ຫຼາຍໆຄົນໃນສັງຄົມມັກພົບເຈີປັນຫາໃນເລື່ອງຂອງການຢືມເງິນ ແລ້ວບໍສົ່ງຄືນ!!!ມື້ນີ້ຂວັນໃຈມີຫົວຂໍ້ການຢືມເງິນມາຝາກ….ໃຫເແຟນໆໄດ້ອ່ານ
ບາງເທື່ອກໍອາດຈະເປັນເລື່ອງປົກກະຕິທີ່ບາງຄົນຈະມີການກູ້ຢືມຊັບສິນ ທັງໃນ ແລະ ນອກລະບົບ ແຕ່ມີຫຼາຍກໍລະນີທີ່ຢືມມາແລ້ວບໍ່ຍອມໃຊ້ຄືນ ຖ້າເຈີເຈົ້າໜີ້ໃຈບຸນກໍແຫ່ງໄດ້ໃຈ ບໍ່ຍອມຄືນມັກອ້າງເຫດຜົນຕ່າງໆ ບໍ່ມີເງິນແນ່ ຂໍໂອກາດແນ່ ບໍ່ໄດ້ລວຍຈະໃຫ້ເອົາເງິນໃສມາໃຊ້ໜີ້ ເຊິ່ງແທ້ໆແລ້ວເຖິງຈະບໍ່ລວຍກໍຄວນໃຊ້ຄືນຢ່າໃຫ້ເຈົ້າໜີ້ຕ້ອງມາທວງ ເຈົ້າຄວນຈະມີຈິດສໍານຶກ ແລະ ມາລະຍາດ.
ເຈົ້າເຄີຍຢືມເງິນໃຜ ຫຼືບໍ ຢືມແລ້ວເຄີຍໃຊ້ຄືນບໍ? ອາດຈະເປັນຄໍາຖາມທີ່ເບິ່ງຄືດູຖູກ ແຕ່ເຊື່ອບໍ່ວ່າເຮົາບໍ່ໄດ້ມີເຈດຕະນາແບບນັ້ນແຕ່ຢ່າງໃດ ແຕ່ຂ້ອຍຢາກໃຫ້ເຈົ້າຄິດໄຕ່ຕອງເບິ່ງຈັກໜ້ອຍຖ້າເຈົ້າຢືມເງິນໃຜແລ້ວບໍ່ຍອມຄືນ.
ທີ່ຈິງເຈົ້າໜີ້ບາງຄົນບໍ່ໄດ້ທວງຖາມ ບໍ່ໄດ້ໂຫດຮ້າຍຄືກັບເຈົ້າໜີ້ບາງຄົນ ແຕ່ເຈົ້າຄວນຈະມີຈິດສໍານຶກວ່າເຂົາຊ່ວຍເຈົ້າໃນຕອນທີ່ເຈົ້າລໍາບາກ ການຄືນເງິນ ຫຼືສິ່ງຂອງທີ່ເອົາຂອງເຂົາມາໄປຄືນເຂົາ ອີກກໍລະນີໜຶ່ງ ທີ່ເຂົາມັກຈະທວງ ບໍ່ໄດ້ໝາຍຄວາມວ່າເຂົາບໍ່ໄດ້ລວຍແທ້ ຖ້າຄົນເຮົາຈະໃຫ້ໃຜຢືມເງິນບໍ່ຈໍາເປັນຕ້ອງລວຍກໍ່ໃຫ້ຢືມໄດ້.
ສິ່ງສໍາຄັນແມ່ນຢູ່ທີ່ເຂົາມີຄວາມເມດຕາ ຫຼືຄວາມອີ່ຕົນກໍເລີຍໃຫ້ຢືມ ເຊັ່ນກັບຄົນທີ່ຢືມກໍຄວນຄິດໄດ້ວ່າເຖິງເຂົາຈະບໍ່ລວຍກໍຄວນໃຊ້ຄືນ ຢ່າໃຫ້ເຂົາຕ້ອງມາທວງ ແຕ່ແປກທີ່ກົດໝາຍເລືອກທີ່ຈະຄຸ້ມຄອງລູກໜີ້ຫຼາຍກວ່າເຈົ້າໜີ້ ໂດຍຖ້າຫາກລູກໜີ້ລວມຕົວກັນແຈ້ງຄວາມສິບຄົນຂຶ້ນໄປ ກໍຈະບໍ່ຕ້ອງໃຊ້ໜີ້.
ເຊິ່ງກໍບໍ່ແນ່ໃຈວ່າແທ້ຊໍາໃດ ແຕ່ຖ້າວ່າແທ້ກໍຄົງຈະບໍ່ເໝາະສົມປານໃດ ເນື່ອງຈາກເຈົ້າໜີ້ຈະຕ້ອງເປັນຝ່າຍເສຍຫາຍແທ້ ແລ້ວປັນຫາມັນຢູ່ທີ່ຄົນຢືມ ຖ້າບໍ່ຢືມກໍບໍ່ເປັນໜີ້ ເຊິ່ງບາງຄົນກໍບໍ່ຍອມຄືນໜີ້ເກົ່າ ຍັງບໍພໍຂໍຢືມເພີ່ມອີກ ເຮັດຄືຄົນອື່ນຜະລິດເງິນເອງໄດ້ ຄົນແບບນີ້ບໍຄວນຈະຍຸ້ງກ່ຽວ ຍິ່ງເປັນຄົນຮູ້ຈັກທີ່ສະນິດ ຫຼືຍາດຕິພີ່ນ້ອງແຫ່ງໄດ້ໃຈ ມັກອ້າງນັ້ນອ້າງນີ້ເພື່ອຫຼີກລ້ຽງໃນການໃຊ້ໜີ້.
ບໍ່ແມ່ນແຕ່ລູກໜີ້ທີ່ໜ້າອີ່ຕົນ ແຕ່ເຈົ້າໜີ້ກໍຕ້ອງທຸກໃຈຢູ່ຄືກັນ ເງິນທີ່ຫາມາໄດ້ຈາກການເຮັດວຽກແລ້ວໃຫ້ຄົນອື່ນຢືມແຕ່ບໍ່ໄດ້ຄືນ ມັນຮູ້ສຶກເສຍໃຈຊໍາໃດ ບໍ່ວ່າຫຍັງກໍຕາມຕ້ອງຮູ້ຈັກເອົາໃຈເຂົາມາໃສ່ໃຈເຮົາຈະໄດ້ຕ່າງຝ່າຍຕ່າງຮູ້ ແລະ ເຂົ້າໃຈກັນ.
ເມື່ອເອົາຂອງຄົນອື່ນມາແລ້ວກໍຄວນໃຊ້ຄືນ ຢ່າໃຫ້ເຂົາຕ້ອງມາທວງເຈົ້າໜີ້ບາງເຈົ້າອາດຈະໃຈດີໃຫ້ເລື່ອນມື້ໄດ້ ແຕ່ເຈົ້າກໍຄວນຈະມີຈິດສໍານຶກຄືກັນວ່າຕ້ອງເອົາໃຈເຂົາມາໃສ່ໃຈເຮົາ ຖ້າຫາກມີຄົນມາຢືມເງິນເຈົ້າໄປແຕ່ບໍຍອມສົ່ງຄືນເຈົ້າຈະຮູ້ສຶກແບບໃດ ຢາກໃຫ້ຄິດເຫັນບ່ອນນີ້ແນ່ ເພາະບໍ່ໄດ້ມີແຕ່ເຮົາທີ່ຕ້ອງການຄົນອື່ນເຂົາກໍຕ້ອງການຄືກັນ.