Breaking News

3 ພຶດຕິ​ກຳ​ທີ່​ເຮັດ​ໃຫ້​ບໍ່​ມີ​ເງິນ​ທ້ອນ

ແບ່ງປັນ

3 ພຶດຕິກຳທີ່ເຮັດໃຫ້ບໍ່ມີເງິນທ້ອນ

ບາງຄົນເຮັດວຽກຫາລາຍໄດ້ ຕັ້ງໃຈທ້ອນເງິນໃຫ້ໄດ້ຫຼາຍໆຕັ້ງແຕ່ອາຍຸຍັງນ້ອຍ ໃນຂະນະທີ່ຫຼາຍຄົນທ້ອນເງິນໄດ້ໜ້ອຍ ຫຼື ບໍ່ໄດ້ເລີຍ ຍ້ອນຄວາມແຕກຕ່າງທີ່ເກີດຂຶ້ນມາຈາກພຶດຕິກຳການໃຊ້ເງິນຂອງແຕ່ລະຄົນທີ່ບໍ່ຄືກັນ ເຊິ່ງພຶດຕິກຳບາງຢ່າງເປັນພຶດຕິກຳທີ່ເຮັດໄປໂດຍຮູ້ເທົ່າບໍ່ເຖິງການ ແລະ ສົ່ງຜົນກະທົບຕໍ່ສະພາບເສດຖະກິດລາຍຮັບ-ລາຍຈ່າຍ ຫລື ເງິນທີ່ທ້ອນຢູ່.

  1. ບໍ່ວາງແຜນການໃຊ້ເງິນ: ຫຼາຍຄົນບໍ່ເຄີຍວາງແຜນການໃຊ້ເງິນໃນແຕ່ລະເດືອນ ແລະ ບໍ່ເຫັນຄວາມຈຳເປັນທີ່ຕ້ອງວາງແຜນ ເມື່ອມີລາຍໄດ້ຈາກການເຮັດວຽກ ຫຼື ໄດ້ຮັບເງິນຈາກພໍ່ແມ່ມາເທົ່າໃດກໍໃຊ້ຈ່າຍໄປຕາມທີ່ຕ້ອງການ ເມື່ອຮູ້ຕົວກໍຕອນທ້າຍເດືອນເຊິ່ງເງິນເລີ່ມບໍ່ພໍຈ່າຍ, ຈຶ່ງຫາທາງປະຢັດຄ່າໃຊ້ຈ່າຍ ຫຼື ຂໍເງິນພໍ່ແມ່ຕື່ມ. ຖ້າເຮົາຮູ້ຈັກວາງແຜນການໃຊ້ເງິນຕັ້ງແຕ່ຕົ້ນເດືອນ ໂດຍເລີ່ມຈາກການປະຢັດໃຊ້ຢ່າງໜ້ອຍ 20% ຂອງລາຍໄດ້ ສ່ວນເງິນທີ່ເຫຼືອກໍໃຫ້ຄຳນວນອອກມາວ່າ ຈະຕ້ອງໃຊ້ອາທິດລະເທົ່າໃດ ຖ້າໄລ່ເປັນມື້ຄວນໃຊ້ມື້ລະເທົ່າໃດຈຶ່ງຈະພຽງພໍຕໍ່ການໃຊ້ໃນ 1 ເດືອນ. ວິທີນີ້ ນອກຈາກຈະຊ່ວຍໃຫ້ມີເງິນໃຊ້ພຽງພໍ ແລ້ວຍັງຊ່ວຍໃຫ້ເຮົາມີເງິນທ້ອນທຸກເດືອນນຳອີກ.
  2. ໃຊ້ຈ່າຍເງິນເກີນຄວາມສາມາດ: ຫຼາຍຄົນໃຊ້ເງິນເກີນລາຍຮັບທີ່ເຂົ້າມາເຊັ່ນ: ຊື້ໂທລະສັບມືຖື ຫລື ສະມາດໂຟນລຸ້ນໃໝ່, ຊື້ເຄື່ອງໃຊ້ຍີ່ຫໍ້ດັງ ຫລື ແບຣນແນມ ເຄື່ອງນຸ່ງ, ເກີບ, ກະເປົາ, ເຄື່ອງສໍາອາງ, ມັກໄປທ່ຽວສ້າງສັນ… ເພາະເປັນຍ້ອນຄ່ານິຍົມກໍຄືໜ້າຕາໃນສັງຄົມ ແຕ່ຮູ້ບໍ່ວ່າພຶດຕິກຳເຫຼົ່ານີ້ເຮັດໃຫ້ເງິນໃນກະເປົາໝົດໄປ, ເປັນສາເຫດຫຼັກທີ່ເຮັດໃຫ້ບໍ່ມີເງິນທ້ອນ. ດັ່ງນັ້ນ, ຄວນຫຼຸດຄ່າໃຊ້ຈ່າຍຟູມເຟືອຍໃນສ່ວນນີ້ລົງ ແລະ ພະຍາຍາມໃຊ້ຈ່າຍເງິນໃນຊີວິດປະຈຳວັນໃຫ້ເໝາະສົມກັບລາຍໄດ້.
  3. ບໍ່ມີເປົ້າໝາຍໃນການໃຊ້ເງິນ: ຫຼາຍຄົນໃຊ້ເງິນໄປໃນແຕ່ລະມື້ໂດຍບໍ່ມີເປົ້າໝາຍໃນການໃຊ້ ບໍ່ຮູ້ວ່າຈະຕ້ອງທ້ອນໄວ້ໄປເຮັດຫຍັງ ຈຶ່ງເຮັດໃຫ້ບໍ່ຢາກທ້ອນເງິນ ຫຼື ເອີ້ນວ່າບໍ່ມີແຮງຈູງໃຈໃນການທ້ອນເງິນ ເຊິ່ງເປັນສາເຫດເຮັດໃຫ້ເຮົາບໍ່ມີເງິນທ້ອນ ໃນທາງກົງກັນຂ້າມຖ້າເຮົາມີເປົ້າໝາຍຕ້ອງການສິ່ງໃດສິ່ງໜຶ່ງໃນຈຳນວນເງິນເທົ່ານີ້ ການທ້ອນເງິນກໍຈະເຮັດໃຫ້ມີຄວາມຕັ້ງໃຈທີ່ຈະະທ້ອນເງິນໄວ້ເພື່ອບັນລຸເປົ້າໝາຍທີ່ຕັ້ງໄວ້.

 

ແບ່ງປັນ