົວ ຄີມບໍາລຸງສູດຕ່າງໆ, ເຄື່ອງສໍາອາງແຕ້ມສີສັນເທິ່ງໃບໜ້າໄປຈົນເຖິງນະວັດຕະກໍາທຣີເມນຜິວພັນໜ້າ ໃຫ້ງາມສົດໃສ. ແຕ່ຫຼາຍທ່ານຄົງຈະລືມໄປວ່າ ການເບິ່ງແຍງຜິວພັນໜ້າທີ່ງາມໃສນັ້ນບໍ່ແມ່ນພຽງແຕ່ບໍາລຸງຢາງດຽວ, ຄວນໄດ້ຮັບການພັກຜ່ອນເບິ່ງແຍງຮັກສາຄວາມສະອາດເຊິ່ງຖືວ່າເປັນສິ່ງທີ່ສໍາຄັນທີ່ ບໍ່ແພ້ການເບິ່ງແຍງຜິວພັນແບບອື່ນໆ ໂດຍສະເພາພກ່ອນນອນທ່ານໄດ້ເບິ່ງແຍງຜິວພັນໜ້າທ່ານເປັນຢ່າງດີແລ້ວ ຫຼື ຍັງ ເຮົາມີເຄັດລັບການເບິ່ງແຍງເຮັດຄວາມສະອາດຜິວພັນໜ້າຢ່າງຖືກວິທີມາແນະນໍາ ເພື່ອທີ່ຈະໄດ້ມີໃບໜ້າທີ່ງາມໃສບໍ່ມີຮິວຮອຍ.
ເຄັດລັບໜ້າຂາວໃສ:
ຂັ້ນຕອນທີ 1: ການບໍາລຸງຜິວພັນໜ້າ-ຢູ່ທີ່ການເລືອກຜະລິດຕະພັນທີ່ເໝາະສົມກັບຜິວໜ້າຂອງຜິວພັນໜ້າແຕ່ລະຄົນ.
ຂໍ້ແນະນໍາເພີ່ມເຕີມສໍາລັບຄົນທີ່ມີຜິວພັນໜ້າແຫ້ງ ຫຼື ຜິວພັນແພ້ງ່າຍໃຫ້ເລືອກໃຊ້ຜະລິດຕະພັນທີ່ມີສ່ວນປະສົມຂອງນໍ້ານົມເປັນຫຼັກ ເພາະຈະຊ່ວຍເຮັດຄວາມສະອາດ ແລະ ເພິ່ມຄວາມຊຸ່ມຊື່ນໃຫ້ກັບຜິວເຮົາອີກດ້ວຍ ສໍາລັບຄົນຜິວພັນມັນໃຫ້ເລືອກໃຊ້ຜະລິດຕະພັນທີ່ມີສ່ວນປະສົມຂອງນໍ້າເຜິ້ງເປັນ ຫຼັກ ຈະຊ່ວຍຄວບຄຸມຄວາມມັນເທິ່ງໃບໜ້າໄດ້ອີກດ້ວຍ.
ຂັ້ນຕອນທີ 2: ການເຮັດຄວາມສະອາດໃບໜ້າ-ມີເລື່ອງທີ່ຕ້ອງໃສ່ໃຈຢູ່ 2 ເລື່ອງຄື້:
– ການໃຊ້ Cleansing ໃຫ້ນວດທາປະໄວ້ 30 ວິນາທີ – 1 ນາທີ ເພື່ອໃຫ້ເນື້ອຄີມລະລາຍສິ່ງເປິະເປື້ອນເຄື່ອງສໍາອາງ, ຄາບໄຂມັນອູດຕັນ.
– ການລ້າງໜ້າ ຄວນລ້າງໃບໜ້າຄ່ອຍໆທີ່ສຸດ, ບໍ່ຂັດຖູແຮງໆເພາະຈະເຮັດໃຫ້ເກີດຮິວຮອຍໄດ້ງ່າຍ ຢ່າໃຊ້ນິ້ວຊີ້ກັບນິ້ວໂປ້ເພາະຈະມີແຮງເນັ້ນຫຼາຍ ອັນເປັນສາເຫດຂອງຮິວຮອຍໃຊ້ພຽງນິ້ວກາງ ແລະ ນິ້ວນາງໂດຍເລິ່ມໝຸນນິ້ວມືອອກເປັນວົງກົມເລີ່ມຈາກບໍລິເວນຄາງນວດຄ່ອຍໆໄລ່ຂຶ້ນໄປ ຕາມແກ້ມໄລ່ຈາກບໍລິເວນຈຸດກາງໄປຕາມລາຍກ້າມຊີ້ນອອກໄປທາງດ້ານຂ້າງໄລ່ໄປທີ່ໜ້າຜາກ ເປັນການຕ້ານແຮງໂນ້ມອາດຈະເນັ້ນບໍລິເວນຮ່ອງດັງເພື່ອປ້ອງກັນການເກີດສິວສ້ຽນ ສ່ວນວິທີການລ້າງອອກນັ້ນໃຫ້ກອບເອົານໍ້າແປະຜິວໜ້າລູບຄ່ອຍໆຫ້າມຖູເພາະຈະເຮັດໃຫ້ ເກີດຮິວຮອຍເຊັ່ນກັນ.
ຈາກນັ້ນປ່ອຍໃຫ້ຜິວພັນໜ້າເຮົາໄດ້ພັກຜ່ອນດ້ວຍການເຂົ້ານອນແຕ່ຫົວຄໍ່າເພື່ອໃຫ້ ຮ່າງກາຍໄດ້ຟື້ນຟູສະພາບຜິວພັນ ຕື່ນເຊົ້າມາກໍຈະມີຜິວພັນທີ່ສົດໃສ ທີ່ສໍາຄັນໃຜທີ່ມີສິວຂຶ້ນເລື່ອຍໆໃຊ້ວິທີນີ້ສິວຈະຫຼຸດລົງໄດ້.

ແບ່ງປັນ